Accessibility links

Breaking News

ບົດບັນນາທິການ: ສະຫະລັດ ປະນາມການເຮັດລັດຖະປະຫານ ໃນມຽນມາ


ນາຍພົນມິນ ອອງ ແລງ.
ນາຍພົນມິນ ອອງ ແລງ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດມີຄວາມເປັນຫ່ວງ ແລະຕົກໃຈຢ່າງແຮງກ່ຽວກັບການເຮັດລັດ ຖະປະຫານຂອງກອງທັບມຽນມາ. ທະຫານໄດ້ຈັບກຸມຜູ້ນຳຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕແລະພວກຜູ້ນຳພົນລະເຮືອນ ຮວມທັງທ່ານນາງ ອອງຊານ ຊູຈີ ແລະປະທານາທິບໍດີອູ ວິນ ມິນ ພ້ອມກັບລັດຖະມົນຕີ ໃນຄະ ນະລັດຖະບານຫົວໜ້າການປົກຄອງ ຢູ່ໃນຫລາຍໆເຂດ ພວກນັກການເມືອງ
ຝ່າຍຄ້ານ ນັກຂຽນ ຜູ້ຕາງໜ້າຂອງກຸ່ມສັງຄົມພົນລະເຮືອນແລະພວກນັກເຄື່ອນໄຫວ.

ສະພາແຫ່ງຊາດຂອງມຽນມາມີກຳນົດຈະໄຂກອງປະຊຸມຮອບປະຖົມມະເລີກນັບຕັ້ງແຕ່ໄດ້ມີການເລືອກຕັ້ງຂອງປະເທດ ເມື່ອວັນທີ 8 ພະຈິກປີກາຍ ຊຶ່ງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫຼື NDL ຊຶ່ງເປັນພັກທີ່ຢູ່ພາຍໃຕ້ການນຳພາຂອງພົນລະເຮືອນ ໄດ້ຊະນະ 83 ເປີເຊັນຂອງບ່ອນນັ່ງທີ່ເປີດກວ້າງທັງໝົດ ທ່ານນາງອອງຊານ ຊູຈີຫົວໜ້າຂອງພັກ NDL ໄດ້ເປັນຜູ້ນໍາພົນລະເຮືອນຂອງປະເທດ ນັບແຕ່ເຂົ້າຮັບຕຳແໜ່ງໃນປີ 2015.

ພວກຜູ້ນຳທະຫານຂອງມຽນມາ ໄດ້ປະຕິເສດບໍ່ຍອມຮັບຜົນການເລືອກຕັ້ງໂດຍເວົ້າວ່າມີການສໍ້ໂກງຄະແນນສຽງ. ເມື່ອການກ່າວຫາດັ່ງກ່າວບໍ່ໄດ້ຮັບຄວາມສົນໃຈໃດໆແລ້ວ ພວກທະຫານກໍໄດ້ພາກັນໄປອ້ອມຕຶກຫໍສະພາແຫ່ງຊາດແລະເຮັດລັດຖະປະຫານ.

ກອງທັບມຽນມາໄດ້ປະກາດພາວະສຸກເສີນເປັນເວລານຶ່ງປີທາງໂທລະພາບໂດຍກ່າວອ້າງວ່າ ລັດຖະທຳມະນູນສະບັບປີ 2008 ມອບສິດໃຫ້ພວກທະຫານ ປະກາດພາວະສຸກເສີນໄດ້. ພວກທະຫານ ໄດ້ເຂົ້າຄວບຄຸມພື້ນຖານໂຄງລ່າງຂອງປະເທດ ເຂົ້າຄວບຄຸມກະຊວງຕ່າງໆຂອງລັດຖະບານ ແລະສັ່ງໃຫ້ຢຸດເຊົາການອອກອາກາດທາງໂທລະພາບສ່ວນໃຫຍ່ແລະເລີ້ມການປຸກລະດົມເພື່ອປາບປາມ
ກຸ່ມສັງຄົມພົນລະເຣືອນ.

ພວກທະຫານໄດ້ມອບອຳນາດ ໃຫ້ຜູ້ບັນຊາການກອງທັບບົກ ນາຍພົນອະວຸໂສ ມິນ ອອງ ແລງ. ໃນລະຫວ່າງຊຸມປີ ທີ່ມີການຄອງອຳນາດຮ່ວມກັນກັບພົນລະເຮືອນທີ່ໄດ້ຮັບເລືອກຕັ້ງມານັ້ນ ທາງກອງທັບຍັງສືບຕໍ່ຮັກສາອິດທິພົນທີ່ສຳຄັນໆຂອງຕົນ ຢູ່ໃນວົງການໆເມືອງຂອງປະເທດມຽນມາ. ລັດຖະທຳມະນູນໄດ້ອະນຸ
ຍາດໃຫ້ພວກທະຫານ ຄວບຄຸມກະຊວງປ້ອງກັນປະເທດ ແລະກະຊວງພາຍໃນ ແລະຍິ່ງໄປກວ່ານັ້ນ ພວກທະຫານ ຍັງໄດ້ຮັບການຄ້ຳປະກັນ ໃຫ້ມີບ່ອນນັ່ງ 1 ສ່ວນ 4 ຢູ່ໃນສະພາແຫ່ງຊາດ.

ປະທານາທິບໍດີໂຈ ໄບເດັນ ໄດ້ຮຽກຮ້ອງໃຫ້ປະຊາຄົມນາໆຊາດ ຮ່ວມແຮງກັນ ເພື່ອກົດດັນໃຫ້ພວກທະຫານມຽນມາ ສະຫຼະອຳນາດທີ່ພວກເຂົາຢຶດເອົາໄປນັ້ນໂດຍທັນທີ ປ່ອຍພວກນັກເຄື່ອນໄຫວ ແລະພວກເຈົ້າໜ້າທີ່ ທີ່ພວກເຂົາຈັບກຸມຄຸມຂັງ ຍົກເລີກການຈຳກັດຮັດແຄບ ໃນດ້ານການສື່ສານໃດໆທັງໝົດ ແລະລະ
ເວັ້ນຈາກການໃຊ້ຄວາມຮຸນແຮງຕໍ່ພົນລະເຮືອນ.

ສ່ວນລັດຖະມົນຕີກະຊວງການຕ່າງປະເທດ ແອນໂທນິ ບລິງເກັນ ໄດ້ຮຽກຮ້ອງ “ໃຫ້ພວກຜູ້ນຳຂອງກອງທັບມຽນມາ ເຄົາລົບຕໍ່ຄວາມປາຖະໜາຂອງປະຊາຊົນ ຊາວມຽນມາ ດັ່ງທີ່ໄດ້ສະແດງອອກໃນການເລືອກຕັ້ງທີ່ເປັນປະຊາທິປະໄຕເມື່ອ ວັນທີ 8 ພະຈິກ. ສະຫະລັດແມ່ນຢືນຢູ່ຄຽງຂ້າງຂອງປະຊາຊົນຊາວມຽນມາໃນຄວາມໄຝ່ຝັນຂອງພວກເຂົາເຈົ້າ ທີ່ຢາກມີປະຊາທິປະໄຕ ສິດເສລີພາບ ສັນຕິ ພາບແລະການພັດທະນາ. ພວກທະຫານຕ້ອງໄດ້ຕ່າວປີ້ນການກະທຳເຫຼົ່ານີ້ໃນທັນທີ.”

XS
SM
MD
LG