Accessibility links

Breaking News

ບົດບັນນາທິການ: ພວກກະບົດຮູຕີ ຕ້ອງກັບຄືນເຂົ້າຮ່ວມການເຈລະຈາ


ທ່ານທີໂມທີ ເລັນເດີຄິງ.
ທ່ານທີໂມທີ ເລັນເດີຄິງ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດຂໍຮຽກຮ້ອງໃຫ້ພວກກະບົດຮູຕີ ຢຸດເຊົາການບຸກເຂົ້າໄປໃນເຂດມາຣິບ ຊຶ່ງເປັນເຂດຄວບຄຸມໂດຍລັດຖະບານທີ່ຖືກຕ້ອງຕາມກົດໝາຍຂອງເຢເມນ ແລະກັບຄືນເຂົ້າຮ່ວມໂຕະເຈລະຈາ. ອົງການປະສານງານດ້ານມະນຸດສະທຳຂອງສະຫະປະຊາຊາດກະປະມານວ່າ ມີຊາວເຢເມນນຶ່ງລ້ານຄົນໄດ້ເຂົ້າໄປລີ້ໄພຢູ່ໃນເຂດມາຣິບນັບແຕ່ສົງຄາມໄດ້ເລີ້ມຂຶ້ນເພື່ອຫຼົບໜີການກໍ່ຄວາມຮຸນແຮງຂອງພວກກະບົດຮູຕີ. ການບຸກໂຈມຕີດັ່ງກ່າວ ມີແຕ່ຈະເຮັດໃຫ້ ຜູ້ປະສົບໄພສົງ ຄາມພາຍໃນປະເທດເພີ້ມຂຶ້ນ ແລະຈະເຮັດໃຫ້ໄພພິບັດທາງດ້ານມະນຸດສະທຳທີ່ຮ້າຍແຮງທີ່ສຸດໃນໂລກ ຊຸດໂຊມລົງຕື່ມ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ໄດ້ກ່າວຢູ່ໃນຖະ ແຫຼງສະບັບນຶ່ງວ່າ “ຖ້າພວກກະບົດຮູຕີ ຫາກຈິງຈັງແທ້ ກ່ຽວກັບການເຈລະຈາ ເພື່ອແກ້ໄຂບັນຫາທາງດ້ານການເມືອງແລ້ວ ພວກເຂົາຕ້ອງຢຸດເຊົາທຸກການບຸກຄືບໜ້າທາງທະຫານແລະຫຼີກເວັ້ນຈາກການສ້າງຄວາມບໍ່ທຸ່ນທ່ຽງອື່ນໆ ທີ່ອາດມີຄວາມຮ້າຍແຮງ ຮວມທັງການໂຈມຕີຂ້າມຊາຍແດນ ຕໍ່ຊາອຸດີ ອາຣາເບຍນຳ. ພວກເຂົາໃຫ້ຄວາມໝັ້ນໝາຍໃນການເຂົ້າຮ່ວມແບບສ້າງສັນ ຢູ່ໃນຂັ້ນຕອນທາງດ້ານການເມືອງທີ່ນຳພາໂດຍອົງການສະຫະປະຊາຊາດແລະພົວພັນຢ່າງແທ້ຈິງ​ໃນການດຳເນີນຄວາມພະຍາຍາມທາງດ້ານການທູດພາຍໃຕ້ການນຳພາຂອງທູດພິເສດສະຫະລັດ ທ່ານທິມ ເລັນເດີຄິງ (Tim Lenderking).”

ທູດພິເສດເລັນເດີຄິງໃຫ້ຄຳໝັ້ນສັນຍາວ່າ “ຈະດຳເນີິນການຕິດຕໍ່ແບບສອງທາງ ເພື່ອສ້າງຄວາມສະໜັບສະໜຸນຂອງລະຫວ່າງປະເທດໃຫ້ບັນລຸການແກ້ໄຂແບບ ຍືນຍົງ ໃນຂະນະທີ່ນຳເອົາການບັນເທົາທາງດ້ານມະນຸດສະທຳເຂົ້າໄປໃຫ້ປະຊາຊົນຊາວເຢເມນ.”

ທ່ານລິນເດີຄິງກ່າວວ່າ “ປະທານາທິບໍດີ ແລະລັດຖະມົນຕີການຕ່າງປະເທດໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ໃນຄວາມໝັ້ນໝາຍຂອງພວກເຮົາ ຈະໃຫ້ບູລິມະສິດຕໍ່ຄວາມພະຍາຍາມເພື່ອຊ່ວຍບັນເທົາວິກິການດານມະນຸດສະທຳທີ່ພວມຊຸມໂຊມລົງແລະຄ້ຳປະກັນວ່າການໃຫ້ຄວາມຊ່ວຍເຫຼືອທາງດ້ານມະນຸດສະທຳແລະ ປັດໄຈຂັ້ນພື້ນຖານຕ່າງໆ ເຂົ້າໄປເຖິງປະຊາຊົນຊາວເຢເມນ.”

ນອກນັ້ນ ທູດພິເສດເລັນເດີຄິງຍັງກ່າວວ່າ ອົງການສະຫະປະຊາຊາດກໍໄດ້ໃຫ້ບູລິມະສິດ ຕໍ່ການແກ້ໄຂທາງດ້ານການທູດ.

ທ່ານລິນເດີຄິງກ່າວວ່າ “ພວກເຮົາຍັງສືບຕໍ່ຢືນຢັດວ່າການແກ້ໄຂທາງດ້ານການເມືອງທີ່ນຳເອົາພັກຝ່າຍຕ່າງໆມາພົບພໍ້ກັນ ແມ່ນຊ່ອງທາງດຽວເທົ່ານັ້ນທີ່ຈະນຳ
ເອົາສັນຕິພາບອັນຍືນຍົງມາສູ່ເຢເມນ ແລະການບັນເທົາທຸກແບບຍືນຍົງມາສູ່ປະຊາຊົນຊາວເຢເມນ. ເວລານີ້ພວກເຮົາກຳລັງເຮັດວຽກເພື່ອຊຸກຍູ້ໃຫ້ການດຳເນີນຄວາມພະຍາຍາມຂອງນາໆຊາດມີຄວາມເຂັ້ມແຂງຂຶ້ນ ກັບພາຄີຂອງພວກເຮົາໃນເຂດອ່າວເປີເຊຍ ໃນອົງການສະຫະປະຊາຊາດ​ແລະອື່ນໆເພື່ອສ້າງເງື່ອນໄຂອັນເໝາະສົມ ພາໃຫ້ມີການຢຸດຍິງ ແລະຊຸກຍູ້ໃຫ້ພັກຝ່າຍຕ່າງໆກ້າວໄປສູ່ການຕົກລົງກັນດ້ວຍການເຈລະຈາ ເພື່ອຈະຍຸດສົງຄາມໃນປະເທດເຢເມນ.”

ໂຄສົກກະຊວງການຕ່າງປະເທດເນດ ໄພຣສ໌ ກ່າວວ່າ “ເວລາເພື່ອຈະຍຸຕິບັນຫາຂັດແຍ້ງດັ່ງກ່າວແມ່ນດຽວນີ້. ມັນຈະບໍ່ມີການແກ້ໄຂທາງດ້ານການທະຫານ.”

XS
SM
MD
LG