Accessibility links

Breaking News

ບົດບັນນາທິການ: ການຄຸ້ມຄອງແມ່ນ້ຳຂອງ ຈຳເປັນຕ້ອງມີຄວາມໂປ່ງໃສ


ແມ່ນ້ຳຂອງໃນເຂດເມືອງປາຊົມ ແຂວງເລີຍ ໃນພາກຕາເວັນອອກສຽງເໜືອຂອງໄທ ລົງຕ່ຳເປັນປະຫວັດການ.
ແມ່ນ້ຳຂອງໃນເຂດເມືອງປາຊົມ ແຂວງເລີຍ ໃນພາກຕາເວັນອອກສຽງເໜືອຂອງໄທ ລົງຕ່ຳເປັນປະຫວັດການ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດມີຄວາມເປັນຫ່ວງວ່າ ສປ ຈີນ ບໍ່ໄດ້ແບ່ງປັນຂໍ້ມູນກ່ຽວກັບສະພາບແລະການຄຸ້ມຄອງແມ່ນ້ຳຂອງຕອນເທິງ ທີ່ຮູ້ກັນໃນຊື່ແມ່ນ້ຳລ້ານຊ້າງນັ້ນໃຫ້ຮູ້ນຳ.

ແມ່ນ້ຳຂອງແມ່ນໄຫຼມາແຕ່ປະເທດຈີນ ຜ່ານມຽນມາ ລາວ ໄທ ກຳປູເຈຍແລະ ຫວຽດນາມແລະຫຼັງຈາກນັ້ນກໍຕົກໃສ່ທະເລຈີນໃຕ້. ເຂດດັ່ງກ່າວມີປະຊາຊົນອາ ໄສຢູ່ຫຼາຍກວ່າ 60 ລ້ານຄົນ ແລະປະມານ 85 ເປີເຊັນ ຂອງປະຊາຊົນເຫຼົ່ານີ້ ແມ່ນກາງຕໍ່ແມ່ນໍ້າຂອງໂດຍກົງ ໃນຊີວິດການເປັນຢູ່ຂອງພວກເຂົາເຈົ້າໂດຍສະເພາະແລ້ວ ແມ່ນພວກທີ່ພົວພັນການກັບກະສິກຳຈາກການຊົນລະປະມານ ແລະການປະມົງ ຊຶ່ງນີ້ແມ່ນໝາຍຄວາມວ່າ ເຫດການຕ່າງໆທີ່ບໍ່ຄາດຄິດ ທີ່ມີຜົນກະທົບຕໍ່ການໄຫຼຂອງແມ່ນ້ຳຂອງ ອາດຈະສົ່ງຜົນກະທົບຢ່າງໜັກ ຕໍ່ຄວາມໝັ້ນຄົງ
ທາງດ້ານເສດຖະກິດ ແລະສຸຂະພາບຂອງປະຊາຊົນຫຼາຍໆລ້ານຄົນຕະຫຼອດທົ່ວທັງຂົງເຂດ.

ເມື່ອໄວໆມານີ້ ລະດັບແມ່ນ້ຳຂອງຕອນລຸ່ມທີ່ມີການຂຶ້ນໆລົງໆ ຊຶ່ງບັງເອີນເກີດຂຶ້ນພ້ອມໆກັນກັບໄພແຫ້ງແລ້ງທີ່ຮ້າຍແຮງນັ້ນ ໄດ້ສ້າງຄວາມບໍ່ແນ່ນອນໃຫ້ແກ່ບັນດາປະເທດເພື່ອນບ້ານ ທີ່ຢູ່ທາງໃຕ້ລົງມາ ຂອງ ສປ ຈີນ. ປັກກິ່ງມີເຂື່ອນໃຫຍ່ 11 ແຫ່ງໃນແມ່ນ້ຳລ້ານຊ້າງແລະສາຂາ ຊຶ່ງໄດ້ມີຜົນກະທົບຕໍ່ປະລິມານແລະຄຸນນະພາບຂອງນ້ຳສຳລັບບັນດາປະເທດເພື່ອນບ້ານທີ່ຢູ່ທາງໃຕ້ລົງມາ.

ໃນເດືອນສິງຫາປີກາຍນີ້ ສປ ຈີນໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະແບ່ງປັນຂໍ້ມູນຕະຫຼອດປີ ກ່ຽວກັບລະດັບນ້ຳຢູ່ຕາມເຂື່ອນຕ່າງໆຂອງຕົນທີ່ຕົນເກັບກຳມາຢູ່ໃນແມ່ນ້ຳຂອງ ໃນຄວາມພະຍາຍາມເພື່ອຊ່ວຍບັນເທົາ ຕໍ່ຜົນກະທົບໃນການປ່ຽນແປງຂອງດິນຟ້າອາກາດ ໄພນ້ຳຖ້ວມ ແລະໄພແຫ້ງແລ້ງ. ແຕ່ແນວໃດກໍຕາມ ບໍ່ໄດ້ມີການເຕືອນລ່ວງໜ້າໃດໆຈາກປັກກິ່ງໃນຕົ້ນປີນີ້ ເວລາລະດັບນ້ຳໄດ້ເລີ້ມມີການຫຼຸດລົງຢ່າງໄວຢູ່ທາງໃຕ້ເຂື່ອນຈິນຫົງຂອງ ສປ ຈີນລົງມາ. ດ້ວຍເຫດນີ້ ບັນດາ ປະຊາຄົມທີ່ຢູ່ທາງໃຕ້ເຂື່ອນລົົງມາ ຈຶ່ງບໍ່ໄດ້ມີການຕຽມລ່ວງໜ້າເພື່ອຮັບມືກັບລະດັບນ້ຳທີ່ຫລຸດລົງເຫຼືອພຽງແຕ່ເຄິ່ງນຶ່ງຂອງລະດັບນ້ຳຕາມທຳມະດາ.

ສປ ຈີນມີຄວາມຮັບຜິດຊອບ ທີ່ຈະຕ້ອງແຈ້ງໃຫ້ປະເທດເພື່ອນບ້ານທີ່ຢູ່ທາງໃຕ້ລົງມາຮູ້ ກ່ຽວກັບການປ່ຽນແປງ ຫຼືກິດຈະກຳຕ່າງໆ ທີ່ອາດມີຜົນກະທົບຕໍ່ແມ່ນ້ຳຂອງ.

ທ່ານເນດ ໄພຣ ໂຄສົກກະຊວງການຕ່າງປະເທດສະຫະລັດ ກ່າວຢູ່ໃນຖະແຫຼງ
ການ ທີ່ເປັນລາຍລັກອັກສອນ ສະບັບນຶ່ງວ່າ “ສະຫະລັດສະໜັບສະໜຸນຄວາມໂປ່ງໃສແລະຄວາມຮັບຜິດຊອບໃນການຄຸ້ມຄອງຊັບພະຍາກອນຂ້າມຊາຍແດນ. ນັບເປັນເວລາຫຼາຍທົດສະວັດມາແລ້ວ ຫຼັກຄຸນຄ່າເຫຼົ່ານີ້ແມ່ນເປັນສິ່ງນຳພາວຽກງານຂອງພວກເຮົາ ເພື່ອຊຸກຍູ້ສົ່ງເສີມ ການມີສຸຂະພາບທີ່ດີ ແລະຄວາມຍືນຍົງ ຂອງແມ່ນ້ຳຂອງ ແລະປະຊາຊົນເກືອບ 70 ລ້ານຄົນ ທີ່ຊີວິດການເປັນຢູ່ຂອງພວກເຂົາເຈົ້າໄດ້ກາງຕໍ່ອາໄສນັ້ນ.”

ທ່ານກ່າວຕື່ມວ່າ “ພວກເຮົາມີຄວາມເປັນຫ່ວງຮ່ວມກັນບັນດາລັດຖະບານຂອງປະເທດໃນເຂດໃນເຂດແມ່ນ້ຳຂອງ ແລະຄະນະກຳມາທິການແມ່ນ້ຳຂອງສາກົນ ກ່ຽວກັບລະດັບນ້ຳທີ່ມີການປ່ຽນແປງຢ່າງວ່ອງໄວເມື່ອບໍ່ດົນມານີ້ ແລະເປັນຫ່ວງ
ກ່ຽວກັບລະດັບນ້ຳທີ່ຫລຸດລົງໃນແມ່ນ້ຳຂອງ. ພວກເຮົາຂໍຮຽກຮ້ອງຮ່ວມກັນ ໃຫ້ສາທາລະນະລັດປະຊາຊົນຈີນ ແບ່ງປັນຂໍ້ມູນທີ່ທັນເວລາ ແລະຈຳເປັນ ກ່ຽວກັບເລື້ອງນ້ຳ ຮວມທັງຂໍ້ມູນໃນການປະຕິບັດງານຂອງເຂື່ອນ ຢູ່ໃນເຂດແມ່ນ້ຳຂອງຕອນເທິງນຳດ້ວຍ. ມັນເປັນສິ່ງຈຳເປັນທີ່ສາທາລະນະລັດປະຊາຊົນຈີນຕ້ອງໄດ້ປະຕິບັດຕາມຄຳໝັ້ນສັນຍາຂອງຕົນ ແລະປຶກສາຫາລືກັບປະເທດຕ່າງໆທີ່ຢູ່ລຸ່ມເຂື່ອນ.

ທ່ານເນດ ໄພຣ ກ່າວສະຫຼຸບວ່າ “ສະຫະລັດ ໂດຍຜ່ານກຸ່ມພາຄີປະເທດແມ່ນ້ຳຂອງກັບສະຫະລັດແລ້ວ ຈະສືບຕໍ່ໃຫ້ການສະໜັບສະໜຸນ ແກ່ລັດຖະບານຂອງປະເທດຕ່າງໆ ແລະປະຊາຊົນທ້ອງຖິ່ນໃນເຂດແມ່ນ້ຳຂອງ.”

XS
SM
MD
LG