Accessibility links

Breaking News

ບົດບັນນາທິການ: ລະນຶກເຖິງການໂຈມຕີ ດ້ວຍອາວຸດເຄມີ ທີ່ເມືອງຮາລັບຈາ


ວັນຄົບຮອບ ໃນການໂຈມຕີ ເມືອງຮາລັບຈາ ໃນເຂດຊາວເຄີດ ຢູ່ໃນອີຣັກ.
ວັນຄົບຮອບ ໃນການໂຈມຕີ ເມືອງຮາລັບຈາ ໃນເຂດຊາວເຄີດ ຢູ່ໃນອີຣັກ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ໃນເດືອນນີ້ ພວກເຮົາລະນຶກເຖິງວັນຄົບຮອບ ປີທີ 33 ໃນການໂຈມຕີິດ້ວຍອາວຸດເຄມີ ຕໍ່ເມືອງຮາລັບຈາ ໃນເຂດປົກຄອງຊາວເຄີດ ຢູ່ປະເທດອີຣັກ.

ການໂຈມຕີດັ່ງກ່າວແມ່ນສ່ວນນຶ່ງຂອງບັ້ນລົບອາລ-ອັນຟາລ ຊຶ່ງເປັນການເປີດສາກໂຈມຕີຄັ້ງໃຫຍ່ທີ່ໄດ້ສັງຫານແລະເຮັດໃຫ້ປະຊາຊົນຊາວເຄີດຈຳນວນຫຼວງຕ້ອງໄດ້ອົບພະຍົບຫຼົບໄພ ຢູ່ໃນພາກເໜືອຂອງປະເທດອີຣັກ. ເລີ້ມຕົ້ນຂຶ້ນໃນປີ 1986 ແລະສິ້ນສຸດລົງໃນປີ 1989, ຫົວເມືອງແລະໝູ່ບ້ານຕ່າງໆຂອງຊາວເຄີດ ໄດ້ຖືກທຳລາຍ ປະຊາຊົນຊາວເຄີດຈຳນວນຫຼາຍສິບພົນຄົນ ຕ້ອງໄດ້ອົບພະຍົບຕ້ອງໄດ້ອົບພະຍົບຫຼົບໄພ ຫຼືບໍ່ກໍຖືກຂ້າຕາຍແລະຊາດດາມ ຮຸສເຊນໄດ້ຍົກຍ້າຍຊາວເຄີດແບບບັງຄັບຫຼາຍຮ້ອຍພັນຄົນ ໄປຈາກເຮືອນຊານບ້ານຊ່ອງຂອງພວກ
ເຂົາເຈົ້າ. ການປຸກລະດົມທີ່ວ່ານີ້ ຍັງໄດ້ສ້າງຄວາມຢ້ານກົວໃຫ້ແກ່ພວກຊົນກຸ່ມນ້ອຍ ແລະປະຊາຄົມສາສະໜາອື່ນໆ ຮວມທັງຊາວອາສຊີຣຽນ ຊາບາກ ຊາວເຕີແມນອີຣັກ ຊາວຢາຊີດີ ແລະຊາວແມນດຽນ.

ໃນກາງເດືອນມີນາປີ 1988 ກຳລັງຂອງລັດຖະບານອີຣັກໄດ້ຍິງໂຈມຕີເມືອງຮາລັບຈາ 2 ມື້ ດ້ວຍລູກສອນໄຟແລະລະເບີດນາປາມ ຊຶ່ງນີ້ໄດ້ເຮັດໃຫ້ປະຕູແລະປ່ອງຢ້ຽມຂອງຕຶກອາຄານທີ່ຍັງບໍ່ທັນຖືກທຳລາຍນັ້ນແຕກ ແລະໄດ້ບັງຄັບໃຫ້ປະຊາຊົນ 50,000 ໃນເມືອງດັ່ງກ່າວ ຕ້ອງໄດ້ພາກັນລົງໄປລີ້ຢູ່ຫ້ອງເກັບເຫຼົ້າແລະບ່ອນຫຼົບໄພໃຕ້ດິນ.

ໃນຕອນແລງມື້ທີສອງຂອງການໂຈມຕີ ຄືວັນທີ 16 ມີນາ ການຍິງລູກສອນໄຟແລະລະເບີດນາປາມໄດ້ຍຸຕິລົງ. ເຮືອບິນເຮລີຄອບເຕີ້ ແລະເຮືອບິນລົບຂອງອີ ຣັກກໍໄດ້ເລີ້ມຖິ້ມລະເບີດເຄມີລົງມາຮວມທັງແກັສມາສຕາດ ອາວຸດເຄມີທຳລາຍປະສາດຊາຣິນ ທາບັນ ແລະວີເອັກສ໌. ສານພິດເຄມີ ທີ່ມີຄວາມໜັກວ່າອາກາດ
ເຫຼົ່ານີ້ ໄດ້ເຄື່ອນໄຫວລົງມາສູ່ພື້ນດິນ ແລະກໍໄຫຼເຂົ້າໄປໃນເຮືອນ ທີ່ປະຕູແລະປ່ອງຢ້ຽມໄດ້ແຕກນັ້ນ ແລະກໍເຄື່ອນສູ່ຫ້ອງຫຼົບໄພໃຕ້ດິນບ່ອນທີ່ຊາວເຄີດພາກັນລໍຖ້າດ້ວຍຄວາມຢ້ານກົວ ໃຫ້ການໂຈມຕີຢຸດເຊົານັ້ນ.

ນີ້ແມ່ນເທື່ອທຳອິດ ໃນປະຫວັດສາດຍຸກໃໝ່ ທີ່ລັດຖະບານໄດ້ໂຈມຕີປະຊາຊົນຂອງຕົນດ້ວຍອາວຸດເຄມີ.

ມີປະຊາຊົນປະມານ 5,000 ຄົນ ເສຍຊີວິດຍ້ອນໄດ້ຮັບຜົນກະທົບໂດຍກົງຈາກສານພິດເຄມີທີ່ຖິ້ມລົງມາໃສ່ເມືອງຮາລັບຈາ. ປະມານ 10,000 ຄົນໄດ້ຕາບອດ ກາຍເປັນຄົນພິການ ຫຼືບໍ່ກໍເສຍຮູບໂສມ ແລະໃນໄລຍະຫຼາຍໆທົດສະວັດຕໍ່ມາກໍມີຫຼາຍໆສິບພັນຄົນເສຍຊີວິດຍ້ອນບັນຫາສຸຂະພາບທີ່ໜ້າຢ້ານກົວ ແລະພະຍາດທີ່ພາໃຫ້ອ່ອນເປ້ຍເສຍກຳລັງ.

ສອງຄົນທີ່ເປັນຜູ້ຮັບຜິດຊອບໃຫຍ່ສຸດຕໍ່ອາຊະຍາກຳດັ່ງກ່າວ ໃນທີ່ສຸດກໍໄດ້ຈ່າຍຄືນດ້ວຍຊີວິດ. ຊາດດາມ ຮຸສເຊນ ຜູ້ທີ່ອອກຄຳສັ່ງໃຫ້ທຳການໂຈມຕີໃນບັ້ນລົບອານຟາລ ໄດ້ຖືກພົບເຫັນວ່າມີຄວາຜິດ ໃນຖານກໍ່ອາຊະຍາກຳຕ້ານມະນຸດຊາດແລະຖືກຕັດສິນໃຫ້ປະຫານຊີວິດ ດ້ວຍການແຂວງຄໍ. ພີ່ນ້ອງຂອງລາວ ທ້າວອາລີ ຮາສຊັນ ອັບ ອາລ ມາຈີດ ຊຶ່ງຮູ້ກັນໃນອີກຊື່ນຶ່ງວ່າ ທ້າວອາລີແຫ່ງອາວຸດເຄມີ ຊຶ່ງເປັນຜູ້ບັນຊາການໃນບັ້ນລົບອານຟາລ ແລະຮັບຜິດຊອບໃນການໂຈມຕີຕໍ່ເມືອງຮາລັບຈານັ້ນ ໄດ້ຖືກພົບເຫັນວ່າມີຄວາມຜິດໃນຖານຂ້າລ້າງເຜົ່າພັນຊາວເຄີດໃນປະເທດອີຣັກ ແລະຖືກຕັດສິນໃຫ້ປະຫານຊີວິດ.

ໃນຂະນະທີ່ຊະຕາກຳຂອງພວກທີ່ຍຸຍົງສົ່ງເສີມໃຫ້ເປີດບັ້ນລົບອານຟາລ ແລະສັງຫານປະຊາຊົນຜູ້ບໍ່ມີຄວາມຜິດຫຼາຍໆພັນຄົນ ທີ່ເມືອງຮາລັບຈາ ນັ້ນ ຄວນໃຊ້ເປັນຄຳເຕືອນຕໍ່ບຸກຄົນອື່ນໆ ບໍ່ໃຫ້ເອົາບາດກ້າວ ໃນການຄາດຕະກຳແບບ
ດຽວກັນນີ້ ຊຶ່ງມັນເປັນທີ່ຈະແຈ້ງນັບແຕ່ການໃຊ້ແກັສພິດຊາຣີນຢູ່ໃນປະເທດຊີ ເຣຍ ທີ່ໂລກຂອງເຮົາຕ້ອງໄດ້ຄັດຄ້ານຕໍ່ການກໍ່ໂທດກຳ ແລະນຳໃຊ້ອາວຸດທີ່ມີ ອະນຸພາບຮ້າຍແຮງ.

XS
SM
MD
LG