Accessibility links

Breaking News

ບົດບັນນາທິການ: ລາງວັນແມ່ຍິງກ້າຫານລະຫວ່າງປະເທດ


ສະຕີໝາຍເລກນຶ່ງ ຈິລ ໄບເດັນ
ສະຕີໝາຍເລກນຶ່ງ ຈິລ ໄບເດັນ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ລາງວັນແມ່ຍິງກ້າຫານສາກົນໃນປີນີ້ ໄດ້ມອບໃຫ້ພວກແມ່ຍິງ 21 ຄົນ 7 ຄົນໃນຈຳນວນດັ່ງກ່າວ ໄດ້ຖືກຂ້າຕາຍໃນການໂຈມຕີທີ່ແນເປົ້າໝາຍ ຢູ່ໃນອັຟການິສຖານ.

ໃນການຖະແຫຼງ ຢູ່ໃນພິທີມອບລາງວັນ ທີ່ກະຊວງການຕ່າງປະເທດສະຫະລັດ ລັດຖະມົນຕີກະຊວງການຕ່າງປະເທດ ແອນໂທນີ ບລິງເກັນ ໂດຍມີສະຕິີໝາຍເລກນຶ່ງ ທ່ານນາງຈິລ ໄບເດັນ ມາຮ່ວມນຳນັ້ນກ່າວວ່າ “ນັບເປັນເວລາ 15 ປີແລ້ວ ກະຊວງການຕ່າງປະເທດ ໄດ້ມອບລາງວັນແມ່ຍິງກ້າຫານສາກົນ ໃຫ້ແກ່ພວກແມ່ຍິງຢູ່ໃນທົ່ວໂລກຜູ້ທີ່ໄດ້ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງເປັນພິເສດແລະຄວາມເປັນຜູ້ນຳ ທີ່ສົ່ງເສີມໃຫ້ມີສັນຕິພາບ ຄວາມເປັນທຳ ສິດທິມະນຸດແລະຄວາມສະເໝີພາບທາງເພດ.

ໃນບັນດາຜູ້ທີ່ໄດ້ຮັບລາງວັນນັ້ນ ກໍມີຍານາງມາຣີອາ ກາເລັນສ໌ນີກາວາ (Maria Kalensnikava) ແຫ່ງເບລາຣຸສ. ຍານາງແລະຜູ້ສະໝັກຮ່ວມກັບນາງ ໄດ້ທຳ ການທ້າທາຍຢ່າງເປັນປະຫວັດການ ຕໍ່ການປົກຄອງເປັນເວລາ 26 ປີ ຂອງອາເລັກຊານເດີ້ ລູກາເຊັນກາ ຊຶ່ງໄດ້ປະເຊີນໜ້າຢ່າງກ້າຫານຕໍ່ການຖືກຈຳຄຸກ ຫຼັງ
ການເລືອກຕັ້ງທີ່ໄດ້ເກີດບັນຫາໂຕ້ແຍ້ງ.

ຍານາງຟີໂຢ ພີໂຢ ອອງ (Phyoe Phyoe Aung) ເປັນຜູ້ນຳທີ່ພວມປາກົດໂຕຂຶ້ນມາໃໝ່ຢູ່ໃນປະເທດມຽນມາ. ສະຖາບັນວິງສ໌ (Wings) ທີ່ໃຫ້ການຊ່ວຍເຫຼືອໃນການແລກປ່ຽນຊາວໜຸ່ມ ລະຫວ່າງກຸ່ມຊົນຊາດຊົນເຜົ່າ ແລະສາສະໜາຕ່າງໆ ພ້ອມທັງຍັງຊຸກຍູ້ໃຫ້ມີການສ້າງສັນຕິພາບ ແລະຄວາມປອງດອງຊາດ.

ຜູ້ທີ່ໄດ້ຮັບລາງວັນອີກຄົນນຶ່ງ ກໍແມ່ນຍານາງໂງ່ ແອມເບ ຈາກກາເມຣູນ ທີ່ໄດ້ສົ່ງເສີມສິດທິມະນຸດ ແລະເປັນປາກເປັນສຽງ ໃນບັນດາກຸ່ມສັງຄົມພົນລະເຮືອນ ທີ່ມັກບໍ່ໃຫ້ຄວາມສຳຄັນໃນເລື້ອງຄວາມປອດໄພສ່ວນຕົວຂອງຍານາງ ໃນການຊຸກຍູ້ໃຫ້ມີການຕົກລົງກັນແບບສັນຕິ ຢູ່ໃນສົງຄາມກາງເມືອງ ຂອງປະເທດກາເມຣູນ.

ຍານາງຫວັງຢູ ຈາກປະເທດຈີນ ແມ່ນນຶ່ງໃນບັນດາທະນາຍຄວາມສິດທິມະນຸດທີ່ມີຊື່ສຽງຂອງປະເທດ ຊຶ່ງໄດ້ຖືກຈັບແລະຈຳຄຸກ ຍ້ອນໄດ້ຕໍ່ສູ້ຄະດີໃຫ້ພວກນັກເຄື່ອນໄຫວ.

ຍານາງຈູລຽນ ລູເຊັງເກ ຈາກສາທາລະນະລັດປະຊາທິປະໄຕຄອງໂກ ແມ່ນນັກເຄື່ອນໄຫວແມ່ຍິງແຖວໜ້າ ທີ່ພວມທຳການຕໍ່ສູ້ ຕ້ານການກໍ່ຄວາມຮຸນແຮງທາງເພດ.

ສ່ວນຜູ້ທີ່ໄດ້ຮັບລາງວັນຄົນອື່ນໆ ແມ່ນຮວມທັງ ຍານາງມາເຢລິສ ອັງກາຣີຕາ ຈາກປະເທດໂຄລອມເບຍ ຜູ້ພິພາກສາເອຣິກາ ໄອຟານ ຈາກກົວເຕມາລາ ຍານາງໂຊເຣ ບາຢັດ ຈາກອີຣ່ານ ຍານາງມຸສການ ຄາຕຸນ ຈາກເນປາລ ຍານາງຊາຣາ ມາຫາເໝັດ ອາໝັດ ຈາກໂຊມາເລຍ ຄຸນແມ່ອາລີເຊຍ ໂວກາສ ໂມໂຣ ຈາກປະເທດສະເປນ ຍານາງຣານີທາ ການາຣາຊາ ຈາກສຣີລັງກາ ຍານາງການານ ກູລລູ ຈາກປະເທດເທີກີ ແລະຍານາງອານາ ໂຣຊາຣິໂອ ກົງເຕຣຣາສ ຈາກປະເທດເວເນຊູເອລາ.

ລັດຖະມົນຕີການຕ່າງປະເທດບລິງເກັນ ໃຫ້ຂໍ້ສັງເກດວ່າ ພວກແມ່ຍິງແລະເດັກຍິງມັກຈະ “ຕົກເປັນເຫຍື່ອໃນການຖືກລ່ວງລະເມີດສິດທິມະນຸດ” ສະເໝີ. ທ່ານບລິງເກັນ ກ່າວກ່ຽວກັບເລື້ອງນີ້ວ່າ:

“ນັ້ນຄືວ່າເປັນຫຍັງຄວາມສະເໝີພາບທາງດ້ານສິດທິຕະຫຼອດທັງກຽດສັກສີຂອງພວກແມ່ຍິງ ແລະເດັກຍິງ ຈຶ່ງເປັນບູລິມະສຸດ ໃນນະໂຍບາຍການຕ່າງປະເທດສຳລັບສະຫະລັດ. ເວລາພວກເຮົາອອກແບບ ໃນດ້ານນະໂຍບາຍ ຕ່າງປະເທດຂອງພວກເຮົາດ້ວຍສິດທິ ແລະຄວາມຕ້ອງການໂດຍມີພວກແມ່ຍິງແລະເດັກຍິງຢູ່ໃນໃຈແລ້ວ ນະໂຍບາຍຂອງພວກເຮົາຈຶ່ງມີປະສິດທິຜົນຫຼາຍຂຶ້ນ ມີຄວາມເປັນມະນຸດຕື່ມຂຶ້ນ ແລະກໍມີທ່າທາງຫຼາຍຂຶ້ນທີ່ຈະສ້າງຄວາມແຕກຕ່າງແບບຍືນຍົງຕໍ່ຊີວິດຂອງພວກຜູ້ຄົນ.”

ໃນການກ່າວຄຳປາໄສຕໍ່ພວກທີ່ໄດ້ຮັບລາງວັນນັ້ລັດຖະມົນຕີການຕ່າງປະເທດບລິງເກັນ ກ່າວວ່າ “ພວກທ່ານ ເຮັດໃຫ້ໂລກຂອງເຮົາ ມີຄວາມເປັນທຳ ມີສະ ຖຽນລະພາບ ສັນຕິພາບ ແລະຄວາມເປັນອິດສະຫຼະເສລີຫຼາຍຂຶ້ນ. ສະຫະລັດມີຄວາມພາກພູມໃຈ ທີ່ໄດ້ພວກທ່ານໃຫ້ການສະໜັບສະໜຸນ.”

XS
SM
MD
LG