Accessibility links

Breaking News

ບົດບັນນາທິການ: ການນຳເອົາສະຖຽນລະພາບ ມາສູ່ເຂດຊາແຮລ


ແມ່ຍິງເດັນ້ອຍ ທີ່ສູນ Faladie ໃນປະເທດມາລີ , ເມື່ອວັນທີ 14 ພຶດສະພາ 2019.
ແມ່ຍິງເດັນ້ອຍ ທີ່ສູນ Faladie ໃນປະເທດມາລີ , ເມື່ອວັນທີ 14 ພຶດສະພາ 2019.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດພວມເຮັດວຽກຮ່ວມກັບບັນດາປະເທດໃນເຂດຊາແຮລ ຊຶ່ງເປັນເຂດທີ່ເນັ່ງຈາກແຄມຝັ່ງມະຫາສະໝຸດແອັນແລນຕິກໃນປະເທດເຊເນການທາງພາກຕາເວັນຕົກ ໄປຫາແຄມຝັ່ງຂອງທະເລແດງ ໃນປະເທດຊູດານ. ນອກນັ້ນແລ້ວ ມັນຍັງໝາຍເຖິງ 5 ປະເທດໃນເຂດອາຟຣິກາຕາເວັນຕົກ ປະກອບເປັນອັນທີ່ເອີ້ນວ່າ “ກຸ່ມຈີ 5 ຊາແຮລ” ຊຶ່ງຮວມທັງເບີກີນາຟາໂຊ ຊາດ ມາລີ ມໍຣີເຕເນຍ ແລະໄນເຈີ. ທ່ານເດວິດ ເຮລ ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກິດຈະການທາງດ້ານການເມືອງ ໃຫ້ຄວາມເຫັນຕໍ່ກອງປະຊຸມລະດັບລັດຖະມົນຕີ ຂອງກຸ່ມແນວໂຮມລະຫວ່າງປະເທດໃນເຂດຊາແຮລ ໂດຍກ່າວວ່າ “ພວກເຮົາມາທີ່ນີ້ ເພື່ອເຮັດວຽກຮ່ວມກັບພວກທ່ານ ເພື່ອຊ່ວຍນຳເອົາຄວາມໝັ້ນຄົງ ສະຖຽນລະພາບ ແລະການປົກຄອງທີ່ດີ ມາຍັງປະ ຊາຊົນໃນເຂດຊາແຮລ.”

ຄວາມບໍ່ທຸ່ນທ່ຽງໄດ້ເພີ້ມທະວີຂຶ້ນຢູ່ໃນເຂດຊາແຮລ ທັງໆທີ່ໄດ້ມີການຮ່ວມມືກັນຂອງກຸ່ມແນວໂຮມເພື່ອລົບກວນຕາໜ່າງຂອງພວກກໍ່ການຮ້າຍ. ຈຳນວນຜູ້ຄົນ ທີ່ຕ້ອງອົບພະຍົບຫຼົບໄພ ໃນພາກກາງຂອງເຂດຊາແຮລ ແມ່ນ 11 ເທົ່າຫຼາຍກວ່າເມື່ອ 2 ປີກ່ອນ ແລະຈຳນວນຜູ້ຄົນທີ່ປະເຊີນກັບຄວາມອຶດຢາກຮ້າຍແຮງແມ່ນເພີ້ມຂຶ້ນເປັນ 3 ເທົ່າຫຼາຍກວ່າປີກາຍນີ້.

ດ້ວຍສະພາບການອັນໜ້າຢ້ານກົວທີ່ປາກົດໃຫ້ເຫັນເຫຼົ່ານີ້ ຮອງລັດຖະມົນຕີການຕ່າງປະເທດເດວິດ ເຮລ ຈຶ່ງໄດ້ປະກາດ ໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະ ທຳເພີ້ມຕື່ມຫຼາຍກວ່າ 80 ລ້ານໂດລາສຳລັບຂົງເຂດດັ່ງກ່າວ. ທ່ານເດວິດ ເຮລກ່າວວ່າ “ໃນຂະນະທີ່ພວກເຮົາ ເຮັດວຽກເພື່ອຊ່ວຍບັນເທົາ ຄວາມທຸກຍາກລຳ ບາກຢູ່ນີ້ ພວກເຮົາໄດ້ພິຈາລະນາອີກເທື່ອນຶ່ງ ເພື່ອໃຫ້ການຊ່ວຍເຫຼືອແກ່ຄູ່ຮ່ວມງານ ໃນອາຟຣິກາຂອງພວກເຮົາ ສຳລັບແກ້ໄຂບໍ່ພຽງແຕ່ບັນຫາຄວາມທຸກຍາກລຳບາກເທົ່ານັ້ນ ແຕ່ສາເຫດຕົ້ນຕໍທີ່ກໍ່ໃຫ້ເກີດບັນຫາຂັດແຍ້ງນຳ.”

ປະຊາຊົນໃນເຂດຊົນນະບົດທີ່ສອກຫຼີກຫ່າງໄກຈຳເປັນຕ້ອງໄດ້ເຂົ້າເຖິງການບໍລິການຂັ້ນພື້ນຖານຕ່າງໆໃນໄລຍະໃກ້ ແລະກົນໄກເພື່ອຊຸກຍູ້ ໂອກາດທາງດ້ານເສດຖະກິດແລະແກ້ໄຂຂໍ້ຂັດແຍ້ງຕ່າງໆໃນໄລຍະຍາວ. ສິ່ງເຫຼົ່ານີ້ສາມາດຊ່ວຍ
ໃນການຕໍ່ຕ້ານການເກັບເກນຂອງກຸ່ມກໍ່ການຮ້າຍ ແລະປ້ອງກັນບໍ່ໃຫ້ເກີດບັນຫາຂັດແຍ້ງລະຫວ່າງຊຸມຊົນນຳດ້ວຍ.

ຍິ່ງໄປກວ່ານັ້ນ ກຸ່ມທີ່ບໍ່ມີຄວາມສຳຄັນ ແລະຜູ້ຄົນໃນທົ່ວຂົງເຂດ ໂດຍສະເພາະແລ້ວພວກທີ່ຢູ່ຫ່າງໄກ ຈາກສູນກາງອຳນາດແຫ່ງຊາດ ຈຳເປັນຕ້ອງໄດ້ມີປາກມີສຽງກ່ຽວກັບວ່າ ພວກເຂົາເຈົ້າຖືກປົກຄອງແບບໃດ.

ລັດຖະບານຂອງປະເທດຕ່າງໆຕ້ອງໄດ້ປົກປ້ອງປະຊາຊົນຂອງຕົນ. ເວລາໃດທີ່ກຳລັງຮັກສາຄວາມສະຫງົບ ລ່ວງລະເມີດແລະປະຕິບັດບໍ່ຖືກບໍ່ຕ້ອງໃນດ້ານສິດທິມະນຸດ ລັດຖະບານຕ້ອງໄດ້ເອົາພວກທີ່ຮັບຜິດຊອບມາລົງໂທດ.

ຮອງລັດຖະມົນຕີການຕ່າງປະເທດເດວິດ ເຮລ ໃຫ້ຂໍ້ສັງເກດວ່າ ສະຖຽນລະພາບ ຢູ່ໃນປະເທດມາລີ ແມ່ນມີຄວາມສຳຄັນ ຕໍ່ຂົງເຂດທີ່ກວ້າງໄກອອກໄປກວ່ານັ້ນ “ພວກເຮົາຂໍສັນລະເສີນຍົກຍ້ອງຕໍ່ຄວາມໝັ້ນໝາຍຂອງລັດຖະບານຊົ່ວຄາວຕໍ່ຄວາມຈຳເປັນໃນການປົກຄອງທີ່ມີມາແຕ່ດົນນານແລ້ວ ການຕໍ່ຕ້ານ ສໍ້ລາດບັງຫຼວງ ແລະການປະຕິຮູບໃນດ້ານຄວາມໝັ້ນຄົງ. ແຕ່ແນວໃດກໍຕາມພວກເຮົາເຊື່ອວ່າ ການຈັດຕັ້ງປະຕິບັດໃນການປະຕິຮູບເຫຼົ່ານັ້ນ ຄວນຈະເລີ້ມຂຶ້ນດຽວນີ້ ແລະມອບໃຫ້ແກ່ລັດຖະບານທີ່ຖືກເລືອກແບບປະຊາທິປະໄຕ ເປັນຜູ້ຕາງໜ້າໃຫ້ປະຊາຊົນ ພາຍໃນເດືອນເມສາປີ 2022 ຕາມທີ່ລັດຖະບານຊົ່ວຄາວໄດ້ຕົກລົງໄປນັ້ນ.”

ປະຊາທິປະໄຕ ໄດ້ພິສູດໃຫ້ເຫັນແລ້ວວ່າ ເປັນລັດຖະບານທີ່ມີຄວາມທຸ່ນທ່ຽງຫຼາຍກວ່າ ເປີດກວ້າງຫຼາຍກວ່າ ມີຄວາມໝັ້ນໝາຍຕໍ່ສິດທິມະນຸດ ພາໃຫ້ເສດຖະກິດເຕີບໂຕແລະເກີດບັນຫາຂັດແຍ້ງໜ້ອຍກວ່າການປົກຄອງແບບທີ່ບໍ່ແມ່ນປະຊາທິປະໄຕ.

ຮອງລັດຖະມົນຕີການຕ່າງປະເທດເດວິດ ເຮລ ກ່າວວ່າ “ພວກເຮົາຫວັງວ່າຈະໄດ້ສືບຕໍ່ວຽກງານຂອງພວກເຮົາ ຮ່ວມກັບພາຄີຈາກອາຟຣິກາແລະຢູໂຣບຂອງພວກເຮົາ ເພື່ອຊ່ວຍເຮັດໃຫ້ເຂດຊາແຮລ ເປັນເຂດທີ່ອຸດົມຮັ່ງມີແລະມີສະຖຽນລະພາບຫຼາຍຂຶ້ນກວ່າເກົ່າ.”

XS
SM
MD
LG