Accessibility links

Breaking News

ບົດບັນນາທິການ: ກຸ່ມຈີ 7 ປະນາມການເຄື່ອນໄຫວ ຂອງຣັດເຊຍ ໃນຢູເຄຣນ


ຊາຍຄົນນຶ່ງ ຈູງລົດຖີບຜ່ານທະຫານຢູເຄຣນ ທີ່ຢືນຍາມ ຢູ່ເມືອງ Novhorodske ໃນເຂດໂດແນັດ ປະເທດຢູເຄຣນ.
ຊາຍຄົນນຶ່ງ ຈູງລົດຖີບຜ່ານທະຫານຢູເຄຣນ ທີ່ຢືນຍາມ ຢູ່ເມືອງ Novhorodske ໃນເຂດໂດແນັດ ປະເທດຢູເຄຣນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ນັບເປັນເວລາ 7 ປີມາແລ້ວ ຕັ້ງແຕ່ຣັດເຊຍໄດ້ເປີດສາກບຸກໂຈມຕີທາງທະຫານຕໍ່ຢູເຄຣນ ເພື່ອເຂົ້າຢຶດຄອງແຫຼມໄຄຣເມຍ ແລະພະຍາຍາມທີ່ຈະປະກາດຮວມເອົາເຂດດັ່ງກ່າວເຂົ້າເປັນດິນແດນສ່ວນນຶ່ງຂອງຕົນ.

ເມື່ອວັນທີ 18 ມີນາຜ່ານມານີ້ ສະຫະລັດໄດ້ເຂົ້າຮ່ວມກັບສະມາຊິກອີກ 6 ປະ ເທດຂອງກຸ່ມຈີ 7 ປະນາມການຮຸກຮານຂອງຣັດເຊຍໃນຢູເຄຣນ. ຢູ່ໃນຖະແຫຼງການຮ່ວມສະບັບນຶ່ງ ລັດຖະມົນຕີການຕ່າງປະເທດຂອງອັງກິດ ການາດາ ຝຣັ່ງ ເຢຍຣະມັນ ອີຕາລີ ແລະຍີປຸ່ນ ເອີ້ນໃນສິ່ງທີ່ຣັດເຊຍໄດ້ເຮັດໄປ ຢູ່ໃນປະເທດຢູ
ເຄຣນນັ້ນວ່າ “ບໍ່ຖືກຕ້ອງແລະຜິດກົດໝາຍ.”

ບັນດາລັດຖະມົນຕີກ່າວຕື່ມວ່າ “ພວກເຮົາຂໍປະນາມຢ່າງຈະແຈ້ງຕໍ່ການຢຶດຄອງຊົ່ວຄາວຂອງຣັດເຊຍ ຕໍ່ສາທາລະນະລັດໄຄຣເມຍ ທີ່ປົກຄອງຕົນເອງ ແລະນະຄອນເຊວາສໂຕໂຕໂປລ. ຄວາມພະຍາຍາມຂອງຣັດເຊຍທີ່ຈະເຮັດໃຫ້ເລື້ອງດັ່ງກ່າວກາຍເປັນສິ່ງທີ່ຖືກຕ້ອງຕາມກົດໝາຍນັ້ນ ແມ່ນບໍ່ໄດ້ແລະກໍຈະບໍ່ຖືກຮັບຮູ້.”

ລັດຖະມົນຕີການຕ່າງປະເທດຂອງກຸ່ມຈີ 7​ ໄດ້ອ້າງກົດບັດຂອງອົງການສະຫະປະຊາຊາດ ກົດໝາຍຂັ້ນສຸດທ້າຍແຮລຊິງກິ ແລະກົດບັດປາຮີ “ທີ່ໄດ້ກ່າວຢ່າງຈະແຈ້ງເຖິງຫຼັກການພື້ນຖານໃນການເຄົາລົບຕໍ່ຜືນແຜ່ນດິນອັນຄົບຖ້ວນຂອງປະເທດໃດກໍຕາມ ແລະຫ້າມການນຳໃຊ້ກຳລັງເພື່ອປ່ຽນແປງຊາຍແດນ. ໂດຍການໃຊ້ກຳລັງຕໍ່ຜືນແຜ່ນດິນອັນຄົບຖ້ວນ ຂອງຢູເຄຣນນັ້ນ” ພວກທ່ານກ່າວວ່າ “ຣັດເຊຍແມ່ນຈະແຈ້ງໄດ້ລ່ວງລະເມີດຕໍ່ກົດໝາຍລະຫວ່າງປະເທດແລະຝ່າຝືນຕໍ່ຫຼັກການເຫຼົ່ານີ້.”

ນອກນັ້ນ ພວກເຂົາທ່ານຍັງໄດ້ປະນາມການລະເມີດສິດທິມະນຸດຂອງຣັດເຊຍຢູ່ໃນແຫຼມໄຄຣເມຍ ໂດຍສະເພາະແມ່ນສິດທິມະນຸດຂອງຊາວຕາຕ້າ ຊຶ່ງໄດ້ຖືກລ່ວງລະເມີດຢ່າງຮ້າຍແຮງດ້ວຍການລົງໂທດທີ່ມີຈຸດປະສົງທາງການເມືອງແລະການຮາວີລົບກວນໃນຮູບແບບອື່ນໆ. ບັນດາລັດຖະມົນຕີການຕ່າງປະເທດຂຽນຢູ່ໃນຖະແຫຼງການຕື່ມວ່າ “ພວກເຮົາຂໍຮຽກຮ້ອງໃຫ້ຣັດເຊຍຈົ່ງເຄົາລົບຕໍ່ພັນທະສາກົນຂອງຕົນ ໂດຍອະນຸຍາດໃຫ້ພວກນັກສັງເກດການສາກົນເຂົ້າໄປເບິ່ງແລະປ່ອຍໂຕພວກທີ່ຖືກຈັບກຸມຄຸມຂັງແບບບໍ່ເປັນທຳນັ້ນໂດຍທັນທີ.”

ນອກນັ້ນ ກຸ່ມຈີ 7 ຍັງສະແດງຄວາມສະໜັບສະໜຸນ ຕໍ່ການໂຄສະນາກ່ຽວກັບແຫຼມໄຄຣເມຍຂອງຢູເຄຣນ ຊຶ່ງເປັນຂໍ້ລິເລີ້ມທີ່ແນໃສ່ ເພື່ອຮວບຮວມພວກທີ່ມີຈິດໃຈແບບດຽວກັນ ກ່າວປະນາມຕໍ່ການບຸກ ແລະເຂົ້າຢຶດຄອງແຫຼມໄຄຣເມຍ ຂອງຣັດເຊຍ ປະນາມການໃຊ້ກຳລັງທະຫານຕໍ່ແຫຼມດັ່ງກ່າວ ແລະການລະເມີດ
ສິດທິມະນຸດຕໍ່ປະຊາຊົນຢູ່ໃນເຂດໄຄຣເມຍ ແລະຊອກຫາຊ່ອງທາງເພື່ອແກ້ໄຂບັນຫາເຫຼົ່ານີ້ໃຫ້ດຳເນີນການຕໍ່ໄປ.

ບັນດາລັດຖະມົນຕີການຕ່າງປະເທດຍັງໄດ້ອອກສຽງຄັດຄ້ານຢ່າງໜັກແໜ້ນເຊັ່ນກັນ ໃນການສືບຕໍ່ສ້າງຄວາມບໍ່ທຸ່ນທ່ຽງແກ່ປະເທດຢູເຄຣນ ໂດຍສະເພາະແລ້ວ ແມ່ນຢູ່ໃນເຂດໂດແນັດແລະລູຮານ. ພວກທ່ານກ່າວວ່າ “ການຈັດຕັ້ງປະຕິບັດຂໍ້ຕົກລົງມິງສ໌ໂດຍເຕັມ ແມ່ນວິທີການເພື່ອດຳເນີນການໄປໜ້າສຳລັບສັນຕິພາບ.” ພວກທ່ານໄດ້ກ່າວຊົມເຊີຍການດຳເນີນຄວາມພະຍາຍາມຂອງຝຣັ່ງ ແລະເຢຍຣະມັນ ໃນບົດບາດຖານະເປັນຜູ້ເຂົ້າຮ່ວມ ຂອງພວກທ່ານ ໃນຮູບແບບນໍມັງດີ ເພື່ອຊ່ວຍດຳເນີນການຕາມເສັ້ນທາງດ້ານການທູດໃນການແກ້ໄຂບັນຫາຂັດແຍ້ງ ດັ່ງກ່າວ.

ກຸ່ມຈີ 7 ຂໍຢືນຢັນວ່າ ຕົນຍັງສືບຕໍ່ “ມີຄວາມໝັ້ນໝາຍໂດຍເຕັມໃນການຈັດຕັ້ງປະຕິດບັດການລົງໂທດ ແລະຈະສືບຕໍ່ຢືນຢູ່ຄຽງບ່າຄຽງໄຫຼ່ກັບຢູເຄຣນໃນການສະໜັບສະໜຸນຕໍ່ຄວາມເປັນເອກກະລາດ ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນພາຍໃຕ້ເຂດຊາຍແດນທີ່ຮັບຮູ້ໂດຍນາໆຊາດ.”

ໂດຍໄດ້ສະທ້ອນໃຫ້ເຫັນໃນສິ່ງທີ່ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນໄດ້ຂຽນໄວ້ໃນເດືອນກຸມພາຜ່ານມາ ກ່ຽວກັບການຮຸກຮານຂອງຣັດເຊຍ ໃນປີ 2014 ນັ້ນ ລັດຖະມົນຕີຂອງກຸ່ມຈີ 7 ປະກາດວ່າ “ເຂດໄຄຣເມຍເປັນຂອງປະເທດຢູເຄຣນ.”

XS
SM
MD
LG