Accessibility links

Breaking News

ບົດບັນນາທິການ: ສະຫະລັດ ປະນາມ ການຕໍ່ສິດອຳນາດໃນການປົກຄອງ ຢູ່ໂຊມາເລຍ


ກຳລັງຮັກສາຄວາມສະຫງົບຕັນຫົນທາງດ້ວຍດ້ຍຫຸ້ມເກາະລຳລຽງພົນ ທີ່ນະຄອນຫຼວງໂມກາດິສຊູ ເມື່ອວັນທີ 19 ກຸມພາ 2021.
ກຳລັງຮັກສາຄວາມສະຫງົບຕັນຫົນທາງດ້ວຍດ້ຍຫຸ້ມເກາະລຳລຽງພົນ ທີ່ນະຄອນຫຼວງໂມກາດິສຊູ ເມື່ອວັນທີ 19 ກຸມພາ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ການເຂົ້າດຳລົງຕຳແໜ່ງນຶ່ງສະໄໝເປັນເວລາ 4 ປີ ຂອງປະທານາທິບໍດີໂຊມາເລຍ ທ່ານໂມຮາເໝັດ ອັບດູລລາລ ໂມຮາເມັດ ຊຶ່ງຮູ້ກັນດີໃນອີກຊື່ນຶ່ງວ່າ ເຟີມາໂຈ ນັ້ນ ໄດ້ສິ້ນສຸດລົງໃນວັນທີ 8 ກຸມພາຜ່ານມາ ແຕ່ທ່ານຍັງຢູ່ໃນຕຳແໜ່ງຕໍ່ໄປ ຍ້ອນສະພາບການບໍ່ໄປບໍ່ມາທີ່ແກ່ຍາວເນື່ອງຈາກຜູ້ນຳຂອງລັດຕ່າງໆ ທີ່ເປັນສະມາຊິກຂອງລັດຖະບານກາງບໍ່ຮູ້ວ່າຈະຈັດການເລືອກຕັ້ງແບບ ໃດ.

ເມື່ອວັນທີ 12 ເມສາຜ່ານມານີ້ ສະພາຕ່ຳຂອງໂຊມາເລຍ ໄດ້ລົງຄະແນນສຽງເພື່ອຕໍ່ອາຍຸສິດອຳນາດໃນການປົກຄອງຂອງລັດຖະບານກາງ ແລະສະພາແຫ່ງຊາດອອກໄປຕື່ມ 2 ປີ ຊຶ່ງເປັນການທຳລາຍຄວາມພະຍາຍາມໃນການຫາທາງແກ້ໄຂສະພາບການບໍ່ໄປບໍ່ມາດັ່ງກ່າວ ແລະຈັດໃຫ້ມີການເລືອກຕັ້ງຂຶ້ນໃນທັນທີ. ນຶ່ງມື້ຕໍ່ມາປະທານາທິບໍດີຟາມາໂຈ ໄດ້ລົງນາມໃນຮ່າງກົດໝາຍສະບັບດັ່ງກ່າວ.

ປະຊາຄົມນາໆຊາດ ຮວມທັງສະະລັດ ແມ່ນຄັດຄ້ານໃນການຕໍ່ສິດອຳນາດການ ປົກຄອງປະເທດ ໂດຍເອີ້ນວ່າມັນເປັນໄພຂົ່ມຂູ່ທີິ່ຮ້າຍແຮງຕໍ່ສັນຕິພາບແລະສະ ຖຽນລະພາບຂອງໂຊມາເລຍແລະປະເທດເພື່ອນບ້ານ ໂດຍເຕືອນວ່າກຸ່ມກໍ່ການຮ້າຍອາລຊາບາບ ອາດຈະສວຍໂອກາດໃຊ້ຜົນຂອງການເກີດຄວາມແຕກແຍກດັ່ງກ່າວ. ສະຫະລັດແລະ ປະຊາຄົມນາໆຊາດ ປະເທດອື່ນໆ ຍັງໄດ້ເຕືອນວ່າ ການຕໍ່ອາຍຸສິດອຳນາດ ໃນການປົກຄອງປະເທດ ແລະສະພາບການບໍ່ໄປບໍ່ມາທາງດ້ານການເມືອງທີ່ຍັງມີຢູ່ ຈະທຳລາຍຄວາມສາມາດຂອງຜູ້ນຳໂຊມາເລຍ ໃນການສະໜອງຕອບຕໍ່ຄວາມຕ້ອງການອັນຮີບດ່ວນຂອງປະຊາຊົນຊາວໂຊມາເລຍ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວຢູ່ໃນຖະແຫຼງການວ່າ “ພວກເຮົາໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ ສະຫະລັດ ບໍ່ໄດ້ໃຫ້ການສະໜັບສະໜຸນໃນການຕໍ່ອາຍຸການປົກຄອງປະເທດໂດຍທີ່ບໍ່ໄດ້ຮັບການສະໜັບສະໜຸນຢ່າງກວ້າງຂວາງ ຈາກພັກຝ່າຍຕ່າງໆທີ່ມີສ່ວນໄດ້ສ່ວນເສຍ ຂອງໂຊມາເລຍ ຫຼືການໃຫ້ຄວາມສະໜັບສະໜຸນຂອງສະຫະລັດຕໍ່ຂັ້ນຕອນການເລືອກຕັ້ງທີ່ຄຽງຄູ່ຫຼືເປັນບາງສ່ວນ. ການເຮັດແບບນັ້ນ ຈະເປັນການສ້າງຄວາມແຕກແຍກຢ່າງເລິກເຊິ່ງ ບ່ອນທຳລາຍຕໍ່ຂັ້ນຕອນ ໃນການສ້າງຕັ້ງ ລັດຖະບານກາງແລະການປະຕິຮູບທີ່ເປັນຈຸດໃຈກາງໃນຄວາມກ້າວໜ້າຂອງໂຊມາເລຍແລະການເປັນພາຄີ ກັບປະຊາຄົມນາໆຊາດ ແລະຫັນເຫຄວາມສົນໃຈ ໄປຈາກການຕອບໂຕ້ຕໍ່ກຸ່ມອາລ-ຊາບາບ. ນອກນັ້ນ ມັນຍັງຈະເຮັດໃຫ້ເກີດຄວາມຊັກຊ້າເພີ້ມຂຶ້ນສຳລັບການເລືອກຕັ້ງຕາມທີ່ໄດ້ໃຫ້ຄຳໝັ້ນສັນຍາໄວ້ ທີ່ປະຊາຊົນຊາວໂຊມາເລຍພວມລໍຖ້າຢູ່ນັ້ນ.”

ລັດຖະມົນຕີການຕ່າງປະເທດແອນໂທນີ ບລິງເກັນ ເຕືອນວ່າ ສະຫະລັດ ອາດຈະທຳການລົງໂທດ ຫຼືອອກຂໍ້ຈຳກັດທາງດ້ານວີຊາ. ສະຫະລັດອາດຈະທຳການຊັ່ງຊາຕີລາຄາຄືນໃໝ່ ການໃຫ້ຄວາມຊ່ວຍເຫຼືອຕໍ່ໂຊມາເລຍ ຊຶ່ງເປັນປະເທດທີ່ເພິ່ງພາອາໄສການຊ່ວຍເຫຼືອຂອງຕ່າງປະເທດຢ່າງໜັກ ສຳລັບເຄື່ອງຂອງທີ່ຈຳ
ເປັນຕ່າງເຊັ່ນອາຫານການກິນ ຕະຫຼອດທັງໃຫ້ການຝຶກແອບແລະຕິດອາວຸດໃຫ້ແກ່ກຳລັງຮັກສາຄວາມສະຫງົບຂອງຕົນ.

ລັດຖະມົນຕີການຕ່າງປະເທດແອນໂທນີ ບລິງເກັນ ໄດ້ຮຽກຮ້ອງໃຫ້ລັດຖະບານ ກາງຂອງໂຊມາເລຍ ແລະຜູ້ນຳຂອງລັດຕ່າງໆທີ່ເປັນສະມາຊິກລັດຖະບານກາງກັບຄືນສູ່ໂຕະເຈລະຈາ ແລະຊອກຫາທາງແກ້ໄຂວິກິດການ ກ່ຽວກັບການເລືອກຕັ້ງ ຊຶ່ງທ່ານກ່າວວ່າ “ພວກເຮົາຂໍຮຽກຮ້ອງໃຫ້ທຸກພັກຝ່າຍໃຊ້ຄວາມຢັບຢັ້ງເປັນທີ່ສຸດ ສືບຕໍ່ການເຈລະຈາຫາລືແລະຫຼີກລ້ຽງຕໍ່ການເອົາມາດຕະການຕື່ມອີກຕາມລຳພັງແຕ່ພຽງຝ່າຍດຽວ ທີ່ຈະກໍ່ໃຫ້ເກີດຄວາມເຄັ່ງຕຶງ ແລະບ່ອນທຳລາຍຕໍ່ຂັ້ນຕອນປະຊາທິປະໄຕ ແລະສະຖາບັນຕ່າງໆຂອງໂຊມາເລຍ.”

XS
SM
MD
LG