Accessibility links

Breaking News

ບົດບັນນາທິການ: ມີຄວາມເປັນຫ່ວງ ກ່ຽວກັບການເອົາບາດກ້າວ ແບບຮຸກຮານຂອງຈີນ ຕໍ່ໄຕ້ຫວັນ


ຜູ້ບັນຊາການ ລິນ ຈີ ມິງ ຢູ່ເທິງກຳປັ່ນຍາມຝັ່ງຂອງລາວ ເມື່ອທ້າຍເດືອນມັງກອນຜ່ານມາ.
ຜູ້ບັນຊາການ ລິນ ຈີ ມິງ ຢູ່ເທິງກຳປັ່ນຍາມຝັ່ງຂອງລາວ ເມື່ອທ້າຍເດືອນມັງກອນຜ່ານມາ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດມີຄວາມເຫັນຫ່ວງກັງວົນກ່ຽວກັບການເອົາມາດຕະການແບບຮຸກຮານຂອງສາທາລະນະລັດປະຊາຊົນຈີນ ຕໍ່ໄຕ້ຫວັນ ທີ່ມີຄວາມກ້າວໜ້າໃນດ້ານປະຊາທິປະໄຕ ຢູ່ໃນຂົງເຂດອິນໂປາຊີຟິກ ແລະເປັນພາຄີທີ່ສຳຄັນ ທາງດ້ານຄວາມໝັ້ນຄົງ ແລະເສດຖະກິດຂອງສະຫະລັດ.

ສປ ຈີນ ໄດ້ສົ່ງເຮືອບິນລົບ ແລະເຮືອບິນຖິ້ມລະເບີດ ຊຶ່ງໃນບາງມື້ ມີຫຼາຍເຖິງ 50 ລໍາ ບິນລ່ວງລໍ້າ ຊໍ້າແລ້ວຊໍ້າອີກ ເຂົ້າໄປໃນເຂດປ້ອງກັນທາງອາກາດຂອງໄຕ້ຫວັນ. ນອກນັ້ນ ສປ ຈີນ ຍັງໄດ້ທຳການຝຶກຊ້ອມທາງທະຫານ ໃນບໍລິເວນຊ່ອງແຄບໄຕ້ຫວັນ ທີ່ຈີນກ່າວວ່າ ເປັນ “ການຊ້ອມລົບ” ນັ້ນ.

ນອກເໜືອໄປຈາກການຂົ່ມຂູ່ທາງທະຫານ ແລະເອົາມາດຕະການດັ່ງກ່າວແລ້ວ ສປ ຈີນ ຍັງໄດ້ແນໃສ່ ເພື່ອສ້າງຄວາມໂດດດ່ຽວທາງດ້ານການທູດ ການໂຈມຕີທາງໄຊເບີ້ ການກົດດັນທາງດ້ານເສດຖະກິດ ແລະການປຸກລະດົມໃຫ້ຂໍ້ມູນທີ່ບິດເບືອນກ່ຽວກັບໄຕ້ຫວັນນຳດ້ວຍ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວໃນການໃຫ້ສຳພາດວ່າ “ການເອົາບາດກ້າວແບບຮຸກຮານເພີ້ມຂຶ້ນ” ຂອງປັກກິ່ງ ໄດ້ພາໃຫ້ເກີດ “ຄວາມເປັນຫ່ວງຢ່າງແທ້ຈິງ” ໂດຍໃຫ້ຂໍ້ສັງເກດວ່າ ສະຫະລັດ ມີຄວາມໝັ້ນໝາຍຢ່າງຈິງຈັງ ທັງຕໍ່ໄຕ້ຫວັນ ແລະຕໍ່ສັນຕິພາບແລະຄວາມໝັ້ນ
ຄົງໃນເຂດມະຫາສະໝຸດປາຊີຟິກຕາເວັນຕົກ ຊຶ່ງທ່່ານກ່າວຕື່ມວ່າ “ມັນຈະເປັນຄວາມຜິດພາດຢ່າງມະຫັນ ສຳລັບປະເທດໃດກໍຕາມທີ່ພະຍາຍາມຈະປ່ຽນສະຖາພາບທີ່ເປັນຢູ່ໃນປັດຈຸບັນ ດ້ວຍການໃຊ້ກຳລັງ.”

ຢູ່ທີ່ການຖະແຫຼງຂ່າວນັ້ນ ທ່ານເນດ ໄພຣສ໌ ໂຄສົກກະຊວງການຕ່າງປະເທດສະຫະລັດ ກ່າວຢ້ຳວ່າ ຄວາມໝັ້ນໝາຍ ຂອງສະຫະລັດທີ່ມີຕໍ່ໄຕ້ຫວັນ ແມ່ນ “ແມ່ນແຂງແກ່ນຄືຫີນ.”

“ພວກເຮົາຮູ້ວ່າ ມັນມີສ່ວນໃນການຮັກສາສັນຕິພາບແລະສະຖຽນລະພາບຂ້າມຊ່ອງແຄບໄຕ້ຫວັນແລະຢູ່ໃນຂົງເຂດ ຕະຫຼອດທັງເປັນການໃຫ້ຄວາມສະໜັບສະໜຸນຕໍ່ນະໂຍບາຍທີ່ມີມາແຕ່ດົນນານຂອງສະຫະລັດ ທີ່ໄດ້ສະທ້ອນໃຫ້ເຫັນກົດໝາຍວ່າດ້ວຍຄວາມສຳພັນກັບໄຕ້ຫວັນສະຫະລັດຈະຮັກສາລະດັບຄວາມສາມາດເພື່ອຕ້ານຢັນໃນການໃຊ້ກຳລັງຫຼືການບັງຄັບໃນຮູບແບບອື່ນທີ່ຈະເຮັດໃຫ້ຄວາມປອດໄພ ຫຼືສັງຄົມ ຫຼືລະບົບເສດຖະກິດຂອງປະຊາຊົນໄຕ້ຫວັນຕົກຢູ່ໃນອັນຕະລາຍ.”

ເມື່ອວັນທີ 9 ເມສາຜ່ານມາ ກະຊວງການຕ່າງປະເທດ ໄດ້ປະກາດກ່ຽວກັບຂໍ້ແນະນຳສະບັບໃໝ່ ສຳລັບການມີປະຕິສຳພັນຂອງລັດຖະບານສະຫະລັດ ກັບຄູ່ຕຳແໜ່ງຝ່າຍໄຕ້ຫວັນ “ເພື່ອຊຸກຍູ້ການພົວພັນຂອງສະຫະລັດກັບໄຕ້ຫວັນທີ່ສະທ້ອນໃຫ້ເຫັນຄວາມສຳພັນແບບບໍ່ເປັນທາງການອັນເລິກເຊິິ່ງຂອງພວກເຮົາ” ນັ້ນຄືຄວາມເວົ້າຂອງທ່ານໄພຣສ໌ ທີ່ກ່າວຢູ່ໃນຖະແຫຼງການ. “ຂໍ້ແນະນຳເຫຼົ່ານີ້ ແມ່ນໃຊ້ເປັນທິດທາງໃນການຕິດຕໍ່ກັບໄຕ້ຫວັນເພື່ອໃຫ້ສອດຄ່ອງກັບຄວາມສຳ ພັນທີ່ບໍ່ເປັນທາງການ ແລະໃຫ້ຄວາມຈະແຈ້ງໂດຍຜ່ານຝ່າຍບໍລິຫານ ໃນການຈັດຕັ້ງປະຕິບັດແບບມີປະສິດທິຜົນ ໃນ “ນະໂຍບາຍຈີນດຽວ” ຂອງພວກເຮົາ.” ທ່ານໃຫ້ຂໍ້ສັງເກດວ່າ “ຂໍ້ແນະນຳນີ້ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງໄຕ້ຫວັນ ໃນການເປັນປະຊາທິປະໄຕແບບມີຊີວິດຊີວາ ແລະເປັນພາຄີທີ່ສຳຄັນທາງດ້ານຄວາມໝັ້ນຄົງແລະເສດຖະກິດ ຊຶ່ງຍັງເປັນກຳລັງໃນທາງທີ່ດີ ສຳລັບປະຊາຄົມນາໆຊາດນຳດ້ວຍ.”

ທີ່ກອງປະຊຸມຖະແຫຼງຂ່າວ ທ່ານໄພຣສ໌ ໄດ້ກ່າວຢ້ຳວ່າ ສະຫະລັດ ຈະ “ສືບຕໍ່ເຮັດວຽກກັບພັນທະມິດແລະປະເທດພາຄີເພື່ອສະໜັບສະໜຸນຄວາມອຸດົມຮັ່ງມີ ຄວາມໝັ້ນຄົງ ແລະຫຼັກຄຸນຄ່າຮ່ວມກັນຂອງພວກເຮົາ ໃນເຂດອິນໂດປາຊີຟິກ ແລະນັ້ນແມ່ນຮວມທັງ ເມື່ອເວົ້າເຖິງສັນຕິພາບແລະສະຖຽນລະພາບຢູ່ໃນບໍລິເວນຊ່ອງແຄບໄຕ້ຫວັນ.”

XS
SM
MD
LG