Accessibility links

Breaking News

ບົດບັນນາທິການ: ການສະຫຼອງຄວາມສຳຄັນ ກ່ຽວກັບອິດສະຫຼະພາບ ດ້ານການຂ່າວ


ຜູ້ຄົນເຍີງໜັງສືພິມ Apple Daily ໃນຂະນະທີ່ພວກເຂົາເຈົ້າປະທ້ວງອິດສະຫຼະພາບດ້ານການຂ່າວ.
ຜູ້ຄົນເຍີງໜັງສືພິມ Apple Daily ໃນຂະນະທີ່ພວກເຂົາເຈົ້າປະທ້ວງອິດສະຫຼະພາບດ້ານການຂ່າວ.

ບົດບັນນາທິິການ ທີ່ສະທ້ອນເຖິງທັດສະນະຂອງລັດຖະບານສະຫະລັດ

ສະຫະລັດຮ່ວມກັບປະຊາຄົມນາໆຊາດສະເຫຼີມສະຫຼອງຄວາມສຳຄັນຂອງອິດສະຫຼະພາບດ້ານການຂ່າວ. ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວຢູ່ໃນຖະແຫຼງການ ເນື່ອງໃນໂອກາດວັນສະເຫຼີມສະຫຼອງ ອິດສະຫຼະພາບດ້ານການຂ່າວ ຂອງໂລກ ໂດຍເວົ້າວ່າ “ຂໍ້ມູນຂ່າວສານ ແລະຄວາມຮູ້ແມ່ນເຄື່ອງມືທີ່ມີພະລັງ ແລະຂ່າວສານທີ່ເສລີແລະເປັນອິດສະຫຼະແມ່ນສະຖາບັນຫຼັກທີ່ເຊື່ອມຕໍ່ສາທາລະນະຊົນກັບຂໍ້ມູນຂ່າວສານທີ່ພວກເຂົາເຈົ້າຕ້ອງການ.” ດ້ວຍເຫດນີ້ ສະຫະລັດຈຶ່ງສະໜັບສະໜຸນໃຫ້ມີອິດສະຫຼະພາບ ດ້ານ ການຂ່າວ ທັງຢູ່ໃນອອນລາຍນ໌ແລະອອຟລາຍນ໌ ແລະເພື່ອຄວາມປອດໄພຂອງພວກນັກຂ່າວຢູ່ໃນທົ່ວໂລກ.

ອິດສະຫຼະພາບໃນການສະແດງຄວາມຄິດຄວາມເຫັນ ແມ່ນພື້ນຖານຂອງສັງຄົມທີ່ເປັນປະຊາທິປະໄຕ. ພາຍໃຕ້ຄຳປະກາດສາກົນວ່າດ້ວຍສິດທິຂອງມະນຸດນັ້ນ ອິດສະຫຼະພາບໃນການສະແດງຄວາມຄິດຄວາມເຫັນ ແມ່ນຮວມທັງສິດທິຂອງສ່ວນບຸກຄົນທັງໝົດ “ເພື່ອຊອກສະແຫວງຫາ ໄດ້ຮັບແລະຖືກແຈ້ງໃຫ້ຊາບກ່ຽວກັບຂໍ້ມູນຂ່າວສານ ແລະຄວາມຄິດ ໂດຍຜ່ານສື່ມວນຊົນ ແລະບໍ່ມີພົມແດນ.”

ລັດຖະມົນຕີການຕ່າງປະເທດບລິງເກັນ ກ່າວວ່າ “ແຕ່ສະພາບການກ່ຽວກັບສິດທິມະນຸດຂອງພວກນັກຂ່າວ ໃນທຸກມື້ນີ້ ແມ່ນເປັນທີ່ໜ້າຢ້ານກົວ.”

ນັ້ນຄືເຫດຜົນອັນນຶ່ງ ທີ່ສະຫະລັດໄດ້ທຳການປະກາດ ເພື່ອເປັນການຕອບໂຕ້ຕໍ່ການສັງຫານຢ່າງໂຫດຮ້າຍປ່າເຖື່ອນ ນັກຂ່າວຊາອຸດີ ທ່ານຈາມາລ ຄາຊອກກີ ຄື “ການຫ້າມທີ່ພົວພັນກັບທ່ານຄາຊອກກີ” ເພື່ອຊ່ວຍປ້ອງກັນບໍ່ໃຫ້ເກີດການປະພຶດທີ່ເປັນອັນຕະລາຍຕໍ່ສື່ມວນຊົນ.

ອີງຕາມຄະນະກຳມະການປົກປ້ອງນັກຂ່າວແລ້ວ ຈຳນວນພວກນັກຂ່າວ ທີ່ຖືກຄຸມຍ້ອນວຽກການຂອງພວກເຂົາເຈົ້າໃນປີ 2020 ແມ່ນເຖິງລະດັບສູງສຸດ ນັບແຕ່ອົງການດັ່ງກ່າວເລີ້ມເກັບກຳຂໍ້ມູນມາ ໂດຍມີສາທາລະນະລັດປະຊາຊົນຈີນ ເທີກີແລະອີຈິບ ເປັນປະເທດທີ່ຈັບກຸມຄຸມຂັງພວກນັກຂ່າວຫຼາຍທີ່ສຸດໃນປີກາຍນີ້. ຢູ່ປະເທດຣັດເຊຍ ເຈົ້າໜ້າທີ່ຍັງສືບຕໍ່ຈຳກັດຮັດແຄບການລາຍງານຂອງອົງການຂ່າວອິດສະຫຼະ ຮວມທັງວິທະຍຸຢູໂຣບເສລີ ແລະວິທະຍຸອິດສະຫຼະພາບ.

ແຕ່ບໍ່ເປັນຈັງໂຊກ ໂຣກລະບາດໂຄວິດ-19 ໄດ້ຖືກໃຊ້ເປັນຂໍ້ອ້າງສຳລັບລັດຖະບານທີ່ກົດຂີ່ເພື່ອເພີ້ມທະວີການກົດດັນຕໍ່ສື່ມວນຊົນທີ່ເປັນອິດສະຫຼະ. ລັດຖະມົນຕີການຕ່າງປະເທດບລິງເກັນ ຮຽກຮ້ອງໃຫ້ລັດຖະບານຂອງທຸກໆປະເທດຄ້ຳປະ ກັນຄວາມປອດໄພຂອງສື່ມວນຊົນແລະໃຫ້ການຄຸ້ມຄອງຕໍ່ຄວາມສາມາດໃນການເຮັດວຽກຂອງພວກນັກຂ່າວ ໂດຍປາສະຈາກຄວາມຢ້ານກົວ ໃນການທີ່ຈະເກີດຄວາມຮຸນແຮງ ການຂົ່ມຂູ່ ຫຼືການຄຸມຂັງແບບບໍ່ເປັນທຳ. ສະຫະລັດຂໍຮຽກຮ້ອງໃຫ້ລັດຖະບານຂອງປະເທດຕ່າງໆ ສືບສວນ ແລະນຳເອົາຕົວພວກກໍ່ການມາລົງໂທດ ໃນການກໍ່ອາຊະຍາກຳຕ່າງໆ ຕໍ່ພວກນັກຂ່າວ.

ໃນໂລກ ທີ່ມີການນຳໃຊ້ລະບົບດີຈີຕອລຫຼາຍຂຶ້ນນັ້ນອິດສະຫຼະພາບດ້ານການຂ່າວ ແລະການຫຼັ່ງໄຫຼຂອງຂໍ້ມູນຂ່າວສານ ຍັງຈຳເປັນຕ້ອງໄດ້ມີລະບົບອິນເຕີແນັດທີ່ເປັນອິດສະຫຼະອີກດ້ວຍ. ລັດຖະມົນຕີການຕ່າງປະເທດບລິງເກັນກ່າວວ່າ ສະຫະລັດ “ມີຄວາມເປັນຫ່ວງທີ່ລັດຖະບານຂອງປະເທດຕ່າງໆໄດ້ເພີ້ມທະວີໃນການດຳເນີນຄວາມພະຍາຍາມ ເພື່ອບໍ່ໃຫ້ປະຊາຊົນໄດ້ຮັບຂໍ້ມູນຂ່າວສານ ແລະຄວາມຮູ້ໂດຍຄວບຄຸມການເຖິງອິນເຕີແນັດແລະການກວດກາເນື້ອໄນຂອງຂ່າວ ຮວມທັງໂດຍການນຳໃຊ້ຢ່າງກວ້າງຂວາງໃນການຈຳກັດຮັດແຄບຕໍ່ຕາໜ່າງອິນ ເຕີແນັດ. ລັດຖະບານຂອງປະເທດຕ່າງໆ ບໍ່ຄວນອັດ ຂັດຂວາງ ບີບຮັດ ກວດກາ ຫຼືໃຊ້ບໍລິການກັ່ນກອງ ໃນຂະນະທີ່ການກະທຳເຫຼົ່ານີ້ ບ່ອນທຳລາຍ ແລະຈຳກັດຕໍ່ສິດທິໃນການເຕົ້າໂຮມກັນແບບສັນຕິ ແລະອິດສະຫຼະພາບ ໃນການຄົບ ຄ້າສະມາຄົມ ຕະຫຼອດທັງການສະແດງອອກຊຶ່ງຄວາມຄິດຄວາມເຫັນ ລົບກວນການເຂົ້າເຖິງການບໍລິການທີ່ຈຳເປັນຕ່າງໆ ແລະມີຜົນກະທົບໃນທາງລົບຕໍ່ເສດ ຖະກິດ.”

ສະຫະລັດມີຄວາມໝັ້ນໝາຍ ທີ່ຈະເຮັດວຽກ ໃນການເປັນພາຄີກັບບັນດາສະມາ ຊິກຂອງອົງການສື່ມວນຊົນ ພາກເອກກະຊົນ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະລັດຖະບານຂອງປະເທດຕ່າງໆເພື່ອໃຫ້ການສະໜັບສະໜຸນໃນການເຂົ້າເຖິງຂໍ້ມູນຂ່າວສານ ພ້ອມທັງປົກປ້ອງອິດສະຫຼະພາບໃນການສະແດງຄວາມຄິດ ຄວາມເຫັນແລະພວກນັກຂ່າວທີ່ປະເຊີນກັບການຂົ່ມຂູ່ ຮາວີລົບກວນ ຈັບກຸມຄຸຸມຂັງ ແລະການໃຊ້ຄວາມຮຸນແຮງຕໍ່ການຊົມໃຊ້ສິດທິຂອງພວກເຂົາເຈົ້າ.

XS
SM
MD
LG