Accessibility links

Breaking News

ບົດບັນນາທິການ: ມາລີ ຕ້ອງກັບຄືນໄປສູ່ການປົກຄອງ ແບບປະຊາທິປະໄຕ


ປະທານາທິບໍດີຊົ່ວຄາວຂອງມາລີ ພັນເອກອັສຊີມີ ກອຍຕາ (ກາງ) ຢືນຮ່ວມກັບສະມາຊິກ ຂອງສານສູງສຸດ ໃນລະຫວ່າງພິທີສາບານໂຕເຂົ້າຮັບຕຳແໜ່ງ ທີ່ນະຄອນຫຼວງບາມາໂກ. ເມື່ອວັນທີ 7 ມິຖຸນາ 2021.
ປະທານາທິບໍດີຊົ່ວຄາວຂອງມາລີ ພັນເອກອັສຊີມີ ກອຍຕາ (ກາງ) ຢືນຮ່ວມກັບສະມາຊິກ ຂອງສານສູງສຸດ ໃນລະຫວ່າງພິທີສາບານໂຕເຂົ້າຮັບຕຳແໜ່ງ ທີ່ນະຄອນຫຼວງບາມາໂກ. ເມື່ອວັນທີ 7 ມິຖຸນາ 2021.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະຫະລັດ ໄດ້ຮ່ວມສົມທົບກັບປະຊາຄົມນາໆຊາດ ເພື່ອຮຽກຮ້ອງໃຫ້ປະ ເທດມາລີ ກຳນົດການຫັນປ່ຽນໄປສູ່ການປົກຄອງຂອງລັດຖະບານທີ່ຖືກເລືອກ ແບບປະຊາທິປະໄຕ. ນັ້ນຄືຂໍ້ຄວາມ ຂອງຮັັກສາການຜູ້ຕາງໜ້າພິເສດ ຮັບຜິດ ຊອບກິດຈະການດ້ານການເມືອງຂອງສະຫະລັດ ທ່ານເຈັບຟຣີ ດີລໍແຣນຕິສທີ່
ໄດ້ກ່າວຕໍ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໃນການລາຍງານເມື່ອໄວໆມານີ້ ກ່ຽວກັບປະເທດມາລີ.

ນອກຈາກເປັນໄພຂົ່ມຂູ່ ຕໍ່ຄວາມປອດໄພຂອງປະຊາຊົນຕົນເອງ ຈາກພວກຫົວຮຸນແຮງຈັດ ທີ່ມີຄວາມສຳພັນກັບກຸ່ມກໍ່ການຮ້າຍ ອາລກາອີດາ ແລະກຸ່ມລັດອິສລາມແລ້ວ ໃນໄລຍະສອງ-ສາມປີຜ່ານມານີ້ ປະເທດມາລີ ຍັງໄດ້ປະສົບກັບສະ ພາບຄວາມບໍ່ທຸ່ນທ່ຽງທາງດ້ານການເມືອງ ຮວມທັງການກໍ່ລັດຖະປະຫານ ແລະພວກຜູ້ນຳພົນລະເຮືອນໄລຍະຂ້າມຜ່ານຍັງໄດ້ຖືກປົດ ພາຍໃນເວລາ 9 ເດືອນ.

ໃນເດືອນສິງຫາປີກາຍນີ້ ພັນເອກອັສຊີມີ ກອຍຕາ ເປັນຜູ້ນຳພາໃນການເຮັດລັດຖະປະຫານ ຊຶ່ງໄດ້ໂຄ່ນລົ້ປະທານາທິບໍດີທີ່ໄດ້ຮັບເລືອກແບບປະຊາທິປະໄຕ. ຫຼັງຈາກໄດ້ຖືກກົດດັນຈາກປະຊາຄົມເສດຖະກິດໃນເຂດອາຟຣິກາຕາເວັນຕົກທີ່ເອີ້ນຫຍໍ້ວ່າ ECOWAS ລັດຖະບານໄລຍະຂ້າມຜ່ານກໍໄດ້ມີການສ້າງຕັ້ງ
ຂຶ້ນ ຊຶ່ງຕຳແໜ່ງນາຍົກລັດຖະມົນຕີ ແລະປະທານາທິບໍດີຂອງປະເທດ ແມ່ນກຳໂດຍພົນລະເຮືອນ. ພັນເອກກອຍຕາ ຮັບໜ້າທີ່ເປັນຮອງປະທານາທິບໍດີ ຢູ່ໃນລັດຖະບານດັ່ງກ່າວມາໄດ້ 9 ເດືອນ. ເມື່ອວັນທີ 24 ພຶດສະພາ 2021 ລາວໄດ້ປົດ ແລະຈັບກຸມຄຸມຂັງພວກຜູ້ນຳພົນລະເຮືອນ. ບໍ່ເທົ່າໃດມື້ຕໍ່ມາ ສານລັດຖະທຳມະນູນຂອງມາລີ ກໍໄດ້ແຕ່ງຕັ້ງໃຫ້ລາວເປັນປະທານາທິບໍດີຊົ່ວຄາວຂອງປະເທດ ແລະໃນວັນທີ 9​ ມິຖຸນາ ກອຍຕາກໍໄດ້ແຕ່ງຕັ້ງໃຫ້ທ່ານໂຊແກລ ໂກບາລລາ ໄມກາ ຊຶ່ງເປັນພົນລະເຮືອນແລະອະດີດຜູ້ນຳຂະບວນການຟື້ນຟູຊາດຂຶ້ນເປັນນາຍົກລັດຖະມົນຕີ.

ສະຫະລັດ ພ້ອມກັບສະມາຊິກປະເທດອື່ນໆ ຂອງປະຊາຄົມນາໆຊາດ ໄດ້ຮຽກ ຮ້ອງໃຫ້ປ່ອຍພວກທີ່ຖືກຄຸມຂັງແລະພວກທີ່ຖືກກັກບໍລິເວນທັງໝົດຢູ່ໃນປະເທດມາລີ. ເອກອັກຄະລັດຖະທູດດີລໍເຣັນຕິສ ຂອງສະຫະລັດ ກ່າວວ່າ ການຄຸມຂັງຂອງພວກເຂົາເຈົ້າ “ແມ່ນເປັນການໂຈມຕີໂດຍກົງຕໍ່ການຫັນປ່ຽນຂອງປະເທດທີ່
ພວມດຳເນີນຢູ່ໃນເວລານີ້ ເພື່ອກັບຄືນໄປສູ່ປະຊາທິປະໄຕ ແລະ ການປົກຄອງດ້ວຍຕົວບົດກົດໝາຍ.” ຍິ່ງໄປກວ່ານັ້ນລັດຖະບານພາຍໃຕ້ການນຳພາຂອງພົນລະເຮືອນທີ່ຖືກເລືອກແບບປະຊາທິປະໄຕ ແມ່ນເປັນໂອກາດອັນດີທີ່ສຸດທີ່ຈະບັນລຸຄວາມປອດໄພ ແລະຄວາມອຸດົມຮັ່ງມີ ຢູ່ໃນປະເທດມາລີ ຊຶ່ງເປັນຄວາມໝັ້ນໝາຍຂອງລັດຖະບານຊົ່ວຄາວຊຸດໃໝ່ ທີ່ຈະຈັດໃຫ້ມີການເລືອກຕັ້ງ ຕາມທີ່ໄດ້ກຳນົດໄວ້ໃນເດືອນກຸມພາປີ 2022 ເປັນບູລິມະສິດອັນສູງສຸດ.

ເອກອັກຄະລັດຖະທູດ ດີລໍເຣັນຕິສ ກ່າວວ່າ “ມັນເປັນເລື້ອງສຳຄັນ ທີ່ວ່າການເລືອກຕັ້ງໃນເດືອນກຸມພາ ປີ 2022 ເປັນການເລືອກຕັ້ງ ທີ່ເສລີ ແລະຍຸຕິທຳ ແລະຢູ່ພາຍໃຕ້ການຄຸ້ມຄອງ ຂອງພວກເຈົ້າໜ້າທີ່ເລືອກຕັ້ງ ທີ່ມີຄຸນນະສົມບັດແລະເປັນກາງບໍ່ເຂົ້າຂ້າງອອກຂາ ໂດຍໃຊ້ຂັ້ນຕອນທີ່ມີຄວາມໂປ່ງໃສ. ນອກນັ້ນ ທ່ານຍັງໄດ້ປະກາດວ່າ ບໍ່ວ່າພາຍໃຕ້ສະພາບການໃດ ທີ່ປະທານາທິບໍດີຊົ່ວຄາວ ຮອງປະທານາທິບໍດີ ແລະນາຍົກລັດຖະມົນຕີຄວນເປັນຜູ້ລົງສະໝັກແຂ່ງຂັນໃນການເລືອກຕັ້ງປະທານາທິບໍດີຄັ້ງຈະມາ. ໂດຍຊີ້ໃຫ້ເຫັນວ່າລັດຖະ
ບານບໍ່ຕ້ອງໃຫ້ພາດສາຍຕາໃນຄວາມຮັບຜິດຊອບ ເພື່ອໃຫ້ຄວາມຄຸ້ມຄອງແກ່ພົນລະເຮືອນ ແລະປົກປ້ອງສິດທິມະນຸດ ເອກອັກຄະລັດຖະທູດດີລໍເຣັນຕິສຈຶ່ງໄດ້ຮຽກຮ້ອງໃຫ້ລັດຖະບານຊົ່ວຄາວ “ສ້າງເງື່ອນໄຂເພື່ອໃຫ້ມີສະຖຽນລະພາບແລະແກ້ໄຂການຮ້ອງທຸກທາງດ້ານສັງຄົມ” ນຳດ້ວຍ.

ເອກອັກຄະລັດຖະທູດດີລໍເຣັນຕິສກ່າວວ່າ “ພວກເຮົາຈາພິຈາລະນາທາງເລືອກກ່ຽວກັບນະໂຍບາຍການຕ່າງປະເທດຫຼາຍຢ່າງ ເພື່ອຮັບມືກັບການກະທຳໃດໆກໍຕາມທີ່ຈະຂັດຂວາງການໂອນອຳນາດໄປໃຫ້ລັດຖະບານທີ່ຖືກເລືອກຂຶ້ນມາຢ່າງຖືກຕ້ອງ. ພວກເຮົາແມ່ນຢືນຢູ່ຢ່າງເດັດດ່ຽວກັບປະຊາຊົນມາລີ ທີ່ມີຄວາມປາຖະໜາຢ່າງແຮງກ້າ ຢາກມີປະຊາທິປະໄຕ ສັນຕິພາບ ການພັດທະນາ ແລະການເຄົາລົບນັບຖືສິດທິມະນຸດ.”

XS
SM
MD
LG