Accessibility links

Breaking News

ບົດບັນນາທິການ: ສະຫະລັດຂໍປະນາມ ການກໍ່ຄວາມຮຸນແຮງ ຕໍ່ພະນັກງານ ຊ່ວຍເຫຼືອທາງດ້ານມະນຸດສະທຳ


ໜ່ວຍລາດຕະເວນ ສປຊ ພວມປະຕິບັດງານ ໃນຊູດານໃຕ້.
ໜ່ວຍລາດຕະເວນ ສປຊ ພວມປະຕິບັດງານ ໃນຊູດານໃຕ້.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ປະເທດຊູດານໃຕ້ ຊຶ່ງໄດ້ຮັບເອກກະລາດຈາກຊູດານໃນປີ 2011 ແລະ ນັບແຕ່ນັ້ນມາ ກໍໄດ້ປະເຊີນໜ້າກັບບັນຫາທ້າທາຍທາງດ້ານມະນຸດສະທຳຫຼາຍຢ່າງ. ບັນຫາຂັດແຍ້ງທີ່ດຳເນີນມາເປັນເວລາ 20 ປີລະຫວ່າງພາກເເໜືອແລະພາກໃຕ້ຂອງຊູດານ ຄວາມທຸກຍາກແລະຄວາມເຄັ່ງຕຶງທີ່ຍັງມີຢູ່ຕໍ່ມາກັບຊູດານ ຊຶ່ງຮວມທັງການຢຸດເຊົາໃນການສົ່ງອອກນ້ຳມັນເມື່ອປີ 2012 ທີ່ເຮັດໃຫ້ເສດຖະກິດຂອງຊູດານໃຕ້ພັງທະລາຍລົງ ແລະເກີດຄວາມບໍ່ທຸ່ນທ່ຽງ ພ້ອມທັງເຮັດໃຫ້ ລັດຖະບານແລະປະເທດມີຄວາມອ່ອນແອ. ດ້ວຍເຫດຜົນດັ່ງກ່າວ ລັດຖະບານຊູດານໃຕ້ ຈຶ່ງບໍ່ສາມາດຮັບມື ກັບບັນຫາພາຍໃນປະເທດ ແລະໄພພິບັດທຳມະຊາດໄດ້ຢ່າງມີປະສິດທິຜົນ. ຍິ່ງໄປກວ່ານັ້ນ ໄພນໍ້າຖ້ວມ ໄພແຫ້ງແລງ ແລະບັນຫາຂັດແຍ້ງ ດ້ວຍກຳລັງອາວຸດຢູ່ພາຍໃນປະເທດ ເປັນເວລາ 7 ປີ ຈຶ່ງລົບກວນການເຮັດໄຮ່ເຮັດນາແລະການລ້ຽງສັດ ການຕະຫຼາດແລະການຄ້າ ຈຶ່ງເຮັດໃຫ້ຄວາມໝັ້ນຄົງທາງດ້ານອາຫານການກິນຕົກຢູ່ໃນສະພາບທີ່ຊຸດໂຊມ ແລະຈຶ່ງເກີດຄວາມຕ້ອງການທາງດ້ານມະນຸດສະທຳ. ໃນທຸກມື້ນີ້ປະເທດຊູດານໃຕ້ສ່ວນໃຫຍ່ແລ້ວແມ່ນກາງຕໍ່ອາໄສ ການຊ່ວຍເຫຼືອທາງດ້ານມະນຸດສະທຳ ສຳລັບອາ ຫານການກິນພື້ນຖານໂຄງລ່າງ ແລະການຮັກສາສັນຕິພາບ ຊຶ່ງຮວມທັງການປ້ອງກັນແລະຮັບມືກັບການກໍ່ຄວາມຮຸນແຮງທາງເພດ.

ຊູດານໃຕ້ ຊຶ່ງມີປະຊາກອນຢູ່ 12 ລ້ານຄົນນັ້ນ ປະມານ 8 ລ້ານ 3 ແສນຄົນ ຫຼື 70 ເປີເຊັນຂອງປະຊາກອນ ແມ່ນຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອທາງດ້ານມະນຸດສະທຳ ຫຼືການຊ່ວຍເຫຼືອສຸກເສີນທາງດ້ານອາຫານໃນປີ 2021 ອີງຕາມອົງການສະຫະປະຊາຊາດ.

ແຕ່ແນວໃດກໍຕາມ ໃນເວລາດຽວກັນ ທ່ານນາງຊາແມນທາ ພາວເວີ້ ຫົວໜ້າອົງການຢູເສດ ກ່າວຢູ່ໃນຖະແຫຼງການສະບັບນຶ່ງເມື່ອໄວໆມານີ້ວ່າ “ຊູດານໃຕ້ ແມ່ນນຶ່ງໃນບັນດາປະເທດ ທີ່ເປັນອັນຕະລາຍທີ່ສຸດສຳລັບພະນັກງານໃຫ້ຄວາມຊ່ວຍເຫຼືອທີ່ຈະເຂົ້າໄປປະຕິບັດງານ. ນັບແຕ່ເລີ້ມປີ 2020 ເປັນຕົ້ນມາ ໄດ້ເກີດການຄວາມຮຸນແຮງຕໍ່ພະນັກງານໃຫ້ຄວາມຊ່ວຍເຫຼືອ 400 ກວ່າເທື່ອ ອີງຕາມອົງການສະຫະປະຊາຊາດ.” ນີ້ແມ່ນຮວມທັງການສັງຫານພະນັກງານໃຫ້ຄວາມຊ່ວຍເຫຼືອ 2 ຄົນ ໃນເດືອນພຶດສະພາປີ 2021 ຜ່ານມານີ້.”

ທ່ານນາງຊາແມນທາ ພາວເວີ້ ກ່າວຕື່ມວ່າ “ສະຫະລັດຂໍປະນາມການກໍ່ຄວາມຮຸນແຮງດັ່ງກ່າວນີ້ແລະຂໍຮຽກຮ້ອງໃຫ້ລັດຖະບານຊູດານໃຕ້ ຈົ່ງໃຫ້ການຄຸ້ມຄອງ
ແກ່ພົນລະເຮືອນແລະການໃຫ້ຄວາມຊ່ວຍເຫຼືອທາງດ້ານມະນຸດສະທຳແລະຈັບກຸມພວກກໍ່ການທີ່ເມືອງ Renk, ເມືອງ Torit ແລະ ເມືອງ Jamjang ແລະນຳເອົາພວກເຂົາມາລົງໂທດ.”

ທ່ານນາງກ່າວວ່າ “ການກໍ່ຄວາມຮຸນແຮງຕໍ່ອົງການໃຫ້ຄວາມຊ່ວຍເຫຼືອ ບໍ່ພຽງແຕ່ເຮັດໃຫ້ຊີວິດຂອງພະນັກງານໃຫ້ການຊ່ວຍເຫຼືອຕົກຢູ່ໃນຄວາມສ່ຽງເທົ່ານັ້ນ ແຕ່ມັນຍັງລົບກວນຕໍ່ການຫຼັ່ງໄຫຼໃນການຊ່ວຍເຫຼືອເພື່ອຊ່ວຍຊີວິດຂອງພວກທີ່ຕ້ອງການນຳດ້ວຍ. ການໂຈມຕີເມື່ອໄວໆມານີ້ ໄດ້ບັງຄັບໃຫ້ອົງການຊ່ວຍເຫຼືອບາງອົງການໂຈະການໃຫ້ຄວາມຊ່ວຍເຫຼືອທາງດ້ານມະນຸດສະທຳ ຢູ່ທີ່ລັດຢູນີຕີ
ແລະອັບເປີນາຍລ໌ ຊຶ່ງກຳລັງຕົກຢູ່ໃນສະພາບທີ່ຈະເກີດໄພອຶດຫິວຢູ່ແລ້ວ ໂດຍໝາຍຄວາມວ່າ ມີປະຊາຊົນເກືອບ 45,000 ຄົນອາດຈະສູນເສຍການເຂົ້າເຖິງການຊ່ວຍເຫຼືອທີ່ພວກເຂົາເຈົ້າຈຳເປັນຕ້ອງໄດ້ຮັບນັ້ນ.”

“ພາຄີທາງດ້ານມະນຸດສະທຳຂອງພວກເຮົາ ເຮັດວຽກແບບບໍ່ຮູ້ອິດເມື່ອຍ ແລະມີຄວາມສ່ຽງສູງ ໃນການນຳເອົາຄວາຊ່ວຍເຫຼືອໄປໃຫ້. ການຮັກສາຄວາມປອດໄພໃຫ້ແກ່ພວກເຂົາເຈົ້າ ແລະການໄປຮອດໄປເຖິງປະຊາຊົນ ຜູ້ທີ່ມີຕ້ອງການ ແບບບໍ່ມີການຂັດຂວາງນັ້ນ ແມ່ນມີຄວາມສຳຄັນໃນການຊ່ວຍໃຫ້ປະ ຊາຊົນມີຊີວິດລອດໄດ້. ການໂຈມຕີ ຮາວີລົບກວນ ຫຼືການຂົ່ມຂູ່ຕໍ່ພະນັກງານໃຫ້ຄວາມຊ່ວຍເຫຼືອ ບໍ່ວ່າຈະເປັນສັນຊາດໃດ ແມ່ນເປັນທີ່ຮັບເອົາບໍ່ໄດ້.”

“ລັດຖະບານຊູດານໃຕ້ຕ້ອງໄດ້ເອົາມາດຕະການໃນທັນທີ ແລະຢ່າງມິີປະສິດທິຜົນເພື່ອໃຫ້ການປົກປ້ອງຄຸ້ມຄອງຕໍ່ພະນັກງານໃຫ້ຄວາມຊ່ວຍເຫຼືອທງດ້ານມະນຸດສະທຳ ແລະສະໜອງການເຂົ້າເຖິງພວກທີ່ປະສົບກັບສະພາບການຂາດອາ ຫານ ແລະມີຄວາມຕ້ອງການ ທາງດ້ານມະນຸດສະທຳອື່ນໆ ຢ່າງຮ້າຍແຮງນັ້ນ ແບບຍືນຍົງແລະບໍ່ມີການຂັດຂວາງໃດໆ.”

XS
SM
MD
LG