Accessibility links

Breaking News

ບົດບັນນາທິການ: ການເສີມຄວາມເຂັ້ມແຂງ ຕໍ່ການເປັນພາຄີ ໃນເຂດອິນໂດ-ປາຊີຟິກ


ທ່ານນາງແຮຣິສ ທີ່ສິງກະໂປ
ທ່ານນາງແຮຣິສ ທີ່ສິງກະໂປ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ໃນລະຫວ່າງການກ່າວຄຳປາໄສຂອງທ່ານນາງ ທີ່ສິງກະໂປ ໃນເດືອນສິງ ຫາແລ້ວນີ້ ຮອງປະທານາທິບໍດີຂອງສະຫະລັດທ່ານນາງຄາມາລາ ແຮຣິສ ໄດ້ກ່າວວ່າ “ສະຫະລັດມີຄວາມພາກພູມໃຈ ທີ່ເປັນສ່ວນນຶ່ງຂອງເຂດອິນໂດປຊີຟິກແລະຂົງເຂດນີ້ແມ່ນມີຄວາມສຳຄັນອັນຫຼໍ່ແຫຼມ ຕໍ່ຄວາມໝັ້ນຄົງແລະຄວາມອຸດົມຮັ່ງມີຂອງປະເທດເຮົາ.”

ຮອງປະທານາທິບໍດີຊີ້ໃຫ້ເຫັນວ່າ ເຂດອິນໂດປາຊີຟິກ ແມ່ນເປັນທີ່ຕັ້ງຂອງປະເທດພັນທະມິດແລະພາຄີ ທີ່ໃກ້ຊິດທີ່ສຸດຈຳນວນນຶ່ງຂອງສະຫະລັດ. ການສົ່ງອອກຂອງສະຫະລັດໄປຍັງຂົງເຂດໃຫ້ການສະໜັບສະໜຸນຕໍ່ວຽກການຂອງຊາວອາເມຣິກັນ 4 ລ້ານໜ້າວຽກ. ໃນປີ 2019 ສະຫະລັດ ແມ່ນມີການຄ້າຂາຍ 2 ທາງ ໃນມູນຄ່າເກືອບ 2 ພັນຕື້ໂດລາກັບຂົງເຂດ.

ທ່ານນາງໃຫ້ຂໍ້ສັງເກດວ່າ ການຫາລາຍໄດ້ລ້ຽງຊີວິດຂອງຫຼາຍໆລ້ານຄົນແມ່ນອາໄສເງິນຫຼາຍໆພັນຕື້ໂດລາຈາກການຄ້າ ທີ່ສົ່ງຜ່ານເສັ້ນທາງເດີນເຮືອໃນທະ ເລຈີນໃຕ້ ໃນແຕ່ລະວັນ. ສ່ວນນຶ່ງໃນວິໄສທັດຂອງສະຫະລັດສຳລັບຂົງເຂດດັ່ງກ່າວແມ່ນຮວມທັງອິດສະຫຼະພາບໃນການເດີນເຮືອ “ຊຶ່ງມີຄວາມຈຳເປັນຕໍ່ພວກເຮົາທັງມວນ” ນັ້ນຄືຄຳເວົ້າຂອງຮອງປະທານາທິບໍດີແຮຣິສ.

ນອກຈາກອິດສະຫຼະພາບທາງທະເລແລະການຄ້າແບບບໍ່ມີອຸບປະສັກແລ້ວ ວິໄສທັດຂອງສະຫະລັດທີ່ມີຕໍ່ຂົງເຂດຍັງມີອົງປະກອບທີ່ຈຳເປັນອື່ນໆ ຊຶ່ງຮອງປະທານາທິບໍດີ ໃຫ້ຂໍ້ສັງເກດວ່າ “ສັນຕິພາບແລະສະຖຽນລະພາບ ການເຄົາລົບນັບຖືສິດທິມະນຸດທີ່ລ້ຳໜ້າ ຄວາມໝັ້ນໝາຍຕໍ່ກົດໝາຍລະຫວ່າງປະເທດ ແລະການຮັບຮູ້ວ່າຜົນປະໂຫຍດຮ່ວມກັນຂອງພວກເຮົາບໍ່ແມ່ນຝ່າຍນຶ່ງໄດ້ຝ່າຍນຶ່ງເສຍ.”

ສະຫະລັດແມ່ນຢືນຢູ່ກັບພັນທະມິດແລະພາຄີຂອງພວກເຮົາໃນການປະເຊີນກັບໄພຂົ່ມຂູ່ຕໍ່ວິໄສທັດອັນນີ້ ຮວມທັງໃນທະເລຈີນໃຕ້. ຮອງປະທານາທິບໍດີແຮຣິສ ກ່າວວ່າ “ປັກກິ່ງຍັງສືບຕໍ່ບີບບັງຄັບ ຂົ່ມຂູ່ແລະກ່າວອ້າງເອົາບໍລິເວນສ່ວນໃຫຍ່
ຂອງທະເລຈີນໃຕ້ ການເອົາບາດກ້າວເຫຼົ່ານີ້ຂອງປັກກິ່ງ ຍັງສືບຕໍ່ບ່ອນທຳລາຍຕໍ່ລະບຽບກົດໝາຍ ແລະຂົ່ມຂູ່ຕໍ່ອະທິປະໄຕຂອງຫຼາຍໆປະເທດ.”

ຮອງປະທານາທິບໍດີ ໄດ້ສະແດງໃຫ້ເຫັນ ຢ່າງຈະແຈ້ງວ່າ ການພົວພັນຂອງສະຫະລັດໃນເຂດເອເຊຍຕາເວັນອອກສຽງໃຕ້ ແລະອິນໂດປາຊີຟິກ “ບໍ່ແມ່ນເພື່ອຕໍ່ຕ້ານປະເທດໃດປະເທດນຶ່ງຫຼືແນໃສ່ເພື່ອເຮັດໃຫ້ປະເທດໃດໆເລືອກເອົາປະເທດໃດປະເທດນຶ່ງ. ການພົວພັນຂອງພວກເຮົາ ແທນທີ່ຈະເປັນຈັ່ງຊັ້ນ ແມ່ນເພື່ອສ້າງຄວາມກ້າວໜ້າໃຫ້ແກ່ວິໄສທັດໄປໃນທາງບວກທີ່ວ່າພວກເຮົາໄດ້ມີການປະກອບສ່ວນແລະເປັນພາຄີຢູ່ໃນຂົງເຂດນີ້.”

ເພື່ອກ້າວໄປສູ່ຈຸດທ້າຍ ສະຫະລັດແມ່ນມີຄວາມໝັ້ນໝາຍທີ່ຈະສ້າງຄວາມເຂັ້ມແຂງໃຫ້ກັບຄູ່ພາຄີທີ່ສຳຄັນໆຢູ່ໃນຂົງເຂດ ທັງແບບສອງຝ່າຍ ແລະຫຼາຍຝ່າຍ​ໂດຍຜ່ານສະມາຄົມອາຊ່ຽນ ກຸ່ມຄວດ ແລະ ຄູ່ພາຄີແມ່ນ້ຳຂອງກັບສະຫະລັດ. ຮອງປະທານາທິບໍດີແຮຣິສໄດ້ປະກາດວ່າ ສະຫະລັດ ໄດ້ສະເໜີເປັນເຈົ້າພາບກອງປະຊຸມສະພາການຮ່ວມມືທາງດ້ານເສດຖະກິດໃນເຂດເອເຊຍປາຊີຟິກ ຫຼືເອເພັກໃນປີ 2023. ທ່ານນາງໄດ້ກ່າວຢ້ຳເຖິງຄວາມຈຳເປັນ ທີ່ຈະຕ້ອງໄດ້ເຮັດວຽກຮ່ວມກັນ ກ່ຽວກັບບັນຫາຕ່າງໆເຊັ່ນການປ່ຽນແປງຂອງດິນຟ້າອາກາດແລະສຸຂະອະນາໄມຂອງໂລກ. ນອກນັ້ນທ່ານນາງຍັງໄດ້ຮ້ອງຂໍໃຫ້ທຸກໆປະເທດຢູ່ໃນຂົງເຂດ ເຂົ້າຮ່ວມກັບສະຫະລັດເພື່ອນຳເອົາປະເທດມຽນມາໃຫ້ກ້າວໄປສູ່ເສັ້ນ ທາງປະຊາທິປະໄຕ.

ຮອງປະທານາທິບໍດີແຮຣິສ ກ່າວສະຫຼຸບວ່າ “ຫຼາຍໆປີຕໍ່ໜ້າ ຂ້າພະເຈົ້າຫວັງວ່າພວກເຮົາສາມາດຫຼຽວຄືນຫຼັງ ເບິ່ງເວລານີ້ ແລະເວົ້າວ່າ ນີ້ແມ່ນເວລາທີ່ຂົງເຂດຂອງພວກເຮົາຮ່ວມມືກັນ ເພື່ອໃຫ້ໄດ້ມາ ຊຶ່ງອະນາຄົດທີ່ດີຂຶ້ນ ເວລາພວກເຮົາເອົາມາດຕະການ ເພື່ອປັບປຸງຊີວິດການເປັນຢູ່ຂອງທຸກໆຄົນໃຫ້ດີຂຶ້ນ.”

XS
SM
MD
LG