Accessibility links

Breaking News

ບົດບັນນາທິການ: ສະຫະລັດ ຮຽກຮ້ອງໃຫ້ປ່ອຍ ພວກນັກໂທດ ທີ່ຖືກຕັດສິນຢູໃນຫວຽດນາມ


​ນັກ​ຂ່າວ Truong Chau Huu Danh ພົບ​ກັບ​ຕຳ​ຫູວດ ເມື່ອ​ວັນ​ທີ 15 ມັງ​ກອນ 2019 ຢູ່​ໃນ​ຮູບນ​ີ້ ທີ່​ມາ​ຈາກ​ສື່​ສັງ​ຄົມ.
​ນັກ​ຂ່າວ Truong Chau Huu Danh ພົບ​ກັບ​ຕຳ​ຫູວດ ເມື່ອ​ວັນ​ທີ 15 ມັງ​ກອນ 2019 ຢູ່​ໃນ​ຮູບນ​ີ້ ທີ່​ມາ​ຈາກ​ສື່​ສັງ​ຄົມ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ລັດ​ຖະ​ທຳ​ມະ​ນູນ​ຂອງ​ຫວຽດ​ນາມ​ໃຫ້​ການ​ຄ້ຳ​ປະ​ກັນ​ ໃນ​ການ​ສະ​ແດງ​ອອກ ​ຊຶ່ງຄວາມ​ຄິດ​ຄວາມ​ເຫັນ ຮວມ​ທັງ​ສິດ​ເສ​ລີ​ພາບ ​ໃນ​ການ​ອອກ​ຂ່າວ. ແຕ່​ໃນລາຍ​ງານເມື່ອ​ໄວໆ​ມານີ້ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່ຽວ​ກັບ​ການ​ປະ​ຕິ​ບັດ ​ສິດ​ທິ​ມະ​ນຸດໃນ​ຫວຽດ​ນາມນັ້ນໃຫ້​ຂໍ້​ສັງ​ເກດ​ວ່າ “ໃນ​ທາງ​ປະ​ຕິ​ບັດ​ໂຕ​ຈິງແລ້ວ ລັດ​ຖະ​ບານ​ບໍ່​ໄດ້​ໃຫ້​ການເຄົາ​ລົບ​ຕໍ່​ສິດ​ທິ​ເຫຼົ່າ​ນີ້​ເລີຍ.” ກະ​ຊວງ​ການ​ຕ່າງ​ປະ​ເທດ​ກ​ໄດ້​ສັງ​ເກດ​ເຫັນວ່າ “ລັດ​ຖະ​ບານ ນອກນັ້ນ ຍັງ​ສືບ​ຕໍ່​ນຳ​ໃຊ້​ຢ່າງກວ້າງ​ຂວາງ ​ກົດ​ໝາຍ​ວ່າ​ດ້ວຍຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ແລະ​ຂໍ້​ກຳ​ນົດ ວ່າ​ດ້ວຍ​ການ​ຕໍ່​ຕ້ານ ການ​ໃສ່​ຮ້າຍ​ປ້າຍສີເພື່ອ​ຈຳ​ກັດ​ຮັດ​ແຄບ​ສິດ​ເສ​ລີ​ພາບ​ໃນ​ການ​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ.” ນອກ​ຈາກນັ້ນ​ແລ້ວ ລາ​ຍ​ງານ​ຍັງ​ເວົ້າ​ວ່າ “ກົດ​ໝາຍ​ດັ່ງ​ກ່າວ ໄດ້​ຫ້າມ​ຢ່າງເປັນ ການຈະ​ແຈ້ງ ‘ຕໍ່​ການ​ສວຍ​ໂອ​ກາດ​ນຳ​ໃຊ້ອິດ​ສະ​ຫຼະພາບ​ປະ​ຊາ​ທິ​ປ​ະ​ໄຕ ແລະ​ສິດທິ ​ເພື່ອ​ລະ​ເມີດ​ຕໍ່ຜົນ​ປະ​ໂຫຍດ​ຂອງ​ລັດ ຫຼື​ສິດ​ທິ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ​ແລະ​ຜົນ​ປະ​ໂຫຍດ​ຂອງ​ອົງ​ການ​ຈັດ​ຕັ້ງ​ຕ່າງໆ ຫຼື​ຂອງ​ສ່ວນ​ບຸກ​ຄົນ.’”

ໃນ​ການ​ສຳ​ຫຼວດ ພວກ​ນັກ​ໂທດ​ຄັ້ງ​ຫຼ້າ​ສຸດ​ຂອງ​ຕົນ​ ຄະ​ນະ​ກຳ​ມະ​ການ​ປົກ​ປ້ອງ​ນັກ​ຂ່າວພົ​ບ​ວ່າ ມາ​ຈົນ​ຮອດ​ວັນ​ທີ 1 ທັນ​ວາ​ ປີ 2020 ຜ່ານ​ມານີ້ ຫວຽດ​ນາມໄດ້ຈັບ​ກຸມ​ຄຸມ​ຂອງ​ພວກ​ນັກ​ຂ່າວ​ຢ່າງ​ໜ້ອຍ 15 ຄົນຍ້ອນ​ພວກ​ເຂົາ​ເຈົ້າ​ໄດ້​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ ເຮັດ​ໃຫ້​ຫວຽດ​ນາມ​ກາຍ​ ເປັນ​ປະ​ເທດ​ຈັບ​ກຸມ​ຄຸມ​ຂັງ​ນັກ​ຂ່າວ​ຫຼາຍເປັນ​ອັນ​ດັບ​ສອງ ຢູ່​ໃນ​ເຂດ​ເອ​ເຊຍ.

ທ່າ​ອຽງ​ໃນ​ທາງ​ທີ່​ບໍ່​ດີ​ດັ່ງ​ກ່າວ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ໃນ​ປີ 2021. ເມື່ອ​ວັນ​ທີ 28 ຕຸ​ລາ​ຜ່ານ​ມານີ້ ສານ​ຫວຽດ​ນາມ​ໄດ້​ຕັດ​ສິນ​ລົງ​ໂທດ​ນັກ​ຂ່າວ 5 ຄົນທີ່​ເຮັດ​ວຽກ​ໃຫ້ແກ່​ກຸ່ມ​ນັກ​ຂ່າວ ບາວ ຊັກ ຫຼືກຸ່ມ​ນັກ​ຂ່າວ​ມື​ສະ​ອາດ ​ແລະ​ໄດ້​ຕັດ​ສິນ​ລົງ​ໂທດ​ໃຫ້ພວກ​ເຂົາເຈົ້າຖືກ​ຄຸມຂັງຫຼາຍໆ​ປີຍ້ອນ “ໃຊ້​ສິດ​ເສ​ລີ​ພາບ​ປະ​ຊາ​ທິ​ປະ​ໄຕ​ໄປ​ໃນ​ທາງ​ຜິດ” ພາຍ​ໃຕ້​ມາດ​ຕາ 331 ຂອງ​ກົດ​ໝາຍ​ອາ​ຍາ​ຫວຽດ​ນາມ.

ຈຸງ ຊາວ ຫູ ດານ ຜູ້​ກໍ່​ຕັ້ງ​ກຸ່ມ​ນັກ​ຂ່າວ ບາວ ຊັກ ໄດ້​ຖືກ​ຕັດ​ສິນ​ໂທດ​ ໃຫ້​ຕິດ​ຄຸກ 4 ປີ​ເຄິ່ງ. ດວນ ກຽນ ຈຽງ ແລະ ເລ ເຖ ທັງ ໄດ້​ຮັບ​ໂທດ​ຜູ້​ລະ​ 3 ປີໃນຂະ​ນະ​ທີ່ ຫງຽນ ຟຸກ ຈຶງ ບາງ ແລະ ຫງຽນ ທັນ ຫງ່າ ໄດ້​ຮັບ​ໂທດ​ ຜູ້​ລະ 2 ປີ. ນອກນັ້ນ ພວກ​ນັກ​ຂ່າວ​ທັງ 5 ຍັງ​ໄດ້​ຖືກ​ຫ້າມ ບໍ່​ໃຫ້​ເຮັດ​ວຽກ​ເປັນ​ນັກ​ຂ່າວ 3 ປີ ຫຼັງ​ຈາກ​ໄດ້​ຮັບ​ໃຊ້​ໂທດ ​ຄົບ​ຕາມ​ກຳ​ນົດ​ແລ້ວ.

ໃນ​ຖະ​ແຫຼງ​ການ ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ສະ​ບັບ​ນຶ່ງ ໂຄ​ສົກ​ຂອງກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ກ່າວ​ວ່າ ສະ​ຫະ​ລັດ “ມີຄວາມ​ເປັນຫ່ວງ​ຢ່າງ​ເລິກ​ເຊິ່ງ ໃນ​ການ​ຕັດ​ສິນ​ໂທດ​ດັ່ງ​ກ່າວ. ​ທ່ານ​ໄພ​ຣ​ສ໌ ເວົ້າ​ວ່າ “ພວກ​ເຮົາ​ເຂົ້າ​ໃຈດີ​ວ່າ ​ນັກຂ່າວ​ຈຸນີ້ໄດ້​ເພັ່ງ​ເລັງ​ການ​ລາຍ​ງານ​ຂ່າວ​ແບບ​ສືບ​ສວນ​ໃສ່​ການ​ຄໍ​ລັບ​ຊັ່ນ ຊຶ່ງແນ່ນອນມັນ​ບໍ່​ແມ່ນ​ອາ​ຊະ​ຍາ​ກຳ. ການ​ຕັດ​ສິນ​ໂທດ​ພວກ​ນັກຂ່າວ​ທັງ 5 ແມ່ນ​ທ່າ​ອຽງໃນ​ທາງ​ທີ່​ບໍ່​ດີຫຼ້າ​ສຸດ ກ່ຽວ​ກັບ​ການ​ຈັບ​ກຸມ​ຄຸມ​ຂັງ​ແລະ​ການ​ຕັດສິນ​ລົງ​ໂທດ ພວກ​ນັກ​ຂ່າວ​ແລະ​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ​ທີ່​ໄດ້​ຊົມ​ໃຊ້ສິດ​ທິ​ຂອງ​ເຂົາ​ເຈົ້າກ່ຽວ​ກັບ​ອິດ​ສະ​ຫຼະ​ພາບ​ໃນ​ການ​ປາກ​ເວົ້າແລະ​ອິດ​ສະ​ຫຼະ​ພາບ​ດ້ານ​ການ​ຂ່າວ ດັ່ງ​ທີ່​ໄດ້​ລະ​ບຸ​ໄວ້​ຢູ່​ໃນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ຫວຽດ​ນາມ.

ທ່ານ​ເນດ ໄພ​ຣ​ສ໌ ປະ​ກາດ​ວ່າ “ສະ​ຫະ​ລັດ ຂໍ​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ຫວຽດ​ນາມ ປົກ​ປ້ອງ​ຄຸ້ມ​ຄອງ​ອິ​ດ​ສະ​ຫຼະ​ພາບ​ເຫຼົ່າ​ນີ້ ປ່ອຍ​ພວກ​ນັກ​ຂ່າວ​ທັງ 5 ແລະ​ພວກ​ທີ່​ຖືກ​ຈັບ​ກຸມ​ຄຸມ​ຂັງ​ແບບ​ບໍ່​ເປັນ​ທຳ​ທັງ​ໝົດ ແລະ​ອະ​ນຸ​ຍາດ​ໃຫ້​ທຸກ​ສ່ວນ​ບຸກ​ຄົນ​ຢູ່​ໃນຫວຽດ​ນາມ ສາ​ມາດ​ສະ​ແດງ​ອອກ​ຊຶ່ງ​ທັດ​ສະ​ນະ​ຄວາມ​ເຫັນ​ ຂອງ​ພວກ​ເຂົາ​ເຈົ້າ​ໄດ້ຢ່າງ​ເສ​ລີ ແລະ​ໂດຍ​ປາ​ສະ​ຈາກ​ຄວ​າມ​ຢ້ານ​ກົວ ​ທີ່​ຈະ​ຖືກ​ແກ້​ແຄ້ນ​ຄືນ. ພວກເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຫວຽດ​ນາມ ຈົ່ງ​ໃຫ້​ການ​ຄ້ຳ​ປ​ະ​ກັນ​ວ່າ ການ​ກະ​ທຳຂອງ​ຕົນ​ແມ່ນ​ສອດ​ຄ່ອງ​ກັບ​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ ຢູ່​ໃນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ຫວຽດ​ນາມ ແລະ​ພັນ​ທະ​ສາ​ກົນ​ຂອງ​ຕົນ.”

XS
SM
MD
LG