ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ
ທ່ານນາງຟ່າມ ດວານ ຈາງ ຊຶ່ງເປັນທັງນັກປະພັນ ນັກຂ່າວ ແລະ ນັກຕໍ່ສູ້ເພື່ອສິດທິມະນຸດ ທີ່ມີຊື່ສຽງ ໄດ້ຖືກຕັດສິນໂທດ ໃຫ້ຕິດຄຸກ 9 ປີເມື່ອວັນທີ 14 ທັນວາຜ່ານມານີ້. ໂຄສົກ ກະຊວງການຕ່າງປະເທດສະຫະລັດ ທ່ານເນດ ໄພຣສ໌ ໄດ້ປະນາມການຕັດສິນ ວ່າມີຄວາມຜິດ ແລະລົງໂທດຈຳຄຸກທ່ານນາງຈາງ ໂດຍໃຫ້ຂໍ້ສັງເກດວ່າ ທ່ານນາງ “ບໍ່ໄດ້ເຮັດຫຍັງເລີຍ ມີພຽງແຕ່ສະແດງຄວາມຄິດຄວາມເຫັນແບບສັນຕິ ຂອງທ່ານນາງເທົ່ານັ້ນ.”
ທ່ານນາງຈາງຖືກຈັບທີ່ນະຄອນໂຮຈິມິນ ເມື່ອວັນທີ 6 ຕຸລາປີ 2020 ແລະຖືກຂໍ້ຫາ ພາຍໃຕ້ມາດຕາທີ 88 ແລະ 1999 ຂອງກົດໝາຍອາຍາ ຊຶ່ງຖືວ່າເປັນຄວາມຜິດ “ໃນການຜະລິດ ເກັບມ້ຽນ ແຈກຢາຍ ຫຼືເຜີຍແຜ່ຂໍ້ມູນ ເອກກະສານ ຫຼືບັນທຶກ ທີ່ຕໍ່ຕ້ານສາທາລະນະລັດ ສັງຄົມນິຍົມຫວຽດນາມ.” ຫຼັງຈາກໄດ້ຕັ້ງຂໍ້ຫາຕໍ່ທ່ານນາງແລ້ວ ລັດຖະບານຫວຽດນາມ ໄດ້ກັກຂັງທ່ານນາງ ກ່ອນການດຳເນີນຄະດີ ໂດຍບໍ່ໃຫ້ທ່ານນາງມີໂອກາດໄດ້ພົບກັບທະນາຍຄວາມເປັນເວລານຶ່ງປີກວ່າໆ. ຄະດີແລະການປະພຶດປະຕິບັດທີ່ບໍ່ຖືກຕ້ອງຕໍ່ທ່ານນາງ ແມ່ນລະເມີດຕໍ່ຂໍ້ຕົກລົງລະຫວ່າງປະເທດວ່າດ້ວຍສິດທິຂອງພົນລະເມືອງແລະສິດທິທາງການເມືອງ ທີ່ຫວຽດນາມເອງໄດ້ໃຫ້ສັດຕະຍາບັນໃນປີ 1982.
ເມື່ອວັນທີ 25 ຕຸລາ ຄະນະເຮັດວຽກຂອງສະຫະປະຊາຊາດ ກ່ຽວກັບການຈັບກຸມຄຸມຂັງໂດຍພະລະການ ເຫັນພ້ອມນຳກັນວ່າການຈັບກຸມຄຸມຂອງທ່ານນາງຈາງ ແມ່ນການຈັບກຸມໂດຍພະລະການ ແລະເປັນການກະທຳທີ່ຜິດຕໍ່ການໃຫ້ຄວາມໝັ້ນໝາຍແລະພັນທະຂອງຫວຽດນາມ ໃນການເຄົາລົບນັບຖືສິດທິມະນຸດລະຫວ່າງປະເທດ.
ການພົບເຫັນວ່າມີຄວາມຜິດຕໍ່ທ່ານນາງຈາງ ແມ່ນຮວມທັງຫຼັກຖານຫຼາຍໆຢ່າງທີ່ໄດ້ມາຈາກປື້ມ ແລະເອກກະສານຕ່າງໆທີ່ພິມເຜີຍແຜ່ ກ່ຽວກັບສະພາບແວດລ້ອມແລະບັນຫາສິດທິມະນຸດ ຕະຫຼອດທັງການໃຫ້ສຳພາດ 2 ເທື່ອ ຂອງທ່ານນາງຕໍ່ວິທະຍຸເອເຊຍເສລີ ແລະອົງການອອກອາກາດ BBC ຂອງອັງກິດ. ທ່ານນາງຈາງ ຍັງໄດ້ຂຽນປື້ມຫຼາຍໆຫົວກ່ຽວກັບເລື້ອງຕ່າງໆ ແລະເປັນນັກຂຽນຂ່າວລົງອິນເຕີແນັດ ທີ່ຮວມທັງເລື້ອງ ສິດທິຂອງພວກ LGBTQI ສິດທິແມ່ຍິງ ບັນຫາ
ສະພາບແວດລ້ອມ ບັນຫາຂັດແຍ້ງໃນເລື້ອງດິນແດນລະຫວ່າງຫວຽດນາມ ກັບ ສາທາລະນະລັດປະຊາຊົນຈີນ ຄວາມໂຫດຮ້າຍຂອງຕຳຫຼວດ ການກົດຂີ່ພວກນັກເຄື່ອນໄຫວ ແລະລັກສະນະຂອງກົດໝາຍ ແລະສິດທິມະນຸດ.
ດັ່ງທີ່ໄດ້ບັນທຶກໄວ້ໂດຍອົງການນິລະໂທດກຳສາກົນ ແລະກຸ່ມປົກປ້ອງສິດທິມະນຸດອື່ນໆ ເຈົ້າໜ້າທີ່ຫວຽດນາມ ໄດ້ນຳໃຊ້ມາດຕາ 88 ແລະຕໍ່ມາມາດຕາ 117 ຂອງກົດໝາຍອາຍາ ເພື່ອລົງໂທດພວກນັກຕໍ່ສູ້ເພື່ອສິດທິມະນຸດ ນັກຂ່າວແລະນັກຂຽນອິດສະຫຼະ ແລະບຸກຄົນອື່ນໆທີ່ໄດ້ຊົມໃຊ້ສິດທິມະນຸດຂອງພວກເຂົາເຈົ້າຢ່າງສັນຕິ.
ໂຄສົກກະຊວງການຕ່າງປະເທດເນດ ໄພຣສ໌ ຮຽກຮ້ອງໃຫ້ “ລັດຖະບານຫວຽດນາມ ປ່ອຍທ່ານນາງຈາງ ທີ່ໄດ້ຖືກຮັບຮູ້ ໂດຍລະຫວ່າງປະເທດ ກ່ຽວກັບວຽກງານຂອງທ່ານນາງ ໃນການສ້າງຄວາມກ້າວໜ້າດ້ານສິດທິມະນຸດ ແລະການປົກຄອງທີ່ດີຢູ່ໃນຫວຽດນາມ ແລະອະນຸຍາດໃຫ້ສ່ວນບຸກຄົນ ຢູ່ໃນຫວຽດນາມ ສະແດງຄວາມເຫັນຂອງພວກເຂົາເຈົ້າໄດ້ຢ່າງເສລີແລະໂດຍປາສະຈາກຄວາມຢ້ານກົວໃນການທີ່ຈະຖືກແກ້ແຄ້ນຄືນ.” ນອກນັ້ນ ທ່ານຍັງຮຽກຮ້ອງໃຫ້ລັດຖະບານຄ້ຳປະກັນວ່າ ກົດໝາຍແລະການກະທຳຂອງຕົນ ສອດຄ່ອງກັບຂໍ້ກຳນົດວ່າດ້ວຍສິດທິມະນຸດ ຂອງລັດຖະທຳມະນູນຫວຽດນາມ ແລະພັນທະລະຫວ່າງປະເທດຂອງຕົນ.