ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ
ເປັນເວລາເກືອບ 11 ປີທີ່ອຳນາດການປົກຄອງອາຊາດຮັບມືກັບການປະທ້ວງຢ່າງສັນຕິ ເພື່ອຮຽກຮ້ອງໃຫ້ມີການປະຕິຮູບປະຊາທິປະໄຕຢູ່ໃນປະເທດຊີເຣຍ ດ້ວຍປືນໃຫຍ່ ລະເບີດກະຖັງ ແລະແກັສພິດ. ການຮັບມືຢ່າງນອງເລືອດດັ່ງກ່າວ ໄດ້ເຮັດໃຫ້ການເດີນຂະບວນທີ່ບໍ່ໃຊ້ຄວາມຮຸນແຮງ ກາຍເປັນສົງຄາມກາງເມືອງ. ນັບແຕ່ນັ້ນມາ ມີປະມານ 350,000 ຄົນໄດ້ເສຍຊີວິດຢູ່ໃນບັນຫາ
ຂັດແຍ້ງ ຫຼາຍກວ່າ 12 ລ້ານຄົນ ແມ່ນເປັນຜູ້ຫຼົບໄພພາຍໃນປະເທດຫຼືບໍ່ກໍພາຫຼົບໜີໄປເພິ່ງພາອາໄສຢູ່ປະເທດເພື່ອນບ້ານ. 60 ເປີເຊັນຂອງປະຊາກອນໃນປັດຈຸບັນຄືຫຼາຍກວ່າ 14 ລ້ານຄົນ ແມ່ນຕ້ອງການຄວາມຊ່ວຍເຫຼືອ ທາງດ້ານມະນຸດສະທຳ ໂດຍສະເພາະແລ້ວ ແມ່ນສຳລັບລະດູໜາວນີ້.
ຜູ້ຕາງໜ້າຂອງສະຫະລັດ ປະຈຳອົງການສະຫະປະຊາຊາດ ເອກອັກຄະລັດຖະທູດລິນດາ ທໍມັສ ກຣີນຟິລ ກ່າວວ່າ “ປະຊາຊົນຊີເຣຍ ພວມດີ້ນຮົນຕໍ່ສູ້ກັບອຸນຫະພູມຕ່ຳທີ່ເຮັດໃຫ້ນ້ຳກ້ອນແລະສະພາບອາກາດໜາວຈັດ ຊຶ່ງຫຼາຍໆລ້ານຄົນຕ້ອງການສຳພາລະແລະສະບຽງສຳລັບລະດູໜາວ. ສະຖານະການແມ່ນ “ຮ້າຍແຮງຂຶ້ນຕື່ມຍ້ອນໂຄວິດ-19 ວິກິດການເສດຖະກິດ ແລະຄວາມຮຸນແຮງທີ່ເພີ້ມ
ທະວີຂຶ້ນ. ຄວາມຕ້ອງການທາງດ້ານອາຫານແມ່ນຢູ່ໃນລະດັບສູງສຸດ ນັບແຕ່ວິກິດການໄດ້ເລີ້ມຂຶ້ນ ແລະຫຼາຍໆລ້ານຄົນບໍ່ສາມາດໄດ້ຮັບນ້ຳຈາກແຫຼ່ງທີ່ເຊື່ອຖືໄດ້ແລະມີຄວາມສະອາດພຽງພໍ ໃນທົ່ວພາກເໜືອຂອງປະເທດຊີເຣຍ. ການແຜ່ລະບາດຂອງເຊື້ອພະຍາດທີ່ມານຳນ້ຳ ໄດ້ເພີ້ມທະວີຂຶ້ນຢ່າງຫຼວງຫຼາຍ.”
ໃນເວລາ ທີ່ມີຄວາມຕ້ອງການຢ່າງຫຼວງຫຼາຍຢູ່ນີ້ ການຄ້ຳປະກັນໃນການຈັດສົ່ງການຊ່ວຍເຫຼືອທາງດ້ານມະນຸດສະທຳແບບບໍ່ມີການຂັດຂວາງ ແມ່ນມີຄວາມຈຳເປັນຢ່າງຍິ່ງ. ນີ້ແມ່ນເປັນຄວາມຈິງ ໂດຍສະເພາະແມ່ນອຸບປະກອນການແພດ ຮວມທັງຢາວັກຊີນກັນໂຄວິດ-19. ແນວໃດກໍຕາມ ພະນັກງານຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະອົງການຊ່ວຍເຫຼືອ ຂອງສະຫະປະຊາຊາດ ນັບເປັນເວລາຫຼາຍປີມາແລ້ວ ໄດ້ລາຍງາວ່າ ມີການຊັກຊ້າ ການແຊກແຊງ ແລະການຕັ້ງຂໍ້ຈຳກັດຮັດແຄບໃນການຈັດສົ່ງການຊ່ວຍເຫຼືອເຫຼົ່ານີ້ໂດຍອຳນາດການປົກຄອງອາຊາດ ໂດຍສະເພາະແລ້ວ ກໍແມ່ນການປິດດ່ານຂ້າມເຂດແດນທັງໝົດ ຍົກເວັ້ນແຕ່ພຽງແຫ່ງດຽວ ໃນການຈັດສົ່ງການຊ່ວຍເຫຼືອ ທາງດ້ານມະນຸດສະທຳຂອງອົງການສະຫະປະຊາຊາດໄປຍັງເຂດທີ່ຄວບຄຸມໂດຍພວກຕໍ່ຕ້ານລັດຖະບານ. ດ່ານຂ້າມເຂດ ບາບ ອາລ-ຮາວາ (Bab al-Hawa) ຕ້ອງໄດ້ຮັບການອະນຸມັດຄືນອີກ ໂດຍສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໃນເດືອນກໍລະກົດ. ອຳນາດການປົກຄອງອາຊາດແລະພັນທະມິດຣັດເຊຍ ຢືນຢັດວ່າ ການຈັດສົ່ງການຊ່ວຍເຫຼືອຂ້າມເຂດ: ນັ້ນກໍຄື ສິ່ງຂອງຕ່າງໆ ທີ່ສົ່ງຜ່ານມາທາງ ນະຄອນຫຼວງດາມາສກັສ ແລະສົ່ງຂ້າມໄປເຂດແນວໜ້າ.
ສະຫະລັດໃຫ້ການສະໜັບສະໜຸນຕໍ່ການໃຊ້ທຸກໆລະບຽບແບບແຜນເພື່ອນຳເອົາການຊ່ວຍເຫຼືອ ມາໃຫ້ປະຊາຊົນຊາວຊີເຣຍ. ແຕ່ຍ້ອນ ການຈັດສົ່ງຄວາມຊ່ວຍເຫຼືອຂ້າມເຂດເປັນວິທີທາງທີ່ມີຄວາມຫຍຸ້ງຍາກ ແລະເປັນອັນຕະລາຍສຳລັບອົງການໃຫ້ຄວາມຊ່ວຍເຫຼືອຈະເຂົ້າເຖິງປະຊາຊົນຊາວຊີເຣຍທີ່ຢູ່ໃນເຂດນອກການຄວບຄຸມຂອງອຳນາດການປົກຄອງ. ເອກອັກຄະລັດຖະທູດກຣີນຟິລກ່າວວ່າມັນ ເປັນການ “ເພີ້ມຕື່ມແລະບໍ່ແມ່ນການທົດແທນ ສຳລັບການຊ່ວຍເຫຼືອຂ້າມເຂດ.”
ເອກອັກຄະລັດຖະທູດທໍມັສ ກຣີນຟິລ ກ່າວຕື່ມວ່າ ປະຊາຄົມນາໆຊາດ “ຕ້ອງໄດ້ເຮັດວຽກຮ່ວມກັນ ເພື່ອຄ້ຳປະກັນ ບໍ່ພຽງແຕ່ໃຫ້ດ່ານບາບ ອາລ-ຮາວາເປີດ ເທົ່ານັ້ນ ແຕ່ໃຫ້ທຸກໆດ່ານຂ້າມເຂດ ມີໄວ້ເປັນທາງເລືອກ ສຳລັບຄວາມຈຳເປັນເພື່ອການຊ່ວຍເຫຼືອທາງດ້ານມະນຸດສະທຳ.”
“ຖ້າພວກເຮົາຫາກແຍກການເມືອງໄວ້ຕ່າງຫາກ ແລະເພັ່ງເລັງຢ່າງເຈາະຈົງໃສ່ຄວາມຈຳເປັນຂອງປະຊາຊົນຊາວຊີເຣຍແລ້ວ ການກະທຳທີ່ງ່າຍໆນີ້ຈະສາມາດຈັດສົ່ງສິ່ງຂອງທີ່ຈຳເປັນຕ່າງໆ ໄປໃຫ້ພວກທີ່ມີຄວາມຕ້ອງການເປັນທີ່ສຸດ” ນັ້ນຄືຄຳເວົ້າຂອງເອກອັກຄະລັດຖະທູດທໍມັສ ກຣີນຟິລ.
“ສະຖານະການດ້ານມະນຸດສະທຳ ໃນປະເທດຊີເຣຍ ເປັນໄພຂົ່ມຂູ່ຕໍ່ສັນຕິພາບແລະຄວາມໝັ້ນຄົງລະຫວ່າງປະເທດ…. ພວກເຮົາຕ້ອງໄດ້ເຮັດທຸກສິ່ງຢ່າງທີ່ຢູ່ໃນອຳນາດຂອງພວກເຮົາ ເພື່ອເຮັດໃຫ້ການທົນທຸກທໍລະມານ ທາງດ້ານມະນຸດສະທຳດັ່ງກ່າວນີ້ດີຂຶ້ນ ແລະພື້ນຖານໃນການປະຕິບັດງານຂອງພວກເຮົາ ແມ່ນອີງໃສ່ຄວາມຕ້ອງການຂອງປະຊາຊົນຊາວຊີເຣຍ.”