Accessibility links

Breaking News

ບົດບັນນາທິການ: ການເຄື່ອນໄຫວຂອງກຸ່ມຕາລີບານ ບໍ່ໃຫ້ເດັກນັກຮຽນຍິງ ເຂົ້າຮຽນໃນຊັ້ນມັດທະຍົມ


ແຟ້ມ - ກຸ່ມ​ຕາ​ລີ​ບານ​ຫ້າມ​ບໍ່​ໃຫ້​ພວກ​ເດັກ​ນ້ອຍ​ນັກ​ຮຽນ​ແບບ​ໃນ​ຮູບນີ້ ເຂົ້າ​ຮຽນ​ຢູ່​ໃນ​ຊັ້ນ​ມັດ​ທະ​ຍົມ ທີ່​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ
ແຟ້ມ - ກຸ່ມ​ຕາ​ລີ​ບານ​ຫ້າມ​ບໍ່​ໃຫ້​ພວກ​ເດັກ​ນ້ອຍ​ນັກ​ຮຽນ​ແບບ​ໃນ​ຮູບນີ້ ເຂົ້າ​ຮຽນ​ຢູ່​ໃນ​ຊັ້ນ​ມັດ​ທະ​ຍົມ ທີ່​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ການ​ຕັດ​ສິນ​ໃຈ​ຂອງ​ກຸ່ມ​ຕາ​ລີ​ບານ​ທີ່​ຫ້າມ​ບໍ່​ໃຫ້​ພວກ​ເດັກ​ນ້ອຍ​ແມ່​ຍິງ​ໄປ​ເຂົ້າໂຮງ​ຮຽນ​ມັດ​ທະ​ຍົມກາຍ​ຊັ້ນ​ ປ. 6 ​ຂຶ້ນ​ໄປ ແມ່ນ​ເປັນ​ການ​ຕ່າວ​ປີ້ນ ​ໃນ​ການ​ໃຫ້​ຄວາມ​ໝັ້ນໝາຍ​ຂອງ​ຄະ​ນະ​ນຳ​ພາ​ຕາ​ລີ​ບານ ແລະ​ໄດ້​ສ້າງ​ຄວາມ​ເສົ້າ​ເສຍ​ໃຈ​ໃຫ້ແກ່​ພວກ​ເດັກ​ນ້ອຍ​ແມ່​ຍິງ​ຫຼາຍໆ​ພັນ​ຄົນທີ່​ໄດ້​ໄປ​ປາ​ກົດ​ຕົວ​ຢູ່​ຕາມ​ໂຮງ​ຮຽນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 23 ມີ​ນາ​ຜ່ານ​ມາ ແຕ່​ກັບ​ພົບ​ວ່າ​ໂຮງ​ຮຽນ​ເຫຼົ່າ​ນັ້ນ​ບໍ່​ໄດ້​ເປີດ​ປະ​ຕູ​ຕ້ອນ​ຮັບພວກ​ເຂົາ​ເຈົ້າ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວ​ວ່າ “ການ​ສຶກ​ສາ​ແມ່ນ​ສິດ​ທິ​ມະ​ນຸດ​ອັນ​ນຶ່ງແລະ​ສະ​ຫະ​ລັດ​ຂໍ​ປະ​ຕິ​ເສດ​ຕໍ່​ຂໍ້​ແກ້​ຕົວຂອງ​ກຸ່ມ​ຕາ​ລີ​ບານ ທີ່​ໄດ້​ຕ່າວ​ປີ້ນ​ ການ​ໃຫ້​ຄວາມ​ໝັ້ນ​ໝາຍ​ຂອງ​ຕົນ​ຕໍ່​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສ​ຖານ ທີ່​ເວົ້າ​ວ່າ ຊາວ​ອັ​ຟ​ກາ​ນິ​ສ​ຖານ​ທັງ​ໝົ​ດ ​ສາ​ມາດ​ກັບ​ຄືນ​ໄປ​ໂຮງ​ຮຽນ​ໄດ້. ພວກ​ເຮົາ​ຂໍ​ຢືນ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ພວກ​ເດັກ​ນ້ອຍ​ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ ແລະ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ ທີ່​ຫຼິງ​ເຫັນ​ວ່າ ການ​ສຶກ​ສາ​ແມ່ນ​ເສັ້ນ​ທາງ​ໄປສູ່​ການເຮັດ​ໃຫ້​ພະ​ລັງ​ບົ່ມ​ຊ້ອນ​ ທາງ​ດ້ານສັງ​ຄົມ​ ແລະ​ເສດຖະ​ກິດ​ຂອງ​ອັ​ຟ​ກາ​ນິ​ສ​ຖານ​ກາຍ​ເປັນ​ຄວາມ​ຈິງ ​ໄດ້ຢ່າງ​ຄົບ​ຖ້ວນ.

ທູດ​ພິ​ເສດ​ຮັບ​ຜິດ​ຊອບ​ໃນ​ເລື້ອ​ງ​ ແມ່​ຍິງ ເດັກ​ຍິງ ແລະ​ສິດ​ທິ​ມະ​ນຸດ ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ນາງ​ຣີ​ນາ ອາ​ມີ​ຣີເອີ້ນ​ການ​ຫ້າມ​ດັ່ງ​ກ່າວນີ້​ວ່າ “ການ​ທໍ​ລະ​ຍົດ​ຕໍ່​ຄອບ​ຄົວ​ຊາວ​ອັ​ຟ​ກາ​ນິ​ສ​ຖານ.” ທ່ານ​ນາງ​ກ່າວ​ຕື່ມ​ວ່າ ມັນ​ບໍ່​ມີ​ຫຍັງ​ເລີຍ​ ກ່ຽວ​ກັບ​ການປະ​ຕິ​ເສດ​ບໍ່​ໃຫ້ແມ່​ຍິງ​ໄດ້​ຮັບ​ການ​ສຶກ​ສາ ແລະ​ການ​ສຳ​ຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ການ​ສະ​ໜັບ​ສະ​ໜຸນ​ຢ່າງກວ້າງ​ຂວາງ ສຳ​ລັບ​ການ​ສຶກ​ສາ​ຂອງ​ພວກ​ແມ່​ຍິງ ໃນໝູ່​ຊາວ​ອັ​ຟ​ກາ​ນິ​ສ​ຖານ.

ນັບ​ແຕ່​ກຸ່ມ​ຕາ​ລີ​ບານ​ໄດ້​ເຂົ້າ​ຢຶດ​ອຳ​ນາດ​ໃນ​ເດືອນ​ສິງ​ຫາ ປີ 2021 ພວກ​ແມ່​ຍິງ​ໄດ້​ປະ​ເຊີນ​ກັບ​ການ​ແບ່ງ​ແຍກ ແລະ​ຂໍ້​ຈຳ​ກັດ​ຮັດ​ແຄບ​ໃໝ່ ​ຍັງ​ພົວ​ພັນ​ກັບ​ເລື້ອງເຄື່ອງ​ນຸ່ງ ການ​ປະ​ພຶດ ແລະ​ການ​ເດີ​ນ​ທາງ ຍ້ອນ​ເຂົາ​ເຈົ້າ​ເປັນ​ເພດ​ຍິງ. ໂທ​ລະພາບ​ອັ​ຟ​ກາ​ນິ​ສ​ຖານ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ອອກ​ອາ​ກາດ ​ບັນ​ຫາ​ແມ່​ຍິງ ແລະ​ພວກ​ທີ່​ຕໍ່​ສູ້​ເພື່ອ​ສິດ​ທິ​ຂອງ​ແມ່​ຍິງ​ ຫຼາຍໆ​ສິບ​ຄົນ​ທີ່​ຖືກ​ຈັບ ຫຼື​ບໍ່​ກໍ​ຫາຍ​ສາບ​ສູນ​ໄປ​ນັ້ນ.

ການ​ເຄື່ອນ​ໄຫວ​ເມື່ອ​ໄວໆ​ມານີ້ ຂອງ​ກຸ່ມ​ຕາ​ລີ​ບານ ​ທີ່ໄດ້​ຫ້າມ​ບໍ່​ໃຫ້​ເດັກ​ນ້ອຍ​ແມ່​ຍິງ​ ໄດ້​ຮັບ​ການ​ສຶກ​ສາ​ຂັ້ນມັດ​ທະ​ຍົມນັ້ນ ໄດ້​ຖືກ​ນາໆ​ຊາດ ​ປະ​ນາມ​ຢ່າງກວ້າງ​ຂວາງ. ກອງ​ເລ​ຂາ​ທິ​ການໃຫຍ່ຂອງ​ອົງ​ການ​ການ​ຮ່ວມ​ມື​ສາ​ສະ​ໜາ​ອິ​ສ​ລາມ “ໄດ້ສະ​ແດງ​ຄວາມ​ເສຍ​ໃຈ​ເປັນ​ທີ່​ສຸດກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ຢ່າງ​ບໍ່​ຄາດ​ຝັນ​ດັ່ງ​ກ່າວ” ແລະ​ນັ້ນ “ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສ​ຖານ ທັງ​ເດັກ​ຊາຍ​ແລະ​ເດັກ​ຍິງຈຳ​ເປັນ​ຕ້ອງ​ໄດ້ເຫັນ​ສິດ​ທິພື້ນ​ຖານຂອງ​ພວກ​ເຂົາ​ເຈົ້າ ຮວມ​ທັງ​ການ​ສຶກ​ສາ ໄດ້​ຮັບ​ການ​ເຄົາ​ລົບ​ໂດຍ​ເຕັມ ຖະ​ແຫຼງ​ການ​ຮ່ວມ ສະ​ບັບ​ລົງ​ວັນ​ທີ 24 ມີ​ນາ ຈາກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກາ​ນາ​ດາ ຝ​ຣັ່ງ ອີ​ຕາ​ລີ ນໍ​ເວ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ສະ​ຫະ​ລັດ ແລະ​ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ປະ​ນາມ​ຕໍ່​ການ​ຕ່າວ​ປີ້ນ​ຂອງ​ກ່ມ​ຕາ​ລີ​ບານ.

ພວກ​ທ່ານ​ຂຽນ​ວ່າ “ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ຢ່າງ​ຮີບ​ດ່ວນ​ໃຫ້​ກຸ່ມ​ຕາ​ລີ​ບານ​ຕ່າວ​ປີ້ນ​ການ​ຕັດ​ສິນ​ໃຈ​ນີ້ ຊຶ່ງ​ຈະ​ມີ​ຜົນ​ທີ່​ຕາມ​ມາ​ໄກ​ໄປ​ກວ່າ​ການ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພວກ​ເດັກ​ນ້ອຍ​ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ. ຖ້າຫາກ​ບໍ່​ມີ​ການ​ຕ່າວ​ປີ້ນມັນ​ຈະ​ສ້າງ ​ຄວາມ​ເສ​ຍ​ຫາຍ​ຢ່າງ​ເລິກ​ເຊິ່ງ ໃຫ້​ແກ່​ໂອ​ກາດ ​ໃນ​ຄວາມ​ເປັນ​ປຶກ​ແຜ່ນທາງ​ດ້ານ​ສັງ​ຄົມ​ ແລະ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ ຄວາມ​ໄຝ່​ຝັນ​ໃນ​ການ​ທີ່​ຈະ​ກາຍ​ເປັນປະ​ເທດ​ສະ​ມາ​ຊິກ​ທີ່​ໄດ້​ຮັບ​ການ​ເຄົາ​ລົບ​ຂອງປະ​ຊາ​ຄົມນາໆ​ຊາດ​ແລະ​ຄວາມ​ພໍ​ໃຈ​ຂອງ​ຊາວ​ອັ​ຟ​ກາ​ນິ​ສ​ຖານ ​ທີ່​ຈະ​ເດີນ​ທາງ​ກັບ​ຄືນ​ຈາກ​ຕ່າງ​ປະ​ເທດ. ມັນ​ຈະ​ເກີດ​ຜົນ​ກະ​ທົບ​ຢ່າງ​ຫຼີກ​ລຽງ​ບໍ່​ໄດ້ ຕໍ່​ໂອ​ກາດ​ທີ່​ກຸ່ມ​ຕາ​ລີ​ບານ ​ຈ​ະ​ໄດ້​ຮັບ​ຄວາມ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ການ​ເມືອງ ແລະ​ຄວາມ​ຖືກ​ຕ້ອງ​ຊອບ​ທຳ ທັງ​ຈາກ​ພາຍ​ໃນ ແລະ​ຈາກ​ຕ່າງ​ປະ​ເທດ. ປະ​ຊາ​ຊົນ​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ທຸກໆ​ຄົນ ບໍ່ວ່າເດັກ​ຊາຍ​ຫລືເດັກ​ຍິງ ຜູ້​ຊາຍ​ຫຼື​ແມ່​ຍິງ.” ພວກ​ທ່ານ​ໄດ້ປະ​ກາດ​ວ່​າ “ມີ​ສິດ​ເທົ່າ​ທຽມ​ກັນ​ສຳ​ລັບ​ການ​ສຶກ​ສາ ໃນ​ທຸກ​ລະ​ດັ​ບ ຢູ່​ໃນ​ທຸກ​ໆ​ແຂວງຂອງ​ປະ​ເທດ.”

XS
SM
MD
LG