Accessibility links

Breaking News

ບົດບັນນາທິການ: ໄພອັນຕະລາຍ ໃນເຂດຊາແຮລ ຂອງອາຟຣິກາ


ເຂດ​ຊາ​ແຮລ ຂອງ​ອາ​ຟ​ຣິ​ກາ
ເຂດ​ຊາ​ແຮລ ຂອງ​ອາ​ຟ​ຣິ​ກາ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຮັບ​ຜິດ​ຊອບກິດ​ຈະ​ການດ້ານ​ການ​ເມືອງ ທ່ານ​ນາງ​ວິກ​ທໍ​ເຣຍ ນູ​ແລນ ເມື່ອ​ໄວໆ​ມານີ້ ໄດ້​ນຳ​ພາ​ຄະ​ຜູ້​ແທນ​ທີ່​ມາ​ຈາກ​ຫຼາຍໆ​ພະ​ແນກ​ການກ່ຽວ​ກັບ​ປະ​ເທດ​ທີ່​ສຳ​ຄັນໆ​ໃນ​ເຂດ​ຊາ​ແຮລ ປະ​ກອບ​ມີ ມໍ​ຣິ​ເຕ​ເນຍ ມາ​ລີ ໄນ​ເຈີ ແລະ ເບີ​ກີ​ນາ​ຟາ​ໂຊ.

ຄະ​ນະ​ຜູ້​ແທນ​ຂອງ​ສະ​ຫະ​ລັດ ໄດ້​ພົບ​ປະ​ກັບ​ລັດ​ຖະ​ບານ ກອງ​ທັບ ແລະ​ພວກ​ຜູ້​ນຳ​ສັງ​ຄົມ​ພົນ​ລະ​ເຮືອນ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບດ້ານ​ຄວາມ​ໝັ້ນ​ຄົງ ​ການ​ປົກ​ຄອງ ແລະ​ການ​ພັດ​ທະ​ນາ​.

ນຶ່ງ​ໃນ​ໄພ​ຂົ່ມ​ຂູ່​ທີ່​ຮ້າຍ​ແຮງ​ສຸດ ທີ່​ສີ່​ປະ​ເທດ​ກຳ​ລັງ​ປະ​ເຊີນ​ໜ້າ​ຢູ່​ໃນ​ເວ​ລານີ້ ກໍ​ຄື​ການ​ກໍ່​ຄວາມ​ຮຸນ​ແຮງ​ທີ່​ເພີ້ມ​ທະ​ວີ​ຂຶ້ນ​ຂອງ​ພວກ​ກໍ່​ການ​ຮ້າຍ. ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຫຼັງ​ຈາກ​ການ​ເດີນ​ທາງ​ກັບ​ຄືນ​ປະ​ເທດ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະ​ເທດ​ນູ​ແລນ ໃຫ້​ຂໍ້​ສັງ​ເກດ​ວ່າ ສະ​ຫະ​ລັດ​ພວມ​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບກອງ​ທັບ​ຂອງ​ປະ​ເທດ​ມໍ​ຣິ​ເຕ​ເນຍ ໄນ​ເຈີ ເບີ​ກີ​ນາ​ຟາ​ໂຊ ເພື່ອ​ໃຫ້​ການ​ສະ​ໜັບ​ ສະ​ໜຸນ​ແກ່​ກອງ​ທັບ​ເຫຼົ່າ​ນີ້ ໃນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ ​ຂອງ​ພວກ​ເຂົາ​ເຈົ້າ​ເພື່ອ​ໃຫ້ຄວາມ​ຄຸ້ມ​ຄອງ​ ແກ່​ປະ​ຊາ​ຊົນ​ຂອງ​ພວກ​ເຂົາ​ເຈົ້າ. ທ່ານ​ນາງກ່າວເຖິງ​ປະ​ເທດ​ມໍ​ຣິ​ເຕ​ເນຍ​ວ່າ ເປັນ “ບ່ອນ​ທີ່​ມີ​ສະ​ຖຽນ​ລະ​ພາບ​ມາ​ໄດ້ 10 ປີ ຢູ່​ທ່າມ​ກາງ​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ​ທີ່​ວຸ້ນ​ວາຍ​ທີ່​ສຸດ” ແລະ​ໄດ້​ກ່າວ​ຊົມ​ເຊີຍ​ຕໍ່ຄວາມ​ສຳ​ເລັດ​ຂອງ​ມໍ​ຣິ​ເຕ​ເນຍ ດ້ວຍ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ ​ຂອງ​ສະ​ ຫະລັດ ແລະ​ປະ​ເທ​ດ​ອື່ນໆ​ອີກ ໃນ​ການ​ຕໍ່​ສູ້​ກັບ​ພວກ​ກໍ່​ການ​ຮ້າຍ. ທ່ານ​ນາງໃຫ້​ຂໍ້​ສັງ​ເກດ​ວ່າ ແນວ​ໃດ​ກໍ​ຕາມ ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຂອງ​ພວກ​ຜູ້​ນຳ​ມໍ​ຣິ​ເຕ​ເນຍ​ແມ່ນ​ເຫດ​ການ​ຢູ່​ໃນ​ປະ​ເທດ​ມາ​ລີ ໂດຍ​ສະ​ເພາະ​ແລ້ວແມ່ນ​ການ​ເຂົ້າໄປ​ມີ​ໜ້າ​ຂອງ​ກຳ​ລັງ​ກຸ່ມ​ແວັກ​ເນີ ທີ່​ໄດ້​ຮັບ​ການ​ໜຸງ​ຫຼັງ​ຈາກວັງ​ເຄ​ຣັມ​ລິນ.

ນັບ​ຕັ້ງ​ແຕ່​ມີ​ການ​ສົ່ງ​ກຳ​ລັງ​ຂອງ​ກຸ່ມ​ແວັກ​ເນີ​ເຂົ້າ​ໄປ​ໃນ​ປະ​ເທດ​ມາ​ລີ ເມື່ອ​ທ້າຍ​ປີ​ກາຍ ເຫດ​ການກ່ຽວ​ກັບ​ພວກ​ກໍ່​ການ​ຮ້າຍ​ ກໍ​ໄດ້​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ນອກ
ນັ້ນ​ແລ້ວ “ຍັງ​ມີ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ​ຢູ່​ທົ່ວຂົງ​ເຂດ ​ບ່ອນທີ່​ພວກ​ເຂົາ​ເຮັດ
ວຽກ​” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ​ນູ​ແລນ. “ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ
ຢ້ານ​ວ່າ ກຳ​ລັງ​ເຫຼົ່າ​ນີ້ ​ບໍ່​ໄດ້​ໃຫ້​ຄວາມ​ສົນ​ໃຈ ​ໃນ​ເລື້ອງ​ຄວາມ​ປອດ​ໄພ ແລະ​ຄວາມ​ໝັ້ນ​ຄົງ ຂອງ​ປະ​ຊາ​ຊົນ​ໃນ​ປະ​ເທດ​ມາ​ລີ ແຕ່ແທນ​ທີ່ພວກ​ເຂົາ​ໃຫ້​ຄວາມ​ສົນ​ໃຈ ​ໃນການ​ສ້າງ​ຮັ່ງ​ຄູນ​ມີ​ໃຫ້​ແກ່​ພວກເຂົາ​ເອງ ແລະ​ທຳ​ການ​ຂຸດ​ແຮ່​ທາດ​ຢູ່ ​ໃນປະ​ເທດ​ດັ່ງ​ກ່າວ ຊຶ່ງ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ດ້ານ​ການ​ກໍ່​ການ​ຮ້າຍ ຊຸດ​ໂຊມລົງ​ຕື່ມ.” ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ນູ​ແລນໃຫ້​ຂໍ້​ສັງ​ເກດ​ວ່າ ຍ້ອນ​ການກໍ່​ລັດ​ຖະ​ປະ​ຫານ​ໃນ​ປະ​ເທດ​ມາ​ລີ ສະ​ຫະ​ລັດ​ຈຶ່ງ​ໄດ້​ຖືກ​ຈຳ​ກັດພາຍ​ໃຕ້​ກົດ​ໝາຍ ເພື່ອ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ກຳ​ລັງ​ຂອງ​ຝ່າຍ​ລັດ​ຖະ​ບານ ແລະ​ສະ​ຖາ​ນະການ​ຢູ່​ທີ່​ນັ້ນ ແມ່ນ​ຮວມ​ຮ້າຍ​ແຮງ​ຂຶ້ນ​ຕື່ມ ຫຼັງ​ຈາກ​ການ​ຕັດ​ສິນ​ໃຈ​ຂອງ​ພວກ​ຜູ້ນຳ​ມາ​ລີ ທີ່​ໄດ້​ເຊື້ອ​ເຊີນ​ໃຫ້​ກຳ​ລັງ​ຂອງ​ກຸ່ມ​ແວັກ​ເນີ​ເຂົ້າ​ໄປ​ໃນ​ປະ​ເທດ​ດັ່ງ​ກ່າວ. “ພວກ​ເຮົາ​ຈະ​ບໍ່​ປະ​ຕິ​ບັດ​ງານຢູ່​ໃນ​ພື້ນ​ທີ່​ດຽວ​ກັນ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ.

ແຕ່​ໃນ​ທາງບວກ ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ນູ​ແລນ ໃຫ້​ຂໍ້​ສັງ​ເກດ​ວ່າ ລັດ​ຖະ​ບານ​ຊົ່ວ​ຄາວ​ຂອງ​ມາ​ລີ ​ເບິ່ງ​ຄື​ວ່າ ຈະປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ໝາຍ​ຂອງ​ຕົນ​ຫຼື​ບໍ່ ທີ່​ຈະ​ຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ໃນ​ປີ 2024.

ນອກນັ້ນ ທ່ານ​ນາງ​ຍັງ​ເວົ້າ​ວ່າ ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເບີ​ກີ​ນາ​ຟາ​ໂຊຂອງ​ທ່ານ​ນາງ ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ ທ່ານ​ອີບ​ຣາ​ຮິມ ຕ​ຣາ​ໂອ​ເລແລະຄະ​ນະ​ຂອງ​ທ່ານ ກ່າວ​ຕໍ່​ທ່ານ​ນາງ​ແບບ​ບໍ່​ມີ​ຄວາມ​ຄຸມ​ເຄືອ​ໃດໆ​ເລີຍ​ວ່າ “ມັນ​ຈະ​ແມ່ນ​ຊາວ​ເບີ​ກີ​ນາ ຜູ້​ທີ່​ຈະ​ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ ຂອງ​ປະ​ເທດ​ຊາດ ແລະ​ພວກ​ເຂົາ​ເຈົ້າ​ບໍ່ມີ​ຄວາມ​ຕັ້ງ​ໃຈ ທີ່​ຈະ​ເຊື້ອ​ເຊີນ​ໃຫ້​ກຸ່ມ​ແວັກ​ເນີ​ເຂົ້າ​ໄປ.”

ເປັນ​ເລື້ອງ​ໜ້າ​ເສົ້າ​ໃຈທີ່ເຂດ​ຊາ​ແຮ​ລ​ໄດ້​ກາຍ​ເປັນ​ສູນ​ກາງ​ຂອງ​ພວກ​ກໍ່​ການ​ຮ້າຍ. ຄຳ​ຕອບ​ແມ່ນ​ບໍ່​ສາ​ມາດ​ທີ່​ຈະ​ໂຍນ​ໄປ​ໃຫ້​ກອງ​ກຳ​ລັງ​ທີ່​ບໍ່​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຕໍ່​ຄວາມ​ຢູ່​ດີ​ມີ​ສຸກ ​ຂອງ​ປະ​ຊາ​ຊົນ ​ທີ່​ອາ​ໄສ​ຢູ່​ບ່ອນນັ້ນ. ສະ​ຫະ​ລັດ​ຈະ​ສືບ​ຕໍ່​ເຮັດ​ວຽກກັບ​ບັນ​ດາ​ປະ​ເທດ​ພາ​ຄີ ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ໃນ​ເຂດ​ດັ່ງ​ກ່າວ ຮັບ​ມື​ກັບ​ບັນ​ຫາ​ທ້າ​ທາຍ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ ທີ່​ພວກ​ເຂົາ​ເຈົ້າພວມປະ​ເຊີນ​ໜ້າ​ຢູ່.

XS
SM
MD
LG