ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ
ເມື່ອຫ້າທົດສະວັດກວ່າໆຜ່ານມາ ລະຫວ່າງຈຸດສູງສຸດຂອງສົງຄາມເຢັນ ຜູ້ຕາງໜ້າຂອງ 18 ປະເທດ ໄດ້ຮ່າງສົນທິສັນຍາ ວ່າດ້ວຍການຫ້າມແຜ່ຜາຍອາວຸດນິວເຄລຍທີ່ເອີ້ນຫຍໍ້ວ່າ NPT. ໃນໄລຍະຫຼາຍໆປີທີ່ຕິດຕາມມາ ເກືອບ ທຸກໆປະເທດໃນໂລກ ໄດ້ເຂົ້າຮ່ວມສົນທິສັນຍາ NPT.
ສົນທິສັນຍາ NPT ເຮັດໃຫ້ໂລກຂອງເຮົາມີຄວາມປອດໄພຕື່ມຂຶ້ນ ໃນຂະນະທີ່ບັນດາປະເທດມີອາວຸດນິວເຄລຍ ພາກັນເອົາບາດກ້າວເພື່ອຫຼຸດການເກັບສະສົມອາວຸດນິວເຄລຍຂອງເຂົາເຈົ້າ. ແຕ່ແນວໃດກໍຕາມ ສົນທິສັນຍາດັ່ງກ່າວ ພວມໄດ້ຮັບການກົດດັນຫຼາຍຂຶ້ນ ນັ້ນຄືຄຳເວົ້າຂອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໃນຄຳປາໄສຕໍ່ກອງປະຊຸມ ທົບທວນຄືນສົນທິສັນຍາຫ້າມແຜ່ຜາຍອາວຸດນິວເຄລຍ. ທ່ານເວົ້າວ່າ ສປປ ເກົາຫຼີ ຍັງສືບຕໍ່ຂະຫຍາຍໂຄງການນິວເຄລຍ ແບບຜິດກົດໝາຍຂອງຕົນ ແລະສືບຕໍ່ທ້າທາຍເກາະຜິດ ຢູ່ໃນຂົງເຂດດັ່ງກ່າວ.
ສ່ວນປະເທດອີຣ່ານ ກໍຍັງຢູ່ໃນເສັ້ນທາງໄປສູ່ການເພີ້ມຄວາມເຄັ່ງຕຶງ ທາງດ້ານນິວເຄລຍຂອງຕົນ. ເຖິງແມ່ນອີຣ່ານໄດ້ກ່າວອ້າງຢ່າງເປັນການເປີດເຜີຍວ່າ ຕົນຢາກຈະກັບຄືນໄປສູ່ ແຜນປະຕິບັດງານຮ່ວມຮອບດ້ານ ຫຼື JCPOA ກໍຈິງ ນັບແຕ່ເດືອນມີນາເປັນຕົ້ນມາ ອີຣ່ານ ແມ່ນບໍ່ເຕັມໃຈ ທີ່ຈະຮັບເອົາ ຂໍ້ຕົກລົງໃນທຳນອງນີ້. ລັດຖະມົນຕີການຕ່າງປະເທດບລິງເກັນ ໃຫ້ການຢືນຢັນວ່າ “ການກັບຄືນໄປສູ່ແຜນປະຕິບັດງານຮ່ວມຮອບດ້ານ JCPOA ຍັງເປັນທາງອອກ ທີ່ດີທີ່ສຸດ ສຳລັບສະຫະລັດ ສຳລັບອີຣ່ານ ແລະສຳລັບໂລກຂອງເຮົາ.”
ການສືບຕໍ່ເຮັດສົງຄາມຮຸກຮານຂອງຣັດເຊຍໃນຢູເຄຣນ ແມ່ນເປັນການລະເມີດແບບໜ້າດ້ານຕໍ່ກົດໝາຍລະຫວ່າງປະເທດ ແຕ່ການກະທຳດັ່ງກ່າວຂອງຣັດເຊຍຍັງລະເມີດຕໍ່ການຄ້ຳປະກັນທີ່ຕົນໄດ້ໃຫ້ໄວ້ກັບຢູເຄຣນ ໃນບົດບັນທຶກຄວາມເຂົ້າໃຈ ບູດາແປັສທ໌ ສະບັບປີ 1994. ພາຍໃຕ້ເງື່ອນໄຂຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ຊຶ່ງໄດ້ຕ້ອນຮັບຢູເຄຣນ ເຂົ້າຮ່ວມໃນສົນທິສັນຍາ ຫ້າມແຜ່ຜາຍອາວຸດນິວເຄລຍ ແລະຄວາມໝັ້ນໝາຍທີ່ຈະຍົກຍ້າຍອາວຸດນິວເຄລຍທັງໝົດອອກ ຈາກດິນແດນຂອງຕົນ ຣັດເຊຍໄດ້ສັນຍາວ່າ ຈະໃຫ້ການເຄົາລົບ ຕໍ່ຄວາມເປັນເອກກະລາດແລະຜືນແຜ່ນດິນອັນຄົບຖ້ວນຂອງຢູເຄຣນ. ນີ້ແມ່ນອາດເປັນການສົ່ງຂ່າວຂີ້ຮ້າຍສຸດເທົ່າທີ່ເປັນໄປໄດ້ ໄປຍັງບັນດາປະເທດຕ່າງໆ ຢູ່ໃນທົ່ວໂລກ ທີ່ອາດຄິດວ່າພວກເຂົາເຈົ້າອາດຈຳເປັນຕ້ອງມີອາວຸດນິວເຄລຍ ໄວ້ປົກປ້ອງອະທິປະໄຕຂອງພວກເຂົາເຈົ້າ.
ລັດຖະມົນຕີບລິງເກັນ ປະກາດວ່າ “ບໍ່ມີບ່ອນໃດຢູ່ ໃນໂລກຂອງເຮົາ ທີ່ຈະຢັບຢັ້ງການມີອາວຸດນິວເຄລຍ ໂດຍອີງຕາມ ການບີບບັງຄັບ ການຂົ່ມຂູ່ ຫຼື ການຂູ່ເຂັນແບລັກແມລ.”
“ພ້ອມກັນກັບສະຫະຣາຊະອານາຈັກ ແລະຝຣັ່ງ ພວກເຮົາໄດ້ນຳອອກເຜີຍແຜ່ຫຼັກການ ແລະການປະຕິບັດທີ່ດີທີ່ສຸດຈຳນວນນຶ່ງ ທີ່ຄວນຄາດຫວັງໃຫ້ທຸກໆປະເທດທີ່ມີອາວຸດນິວເຄລຍ ພາຍໃຕ້ສົນທິສັນຍາ NPT ຊຶ່ງຮວມຢູ່ໃນນັ້ນ ກໍແມ່ນມີການດຳເນີນທຸກຄວາມພະຍາຍາມ ເພື່ອຄ້ຳປະກັນວ່າຈະບໍ່ມີການໃຊ້ອາວຸດນິວເຄລຍອີກ.”
ສະຫະລັດ ມີຄວາມໝັ້ນໝາຍທີ່ຈະຫຼີກລ່ຽງຕໍ່ການແຂ່ງຂັນອາວຸດທີ່ຕ້ອງໃຊ້ຈ່າຍເປັນຈຳນວນຫຼວງຫຼາຍ ແລະຊຸກຍູ້ໃຫ້ມີການຄວບຄຸມດ້ານອາວຸດ ເວລາໃດທີ່ມີຄວາມເປັນໄປໄດ້. ທີ່ຈິງແລ້ວ ປະທານາທິບໍດີໄບເດັນໄດ້ທຳການເຈລະຈາເພື່ອຕໍ່ອາຍຸສົນທິສັນຍາ START ສະບັບໃໝ່ກັບຣັດເຊຍ ພາຍໃນປີ 2026. ປະທານາທິບໍດີໄບເດັນ ນອກນັ້ນ ຍັງໄດ້ກ່າວຢ້ຳເຖິງຄວາມພ້ອມຂອງທ່ານທີ່ຈະເຈລະຈາກ່ຽວກັບຮ່າງຂໍ້ຕົກລົງ ທີ່ຈະໃຊ້ແທນສົນທິສັນຍາ START ສະບັບໃໝ່.
ບົດບາດພື້ນຖານທາງດ້ານອາວຸດນິວເຄລຍຂອງສະຫະລັດ ກໍຄືຂັດຂວາງບໍ່ໃຫ້ມີການໃຊ້ອາວຸດນິວເຄລຍໂຈມຕີສະຫະລັດ ພັນທະມິດແລະພາຄີ. ສະຫະລັດຈະພິຈາລະນາ ການໃຊ້ອາວຸດໃນທຳນອງນີ້ ກໍຕໍ່ເມື່ອ ຕົກຢູ່ໃນສະພາບການທີ່ຮ້າຍແຮງສຸດຂີດ ເພື່ອປ້ອງກັນຜົນປະໂຫຍດທີ່ສຳຄັນຂອງຕົນເທົ່ານັ້ນ.