Accessibility links

Breaking News

ບົດບັນນາທິການ: ທ່ານບລິງເກັນ ເຊັນຂໍ້ຕົກລົງໄຟຟ້າພະລັງລົມ ໃນຟີລິບປິນ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ຕົບ​ມື​ໃນ​ຂະ​ນະ​ທີ່​ຜູ້​ອຳ​ນວຍ​ການ​ອົງ​ການໆ​ຄ້າ​ແລະ​ການ​ພັດ​ທະ​ນາ​ຂອງ​ສະ​ຫະ​ລັດ ອີ​ໂນ ອີ​ບົງ ແລະ​ຮອງ​ປະ​ທານ​ບໍ​ລິ​ສັດ​ພະ​ລັງານໃຊ້​ຄືນ​ໃໝ່ ອາ​ບອຍ​ຕິ​ສ ລົງ​ນາມ ໃນ​ຂໍ້​ຕົກ​ລົງ ເມື່ອ​ວັນ​ທີ 6 ສິງ​ຫາ 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ຕົບ​ມື​ໃນ​ຂະ​ນະ​ທີ່​ຜູ້​ອຳ​ນວຍ​ການ​ອົງ​ການໆ​ຄ້າ​ແລະ​ການ​ພັດ​ທະ​ນາ​ຂອງ​ສະ​ຫະ​ລັດ ອີ​ໂນ ອີ​ບົງ ແລະ​ຮອງ​ປະ​ທານ​ບໍ​ລິ​ສັດ​ພະ​ລັງານໃຊ້​ຄືນ​ໃໝ່ ອາ​ບອຍ​ຕິ​ສ ລົງ​ນາມ ໃນ​ຂໍ້​ຕົກ​ລົງ ເມື່ອ​ວັນ​ທີ 6 ສິງ​ຫາ 2022.

"ດ້ວຍເງິນຊ່ວຍເຫຼືອລ້າ ຈາກອົງການໆຄ້າ ແລະການພັດທະນາ ຂອງສະຫະລັດ ພວກເຮົາຈະວາງພື້ນຖານຮ່ວມກັນ ເພື່ອສ້າງໂຄງການໄຟຟ້າພະລັງລົມນອກຝັ່ງແຫ່ງທຳອິດໃນຟີລິບປິນ. ໃນອີກບໍ່ຊ້າ ໂຄງການທີ່ວ່ານັ້ນ ກໍຈະຜະລິດພະລັງງານທີ່ສະອາດໄດ້ ເຖິງ 3,000 ເມກາວັດ ໃນແຕ່ລະປີ.”

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ທຸກໆ​ຂົງ​ເຂດ​ໃນ​ໂລກ ພວມ​ປະ​ສົບ​ກັບ​ໄພ​ອັນ​ຕະ​ລາຍ​ ອັນ​ເປັນ​ຜົນ​ກະ​ທົບທີ່​ເນື່ອງມາ​ຈາກ​ວິ​ກິດ​ການ​ດ້ານ​ດິນ​ຟ້າ​ອາ​ກາດ ນັ້ນ​ຄື​ຄຳ​ເຕືອນ ​ຂອງ​ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ. ທ່ານ​ໃຫ້​ຂໍ້​ສັງ​ເກດ​ ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ເທດ​ດັ່ງ​ກ່າວ​ເມື່ອ​ໄວໆ​ມານີ້​ວ່າ “ປະ​ເທດ​ຟີ​ລິບ​ປິນ ແມ່ນ​ມີ​ຄວາມ​ຫຼໍ່​ແຫຼມ​ເປັນ​ພິ​ເສດ. ພວກ​ທ່ານ​ກຳ​ລັງ​ຮັບ​ມື​ກັບລົມ​ໄຕ້​ຝຸ່ນ​ທີ່​ຮ້າຍແຮງ​ຂຶ້ນ​ນັບ​ມື້ ​ຝົ​ນ​ຕົກ​ໜັກແຮງເປັນ​ພິ​ເສດ ອຸນ​ຫະ​ພູມ ແລະ​ລະ​ດັບ​ນ້ຳ​ທະ​ເລ​ທີ່​ພວມ​ສູງ​ຂຶ້ນ.”

ໃນ​ປີ​ກາຍນີ້ ຟີ​ລິບ​ປິນ​ໄດ້​ປະ​ກາດ​ກ່ຽວ​ກັບ​ເປົ້າ​ໝາຍ​ໃນ​ການ​ນຳ​ໃຊ້​ພະ​ລັງ​ງານສະ​ອາດ​ທີ່ມີ​ຄວາມ​ທະ​ເຍີ​ທະ​ຍານ ໂດຍ​ຈະ​ຜະ​ລິດ​ພະ​ລັງ​ງານ ​ຂອງ​ປະ​ເທດ​ທັງ​ໝົດ​ຈາກ​ແຫຼ່ງ​ທາງ​ເລືອກ 35 ເປີ​ເຊັນພາຍ​ໃນ​ປີ 2030 ແລະ 50 ເປີ​ເຊັນພາຍ​ໃນ​ປີ 2040. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບ​ລິງ​ເກັນ ປະ​ກາດ​ວ່າ “ສະ​ຫະ​ລັດ ​ຂໍ​ຊົມ​ເຊີຍ​ເປົ້າ​ໝາຍ​ເຫຼົ່າ​ນີ້ແລະ​ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ຊ່ວຍ​ໃຫ້​ຟີ​ລິບ​ປິນ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ. ດ້ວຍ​ເງິນ​ຊ່ວຍ​ເຫຼືອ​ລ້າຈາກ​ອົງ​ການໆ​ຄ້າ​ແລະ​ການ​ພັດ​ທະ​ນາ​ຂອງສະ​ຫະ​ລັດ ພວກ​ເຮົາ​ຈະ​ວາງ​ພື້ນ​ຖານ​ຮ່ວມ​ກັນ ເພື່ອ​ສ້າງ​ໂຄງ​ການ​ໄຟ​ຟ້າ​ພະ​ລັງລົມ​ນອກ​ຝັ່ງ​ແຫ່ງ​ທຳ​ອິດ​ໃນ​ຟີ​ລິບ​ປິນ. ໃນ​ອີກ​ບໍ່​ຊ້າ ໂຄງ​ການ​ທີ່​ວ່ານັ້ນ​ກໍ​ຈະ​ຜະ​ລິດພະ​ລັງ​ງານ​ທີ່​ສະ​ອາດ​ໄດ້​ເຖິງ 3,000 ເມ​ກາ​ວັດ ໃນ​ແຕ່​ລະ​ປີ.” ນັ້ນ​ແມ່ນ​ພະ​ລັງ​ງານ​ທີ່​ບ້ານ​ເຮືອນ​ຫຼາຍກວ່າ 2 ລ້ານ​ຫຼັງ​ສາ​ມາດ​ນຳ​ໃຊ້​ໄດ້​ຢ່າງ​ເປັນ​ການ​ພຽງ​ພໍ.

ນີ້​ບໍ່​ແມ່ນ​ເປັນ​ໂຄງ​ການ​ຮ່ວມ​ມື​ທາງ​ດ້ານ​ພະ​ລັງ​ງານ ​ລະ​ຫວ່າງ​ສະ​ຫະ​ລັດ​ແລະ​ຟີ​ລິບ​ປິນ​ພຽງ​ແຫ່ງ​ດຽວ​ເທົ່າ​ນັ້ນ. ເມື່ອ​ໄວໆ​ມານີ້ ສະ​ຫະ​ລັດຍັງ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ໂຄງ​ການ​ປະ​ມູນ​ທີ່​ມີ​ການ​ແຂ່ງ​ຂັນ ລະ​ຫວ່າງ​ບໍ​ລິ​ສັດ​ສະ​ໜອງ​ໄຟ​ຟ້າ​ທີ່​ມີ​ຄວາມ​ໝັ້ນ​ໝາຍ​ຈະ​ຜະ​ລິດ​ພະ​ລັງ​ງານ​ທີ່​ສາ​ມາດ​ໃຊ້​ຄືນ​ໃໝ່​ໄດ້ ​ອີກ 2,000 ເມ​ກາ​ວັດ ພາຍ​ໃນ​ປີ 2025. ໃນ​ຮອ​ບ​ເດືອນ​ມີ​ນາ​ຜ່ານ​ມານີ້ ຟີ​ລິບ​ປິນ​ກໍ​ໄດ້​ເຂົ້າ​ຮ່ວມ​ກັບ​ອົງ​ການ​ລິ​ເລີ້ມ​ຕ້ອງ​ການ​ພະ​ລັງງານ​ທີ່​ສະ​ອາດ ຊຶ່ງ​ເປັນ​ໂຄງ​ການ​ທີ່​ດຳ​ເນີນ​ງານ​ໂດຍ​ສະ​ຫະ​ລັດ ທີ່​ເຊື່ອມ​ໂຍງ​ກັບ​ປະ​ເທດ​ຕ່າງໆ​ເພື່ອ​ຂົນ​ຂວາຍ​ຫາ​ທາງ​ປ່ຽນ​ໄປ​ໃຊ້​ພະ​ລັງ​ງານ​ທີ່​ສະ​ອາດ ກັບ​ບັນ​ດາ​ບໍ​ລິ​ສັດ​ຕ່າງໆ​ທີ່​ສາ​ມາດ​ຊ່ວຍ​ພວກ​ເຂົາ​ເຈົ້າ​ໃຫ້​ດຳ​ເນີນ​ການ​ສິ່ງນັ້ນ​ໄດ້.

ໃນ​ປີ​ກາຍນີ້ ສະ​ຫະ​ລັດ​ແລະ​ຟີ​ລິບ​ປິນ​ໄດ້​ເປີດ​ໂຕ​ອົງ​ການ​ລິ​ເລີ້ມ​ພະ​ລັງ​ງານ​ທີ່​ໝັ້ນ​ຄົງ​ຂອງ​ຟີ​ລິບ​ປິນ ຊຶ່ງ​ໄດ້​ລະ​ດົມ​ການ​ລົງ​ທຶນ​ຂອງ​ເອກ​ກະ​ຊົນ​ແລະ​ການ​ຜະ​ລິດ​ພະ​ລັງ​ງານ​ທີ່​ສະ​ອາດ​ໃນ​ທົ່ວ​ປະ​ເທດ​ຟີ​ລິບ​ປິນ.

ປະ​ເທດ​ທັງ​ສອງ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ ​ເພື່ອ​ພັດ​ທະ​ນາ​ພາກ​ສ່ວນ​ພະ​ລັງ​ງານ​ນິວ​ເຄ​ລຍຢູ່​ໃນ​ຟີ​ລິບ​ປິນ ໂດຍ​ມີ​ການ​ຕົກ​ລົງ​ກັນ​ເມື່ອ​ໄວໆ​ມານີ້ ທີ່​ຈະ​ອຳ​ນວຍ​ໃຫ້​ມີ​ການ​ຮ່ວມ​ມື​ກັນ ລະ​ຫວ່າງພວກ​ນັກ​ຊ່ຽວ​ຊານ​ຂອງສະ​ຫະ​ລັດ​ແລະ​ຟີ​ລິບ​ປິນ.

ແລະ​ໃນ​ຖາ​ນະ​ຜູ້​ກໍ່​ຕັ້ງ​ປະ​ເທດ​ນຶ່ງ ໃນ​ຂອບ​ເສດ​ຖະ​ກິດ​ຂອງ​ອິນ​ໂດ​-ປາ​ຊີ​ຟິກນັ້ນ ຟີ​ລິບ​ປິນ​ໄດ້​ເຂົ້າ​ຮ່ວມ​ກັບ 13 ປະ​ເທດ ຢູ່​ໃນ​ທົ່ວ​ຂົງ​ເຂດ ທີ່​ມີ​ຄວາມ​ໝັ້ນ​ໝາຍ​ ໃນ​ການ​ນຳ​ໃຊ້​ພະ​ລັງ​ງານ​ທີ່​ສະ​ອາດ ແລະ​ເສ​ດ​ຖະ​ກິດ​ທີ່​ມີ​ຄວາມ​ຍຸ​ຕິ​ທຳ​ຫຼາຍ​ຂຶ້ນ ສາ​ມາດ​ປັບ​ໂຕ​ໄດ້​ງ່າຍ​ຂຶ້ນ.

​ລັດ​ຖະ​ມົນ​ຕີບ​ລິງ​ເກັນ ກ່າວ​ວ່າ “ວຽກ​ງານ​ອັນ​ນີ້​ແມ່ນ​ມີ​ຄວາມ​ສຳ​ຄັນ​ຫຼາຍ ແລະ ພ​ວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ຄູ່​ຮ່ວມ​ງານ​ຂອງ​ພວກ​ເຮົາ​ຢູ່​ໃນ​ຟີ​ລິບ​ປິນ - ລັດ​ຖະ​ບານ ພາກ​ເອກ​ກະ​ຊົນ ແລະ​ກຸ່ມ​ສັງ​ຄົມ​ພົນ​ລະ​ເຮືອນ ທີ່​ໄດ້​ອຸ​ທິດ​ຕົນ​ຕໍ່​ການ​ນຳ​ໃຊ້​ພະ​ລັງ​ງານ​ທີ່​ສະ​ອາດ​ຂອງ​ປະ​ເທດ​ໃນ​ອະ​ນາ​ຄົດ. ຮວມ​ກັນ​ແລ້ວ ພວກ​ເຮົາ​ໄດ້​ຫຼຸດ​ຜ່ອນ​ການ​ປ່ອຍ​ທາດ​ຄາ​ບອນ ໃນ​ຂະ​ນະ​ທີ່​ສ້າງວຽກ​ເຮັດ​ງານ​ທຳ ພວກ​ເຮົາ​ໄດ້​ລິ​ເລີ້ມ​ນະ​ວັດ​ຕະ​ກຳ​ໃໝ່. ພວກ​ເຮົາ​ກຳ​ລັງ​ຜະ​ລິດ​ພະ​ລັງ​ງານ​ລາ​ຄາ​ຖືກ ແລະ​ມີ​ຄວາມ​ໜ້າ​ເຊື່ອ​ຖື ສຳ​ລັບ​ບັນ​ດາ​ຄອບ​ຄົວ ແລະ​ປະ​ຊາ​ຄົມ ຢູ່​ໃນ​ທົ່ວ​ປະ​ເທດ.”

XS
SM
MD
LG