Accessibility links

Breaking News

ບົດບັນນາທິການ: ຢູ່ປະເທດມາລີ ຄວາມພະຍາຍາມເພື່ອສ້າງສະຖຽນລະພາບ ຍັງດຳເນີນຕໍ່ໄປ


​ຕຳ​ຫຼວດ​ສະ​ຫະ​ປະ​ຊ​າ​ຊາດ​ຄົນ​ນຶ່ງ ຄຸ້ມ​ກັນ​ລົດ​ຫຸ້ມ​ເກາະ ຂອງ​ກຳ​ລັງ​ສ້າງ​ສະ​ຖຽນ​ລະ​ພາບ​ສະ​ຫະ​ປະ​ຊາ​ຊາດ ໃນ​ປະ​ເທດ​ມາ​ລີ ໃນ​ລະ​ຫວ່າງ​ການ​ລາດ​ຕາ​ເວັນ ທີ່​ເມືອງ​ຕິມ​ບຸກ​ຕູ. (ແຟ້ມ)
​ຕຳ​ຫຼວດ​ສະ​ຫະ​ປະ​ຊ​າ​ຊາດ​ຄົນ​ນຶ່ງ ຄຸ້ມ​ກັນ​ລົດ​ຫຸ້ມ​ເກາະ ຂອງ​ກຳ​ລັງ​ສ້າງ​ສະ​ຖຽນ​ລະ​ພາບ​ສະ​ຫະ​ປະ​ຊາ​ຊາດ ໃນ​ປະ​ເທດ​ມາ​ລີ ໃນ​ລະ​ຫວ່າງ​ການ​ລາດ​ຕາ​ເວັນ ທີ່​ເມືອງ​ຕິມ​ບຸກ​ຕູ. (ແຟ້ມ)

ທ່າມກາງການຂາດສະຖຽນລະພາບທາງດ້ານການເມືອງ ແລະສະຖານະການດ້ານຄວາມໝັ້ນຄົງຢູ່ໃນປະເທດມາລີ ກຳລັງປະຕິບັດງານເພື່ອສ້າງສະຖຽນແບບຫຼາຍມິຕິຂອງອົງການສະຫະປະຊາຊາດໃນປະເທດມາລີ ຫຼື MINUSMA ໄດ້ເຮັດວຽກມາໄດ້ເກືອບນຶ່ງທົດສະວັດແລ້ວ ເພື່ອຮັກສາສັນຕິພາບຢູ່ທີ່ນັ້ນ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ທ່າມ​ກາງ​ການ​ຂາດ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ ​ແລະ​ສະ​ຖາ​ນະ​ການ​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ່​ໃນ​ປະ​ເທດ​ມາ​ລີ ກຳ​ລັງ​ປະ​ຕິ​ບັດ​ງານ​ເພື່ອ​ສ້າງ​ສະ​ຖຽນ
ແບບ​ຫຼາຍ​ມິ​ຕິ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ປະ​ເທດ​ມາ​ລີ ​ຫຼື MINUSMA
ໄດ້​ເຮັດ​ວຽກ​ມາ​ໄດ້​ເກືອບ​ນຶ່ງ​ທົດ​ສະ​ວັດ​ແລ້ວ ເພື່ອ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ທີ່ນັ້ນ.

ໃນ​ປີ 2012 ການ​ລຸກ​ຂຶ້ນ​ຂອງພວກ​ແບ່ງ​ແຍກ​ດິນ​ແດນ​ເຜົ່າ​ຕູ​ອາ​ເຣ ​ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ ຜູ້​ຊຶ່ງ​ຫຼັງ​ຈາກນັ້ນ ​ກໍ​ໄດ້​ທຳ​ການ​ປົກ​ຄອງ​ແບບ​ໂຫດ​ຮ້າຍຕໍ່​ຫຼາຍ​ຫົວ​ເມືອງ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ມາ​ລີ. ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ​ກຳ​ລັງ​ທະ​ຫານ​ຝ​ຣັ່ງ ມາ​ລີ​ຈຶ່ງ​ສາ​ມາດ​ຢຶດ​ຄືນ​ຫົວ​ເມືອງ​ເຫຼົ່າ​ນັ້ນ​ໃນ​ປີ 2013.

ເພື່ອ​ຊ່ວຍ​ສ້າງ​ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ປະ​ເທດ​ມາ​ລີ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈຶ່ງ​ໄດ້​ສ້າງ​ຕັ້ງ​ກອງກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ MINUSMA ຂຶ້ນ ​ໃນ​ເດືອນ​ເມ​ສາ ປີ 2013 ແລະ​ໄດ້​ຕໍ່​ອາ​ຍຸທຸກໆ​ປີ​ ນັບ​ແຕ່ນັ້ນ​ມາ. ເລີ້ມ​ແຕ່​ປີ 2015 ມານີ້​ການ
ປະ​ຕິ​ບັດ​ງານ​ດັ່ງ​ກ່າວ​ໄດ້​ຖືກມອບ​ໝາ ຍເພື່ອໃຫ້ການສະ​ໜັບ​ສະ​ໜຸນ​ຕໍ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍເຕັມ​ຕໍ່​ຂໍ້​ຕົກ​ລົງ​ອາ​ລ​ເຈຍ ຊຶ່ງ​ເປັນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ສະ​ບັບ​ປີ 2015 ລະ​ຫວ່າງ​ລັດ​ຖະ​ບານ​ມາ​ລີ ແລະ​ກຸ່ມ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຕູ​ອາ​ເຣ.

ໃນ​ວັນ​ທີ 29 ມິ​ຖຸ​ນາ​ຜ່ານ​ມານີ້ ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຕໍ່​ອາ​ຍຸ​ອີກ​ເທື່ອ​ນຶ່ງ ເພື່ອມອບ​ໝາຍ​ໃຫ້​ກຳ​ລັງຮັກ​ສາ​ສັນ​ຕິ​ພາບ MINUSMA

ແລະ​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ມາ​ລີ​ ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ອາ​ລ​ເຈຍ. ແຕ່​ບໍ່​ເປັນ​ຈັ່ງ​ໂຊກ ຈີນ​ແລະ​ຣັດ​ເຊຍ ພາ​ກັນ​ບໍ່​ຍອມ​ອອກ​ສຽງ ໂດຍ​ຈົ່ມ​ວ່າ​ພາ​ສາ​ກ່ຽວ​ກັບ
ການ​ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ​ຢູ່​ໃນ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ໄດ້​ລ່ວງ​ລ້ຳ​ຕໍ່​ອະ​ທິ​ປະ​ໄຕ​ຂອງ​ມາ​ລີ.

ຮອງ​ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ລັດ ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ຣິ​ເຈີດ ມິ​ລ​ສ໌ ກ່າວ​ວ່າ “ພວກ​ເຮົາ​ເສຍ​ໃຈ​ທີ່​ສະ​ມາ​ຊິກ 2 ປະ​ເທດ ​ຂອງ​ສະ​ພາ​ຄວາ​ມ​ໝັ້ນ​ຄົງ ບໍ່​ຍອມ​ອອກ​ສຽງ ແລະ​ຢືນ​ຕັນ​ທາງ​ບໍ່​ຍອມ​ໃຫ້ສະ​ພາ​ຄວາມ​ໝັ້ນ​ຄົງຮັບ​ຮອງ​ເອົາ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຢ່າງ​ເປັນ​ເອກ​ກະ​ສັນ” ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ຕໍ່ອາ​ຍຸ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ MINUSMA ແມ່ນ​ມີ​ຄວາມ​ສຳ​ຄັນ ໃນ​ເມື່ອ​ວ່າ ມັນ​ໃຫ້​ໂອ​ກາດ​ແກ່​ເຈົ້າ​ໜ້າ​ທີ່​ມາ​ລີ ເຮັດ​ວຽກ​ຮ່ວມ​ກັບ​ພາ​ຄີ​ຫຼາຍຝ່າຍໄປ​ສູ່​ການ​ໂອນ​ອຳ​ນາດ​ທາງ​ດ້າ​ນ​ການ​ເມືອງ.

“​ພວກ​ເຮົາ​ເຊື່ອ​ວ່າ​ມັນ​ມີ​ຄວາມ​ສຳ​ຄັນ ສຳ​ລັບ​ການ​ລົງ​ຄະ​ແນນ​ສຽງໃນ​ການ​ຕໍ່​ອາ​ຍຸ ເພື່ອ​ໃຫ້​ລັດ​ຖະ​ບານ​ໄລ​ຍະ​ຂ້າມ​ຜ່ານ​ຂອງ​ມາ​ລີ ມີ​ໂອ​ກາດ​ໄດ້​ເຮັດ​ວຽກ​ຄືນ​ໃໝ່​ກັບ​ ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ MINUSMA ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຂໍ້​ຕົກ​ລົງ​ອາ​ລ​ເຈຍ​ໂດຍ​ເຕັມ ຈັດ​ໃຫ້​ມີ​ການ​ເລືອກ​ຕັ້ງ​ທີ່​ເສ​ລີ ແລະ​ຍຸ​ຕິ​ທຳ ແລະ​ໃຫ້​ການ​ປົກ​ປ້ອງ​ຄຸ້ມ​ຄອງ​ພົນ​ລະ​ເຮືອນ.”

ນອກນັ້ນ​ແລ້ວ ສິ່ງ​ທີ່​ຍັງເປັນ​ບັນ​ຫາ​ກໍ​ຄື​ ການ​ຕັດ​ສິນ​ໃຈ​ຂອງລັດ​ຖະ​ບານ​ມາ​ລີ​ທີ່​ຈະ​ຈຳ​ກັດ ​ອິດ​ສະ​ຫຼະ​ພາບ​ໃນ​ການ​ເຄື່ອນ​ໄຫວ​ໄປ​ມາ​ ຂອງ​ກຳ​ລັງ MINUSMA.

“ໂດຍ​ຜ່ານ​ການ​ລົງ​ຄະ​ແນນ​ສຽງ​ທີ່​ສຳ​ຄັນ​ນີ້ ທາງ​ສະ​ພາ​ໄດ້ຕໍ່​ອາ​ຍຸ​ການ​ປະ​ຕິ​ບັດ​ງານຂອງ​ກຳ​ລັງຮັກ​ສາ​ສັນ​ຕິ​ພາບ MINUSMA ເພື່ອ​ສັງ​ເກດ​ການ ສືບ​ສວນ ແລະ​ລາຍ​ງານ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ດ້ານ​ສິດ​ທິ​ມະ​ນຸດ​ໃນ​ມາ​ລີ ແລະ​ໃຫ້​ການ​ປົກ​ປ້ອງ​ຄຸ້ມ​ຄອງ​ພົນ​ລະ​ເຮືອນ​ຈາກ​ການ​ໂຈມ​ຕີ. ຍັດ​ຕິ​ໄດ້​ສົ່ງ​ຂ່າວ​ຢ່າງ​ຈະ​ແຈ້ງວ່າ ອິດ​ສະ​ຫຼະ​ພາບ​ໃນ​ການ​ເຄື່ອນ​ໄຫວ​ໄປ​ມາ ​ຂອງ MINUSMA ຕ້ອງ​ໄດ້​ຮັບ​ການ​ເຄົາ​ລົບ​ເພື່ອ​ວ່າ​ກຳ​ລັງ​ດັ່ງ​ກ່າວ​ຈຶ່ງ​ຈະ​ສາ​ມາດ​ປະ​ຕິ​ບັດ​ໜ້າ​ທີ່​ໄດ້.”

ເອກ​ອັກ​ຄ​ະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ລິນ​ດາ ທໍ​ມັ​ສ ກ​ຣີນ​ຟິ​ລ ຍັງ​ໃຫ້​ຂໍ້​ສັງ​ເກດ​ຕື່ມ​ວ່າ “ນັບ​ແຕ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ໄດ້​ໃຫ້​ການ​ອະ​ນຸ​ມັດ​ສ້າງ​ຕັ້ງ​ກອງ​ກຳ​ລັງ MINUSMA ຄັ້ງ​ທຳ​ອິດ​ໃນ​ປີ 2013, ມັນ​ໄດ້​ໃຫ້​ສິດ​ອຳ​ນາດ​ໃນ​ການ​ປະຕິ​ບັດ​ງານ​ພາຍ​ໃຕ້​ວັກ​ທີ 7 ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ທຳ​ການ​ສືບ​ສວ​ນ ​ແລະ​ລາຍ​ງານ​ກ່ຽວ​ກັບ​ການ​ກ່າວ​ຫາ​ໃນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດແລະ​ການ​ປະ​ຕິ​ບັດ​ໃນ​ທາງ​ທີ່​ບໍ່​ດີ​ອື່ນໆ.”

XS
SM
MD
LG