ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ
ສາທາລະນະລັດເກົາຫຼີຍັງສືບຕໍ່ເປັນພັນທະມິດຍຸດທະສາດທີ່ສຳຄັນ ແລະມາເປັນເວລາດົນນານ ຂອງສະຫະລັດ. ເພື່ອຈະເສີມຂະຫຍາຍການຮ່ວມມື ລະຫວ່າງປະເທດທັງສອງ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ແລະລັດຖະມົນຕີການຕ່າງປະເທດຂອງເກົາຫຼີໃຕ້ ທ່ານປາກ ຈິນ ໄດ້ລົງນາມໃນຂໍ້ຕົກທາງດ້ານວິທະຍາສາດແລະເທັກໂນໂລຈີ ສະບັບແກ້ໄຂໃໝ່ ລະຫວ່າງສະຫະລັດແລະເກົາຫຼີໃຕ້ ຊຶ່ງທ່ານບລິງເກັນ ກ່າວວ່າ:
“ຂໍ້ຕົກລົງໃນມື້ນີ້ ຈະຂະຫຍາຍຂອບເຂດຂອງການຮ່ວມມື ທັງໃນຂົງເຂດທີ່ພວກເຮົາໄດ້ເຮັດວຽກຮ່ວມກັນມາດົນນານ ເຊັ່ນໃນດ້ານອະວະກາດ ແຕ່ຍັງຈະມີການຮ່ວມມືໃນຂົງວຽກງານໃໝ່ ເຊັ່ນວ່າໄບໂອເທັກໂນໂລຈີ ຄວນຕຳ ປັນຍາປະດິດ. ການຮ່ວມມືທາງດ້ານວິທະຍາສາດ ແມ່ນເປັນພຽງນຶ່ງໃນຫຼາຍໆຂົງເຂດ ບ່ອນທີ່ປະເທດຂອງພວກເຮົາພວມເຮັດວຽກຮ່ວມກັນ ເພື່ອຜົນປະໂຫຍດ ສຳລັບປະຊາຊົນຂອງພວກເຮົາ.”
ສະຫະລັດ ແລະເກົາຫຼີໃຕ້ ຍັງມີຄວາມສຳພັນໃນດ້ານຄວາມໝັ້ນຄົງ ມາເປັນເວລາດົນນານ ຊຶ່ງທ່ານບລິງເກັນ ກ່າວວ່າ:
“ພວກເຮົາຂໍຢືນຢັນອີກເທື່ອນຶ່ງເຖິງຄວາມໝາຍໝັ້ນຂອງພວກເຮົາ ທີ່ຈະປັບປຸງການປ້ອງກັນປະເທດຂອງພັນທະມິດຕໍ່ຕ້ານໄພຂົ່ມຂູ່ຮ່ວມກັນ ຕະຫຼອທັງຄວາມໝັ້ນໝາຍຂອງພວກເຮົາທີ່ຈະປົກປ້ອງສາທາລະນະລັດເກົາຫຼີ ໂດຍນຳໃຊ້ຄວາມສາມາດຂອງສະຫະລັດຢ່າງເຕັມທີ່ ຮວມທັງອາວຸດນິວເຄລຍ ອາວຸດທຳມະດາ ແລະຄວາມສາມາດໃນການປ້ອງກັນລູກສອນໄຟ…... ພວກເຮົາຍັງມີຄວາມໝັ້ນໝາຍທີ່ຈະເຮັດໃຫ້ແຫຼມເກົາຫຼີ ເປັນເຂດປອດນິວເຄລຍ.”
ລັດຖະມົນຕີບລິງເກັນ ໄດ້ກ່າວຢ້ຳເຖິງຄວາມສຳຄັນ ໃນການປົກປັກຮັກສາສັນຕິພາບ ແລະສະຖຽນລະພາບ ຢູ່ໃນບໍລິເວນຊ່ອງແຄບໄຕ້ຫວັນ ຊຶ່ງທ່ານບລິງເກັນ ກ່າວວ່າ:
“ພວກເຮົາໄດ້ເພີ້ມການຮ່ວມມືທາງດ້ານຄວາມໝັ້ນຄົງ 3 ຝ່າຍກັບປະເທດຍີ່ປຸ່ນ ຊຶ່ງເຮັດໃຫ້ພວກເຮົາມີຄວາມເຂັ້ມແຂງຕື່ມຂຶ້ນ ເພື່ອຮັບມື ກັບໄພຂົ່ມຂູ່ທາງດ້ານຄວາມໝັ້ນຄົງ ຮວມທັງ ການຍິງທົດລອງລູກສອນໄຟແບບຜິດກົດໝາຍ ແລະຂາດຄວາມຮັບຜິດຊອບຂອງສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ… ນອກນັ້ນ ພວກເຮົາຍັງລົງເລິກ ການຮ່ວມມື 3 ຝ່າຍ ໃນບັນຫາທ້າທາຍ ດ້ານຄວາມໝັ້ນຄົງອື່ນໆ ຕະຫຼອດທັງໃຫ້ຄວາມຊ່ວຍເຫຼືອແກ່ບັນດາປະເທດໝູ່ເກາະ
ໝູ່ດອນປາຊີຟິກປັບໂຕເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຕື່ມຂຶ້ນ.”
ພວກເຮົາພວມເຮັດວຽກຮ່ວມກັບປະເທດອື່ນໆ ເພື່ອສ້າງຄວາມກ້າວໜ້າໃຫ້ແກ່ ບູລິມະສິດຮ່ວມ ເຊັ່ນວ່າ ເພີ້ມການສ້າງຄວາມອຸດົມຮັ່ງມີ ທາງດ້ານເສດຖະກິດ
ໃຫ້ແກ່ທຸກໆປະເທດ ໂດຍຜ່ານ ເຂດອິນໂດປາຊີຟິກ ແລະໄກອອກໄປກວ່ານັ້ນ ຮວມທັງໂດຍຜ່ານຂອບການສ້າງຄວາມອຸດົມຮັ່ງມີແລະພາຄີແຮ່ທາດຄວາມໝັ້ນຄົງຂອງເຂດອິນໂດປາຊີຟິກ.
ການເປັນພັນທະມິດ ລະຫວ່າງສະຫະລັດກັບເກົາຫຼີໃຕ້ ແມ່ນຂະຫຍາຍອອກໄປກາຍກວ່າເຂດອິນໂດປາຊີຟິກ. ນັບແຕ່ປະທານາທິບໍດີປູຕິນ ໄດ້ຮຸກຮານຢູເຄຣນ ສະຫະລັດແລະສາທາລະນະລັດເກົາຫຼີໄດ້ຢືນຄຽງບ່າຄຽງໄຫຼ່ຮ່ວມກັນກັບປະເທດພັນທະມິດອື່ນໆ ເພື່ອທຳການລົງໂທດແລະຄວບຄຸມການສົ່ງອອກແບບທີ່ບໍ່ເຄີຍມີມາກ່ອນ ເພື່ອບໍ່ໃຫ້ກົງຈັກສົງຄາມຂອງຣັດເຊຍ ໄດ້ຮັບຊັບພະຍາກອນຕ່າງໆ ຕະຫຼອດທັງໃຫ້ການສະໜັບສະໜຸນແກ່ປະຊາຊົນຊາວຢູເຄຣນ ໃນຂະນະທີ່ພວກເຂົາເຈົ້າປົກປ້ອງປະເທດຂອງເຂົາເຈົ້າ.
ໃນເດືອນຕຸລາປີນີ້ ພວກເຮົາຈະສະເຫຼີມສະຫຼອງ ວັນຄົບຮອບ 70 ປີ ໃນການເປັນພັນທະມິດ ລະຫວ່າງສະຫະລັດ ກັບເກົາຫຼີໃຕ້. “ໃນຮອບ 7 ທົດສະວັດທີ່ຜ່ານມາ ການເປັນພັນທະມິດຂອງພວກເຮົາ ທີ່ຈິງແລ້ວໄດ້ເຮັດໃຫ້ສັນຕິພາບມີຄວາມຍືນຍົງ” ລັດຖະມົນຕີການຕ່າງປະເທດບລິງເກັນໄດ້ກ່າວ ແລະທ່ານກ່າວຕື່ມວ່າ “ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ພວກເຮົາໄດ້ເອົາອີກບາດກ້າວນຶ່ງໄປສູ່ການມີອະນາຄົດທີ່ຄວາມໝັ້ນຄົງແລະອຸຮັ່ງມີຕື່ມຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນ ຢູ່ໃນປະເທດຂອງພວກເຮົາ ໃນເຂດອິນໂດປາຊີຟິກ ແລະ ໃນໂລກນຳດ້ວຍ.”