Accessibility links

Breaking News

ບົດບັນນາທິການ: ພັນທະມິດທາງທະຫານລະຫວ່າງ ສະຫະລັດ ກັບຟີລິບປິນ ຍັງມີຄວາມເຂັ້ມແຂງ


ແຟ້ມ - ທະ​ຫານ​ສະ​ຫະ​ລັດ ລະ​ຫວ່າງ​ການ​ຊ້ອມ​ລົບ​ຮ່ວມ​ປະ​ຈຳ​ປີ ກັບ​ກຳ​ລັງ​ທະ​ຫານ​ຟີ​ລິບ​ປີນ.
ແຟ້ມ - ທະ​ຫານ​ສະ​ຫະ​ລັດ ລະ​ຫວ່າງ​ການ​ຊ້ອມ​ລົບ​ຮ່ວມ​ປະ​ຈຳ​ປີ ກັບ​ກຳ​ລັງ​ທະ​ຫານ​ຟີ​ລິບ​ປີນ.

“ພັນທະມິດຂອງພວກເຮົາ ຊຶ່ງໃນທີ່ສຸດແມ່ນນຳພາໂດຍຄວາມໝັ້ນໝາຍ ອັນເລິກເຊິ່ງ ແລະຍືນຍົງຂອງພວກເຮົາ ຕໍ່ອິດສະຫຼະພາບ ດັ່ງນັ້ນ ພວກເຮົາຈຶ່ງບໍ່ແມ່ນເປັນພຽງແຕ່ພັນທະມິດ ພວກເຮົາຍັງເປັນພັນທະມິດ ປະຊາທິປະໄຕນຳດ້ວຍ" ທ່ານອອ​ສ​ຕິນ​ກ່າວ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ນັບ​ເປັນ​ເວ​ລາ 7 ທົດ​ສະ​ວັດ​ມາ​ແລ້ວ ທີ່​ກຳ​ລັງ​ຂອງ​ສະ​ຫະ​ລັດ ແລະ​ຟີ​ລິບ​ປິນ​ໄດ້​ຮັບ​ການ​ຝຶກ​ແອບ​ ແລະ​ສູ້​ລົບ ​ຄຽງ​ບ່າ​ຄຽງ​ໄຫຼ່ ຊຶ່ງ​ກັນ​ແລະ​ກັນ. “ທຸກມື້ນີ້” ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ​ທ່ານ​ລອຍ ອອ​ສ​ຕິນ ​ໄດ້ກ່າວ ວ່າ “ພວກ​ເຮົາ​ຈະ​ເສີມ​ສ້າງ​ບົນ​ພື້ນ​ຖາ ນ​ຂອງ​ຄວາມ​ສຳ​ພັນ​ເຫຼົ່າ​ນັ້ນ ເພື່ອ​ໃຫ້​ມີ​ຄວາມ​ໝັ້ນ​ຄົງ​ຕື່ມ​ຂຶ້ນ ສະ​ຖຽນ​ລະ​ພາບ ແລະ​ຄວາມ​ອຸ​ດົມ​ຮັ່ງ​ມີ ຕໍ່​ເຂດ​ອິນ​ໂດ​ປາ​ຊີ​ຟິກ ສຳ​ລັບໄລ​ຍະ 70 ປີ​ຕໍ່​ໜ້າ ແລະ​ໄກ​ອອກ​ໄປ​ກວ່ານັ້ນ.”

ສະ​ຫະ​ລັດ​ແລະ​ຟີ​ລິບ​ປິນ ​ຂໍ​ຢືນ​ຢັນ​ອີກ​ເທື່ອ​ນຶ່ງວ່າ ສົນ​ທິ​ສັນ​ຍາ​ໃນ​ດ້ານປ້ອງ​ກັນ​ປະ​ເທດຮ່ວມ​ ຍັງ​ສືບ​ຕໍ່​ເປັນ​ຫຼັກ​ການ​ພື້ນ​ຖານ ​ຂອງ​ການ​ຮ່ວມ​ມື​ ຂອງ​ພວກ​ຕົນ. ສົນ​ທິ​ສັນ​ຍານີ້ ທ່ານລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອອ​ສ​ຕິນ ໃຫ້​ການ​ອະ​ທິ​ບາຍ​ວ່າ “ນຳ​ໃຊ້​ສຳ​ລັບ​ການ​ໂຈມ​ຕີ​ດ້ວຍ​ກຳ​ລັງ​ອາ​ວຸດຕໍ່ກຳ​ລັງ​ທະ​ຫານ​ຂອງ​ພວກ​ເຮົາ ເຮືອ​ບິນ​ຂອງ​ພວກ​ເຮົາ ຫຼືກຳ​ປັ່ນ​ພວກ​ເຮົາ ຮວມ​ທັງ​ຂອງ​ໜ່ວຍ​ຍາມ​ຝັ່ງ​ພວກ​ເຮົາ ຢູ່​ໃນ​ທຸກໆ​ແຫ່ງ ຂອງ​ທະ​ເລ​ຈີນ​ໃຕ້.”

ທັງສອງ​ປະ​ເທດ ​ໄດ້​ປຶກ​ສາ​ຫາ​ລືກ່ຽວ​ກັບ​ແຜນ​ການ ​ເປີດສະ​ຖານ​ທີ່ໃໝ່ 4 ແຫ່ງ​ໃນຂໍ້​ຕົກ​ລົງການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ທີ່​ໄດ້​ຮັບ​ການ​ປັບ​ປຸງ ທີ່​ແຂວງ​ປາ​ລາ​ວານ ແລະ​ເກາະ​ລູ​ຊອນ ທີ່​ຕັ້ງ​ຢູ່​ທາງ​ພາກ​ເໜືອ ທ່ານ​ລັດ​ຖະ​ມົນ​ຕີອອ​ສ​ຕິນກ່າວ:

“ສະ​ຖານ​ທີ່​ເຫຼົ່າ​ນີ້​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ໃນ​ການ​ຝຶກ​ແອບ​ຊ້ອມ​ລົບ​ຮ່ວມແລະ​ການ​ຕິດ​ຕໍ່​ສື່​ສານ​ທາງ​ດ້ານ​ຄອມ​ພິວ​ເຕີ​ລະ​ຫວ່າງ​ກຳ​ລັງ​ຂອງ​ພວກ​ເຮົາ ເພື່ອ​ໃຫ້​ການ​ຄ້ຳ​ປ​ະ​ກັນ​ວ່າ ພວກ​ເຮົາ​ໄດ້​ກຽມ​ພ້ອມ​ ເປັນ​ຢ່າງ​ດີ​ແລ້ວ ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ໃນ​ອະ​ນາ​ຄົດ.”

ພາຍ​ໃນ​ທ້າຍ​ສົກ​ງົບ​ປະ​ມານ ​ປີ 2023 ສະ​ຫະ​ລັດ​ຄາດ​ວ່າ ຈະ​ຈັດ​ສັນ​ເງິນ​ຫຼາຍ ກວ່າ 100 ລ້ານ​ໂດ​ລາ ໃນ​ການ​ລົງ​ທຶນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ ສຳ​ລັບ​ສະ​ຖານ​ທີ່​ຕ່າງໆ​ໃນ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ແລະ​ສະ​ບັບ​ທີ່​ໄດ້​ຮັບ​ການ​ປັບ​ປຸງ​ໃໝ່. ການ​ລົງ​ທຶນ​ເຫຼົ່າ​ນັ້ນ​ຈະ​ຊ່ວຍ​ສ້າງວຽກ​ເຮັດ​ງານ​ທຳ​ແລະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດສຳ​ລັບ​ປະ​ຊາ​ຄົມຊາວ​ຟີ​ລິບ​ປິນ​ຢູ່​ໃນ​ທ້ອງ​ຖິ່ນ ທ່ານອອ​ສ​ຕິນກ່າວ. “ພວກ​ເຮົາ ນອກ​ນັ້ນ​ແລ້ວ ຍັງ​ມີ​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ດຳ​ເນີນ​ການ​ຢ່າງວ່ອງ​ໄວ ​ເພື່ອ​ສະ​ຫຼຸບ​ແນວ​ນະ​ໂຍ​ບາຍ ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ສອງ​ຝ່າຍ ດ້ານ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຟີ​ລິບ​ປີນ ​ຊຶ່ງ​ຈະ​ເປັນ​ທິດ​ທາງສຳ​ລັບ​ວິ​ໄສ​ທັດ​ໃນ​ການຮ່ວມ​ມື​ຂອງ​ພັນ​ທະ​ມິດ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ງານ​ຕ່າງໆ ຮວມ​ທັງ​ໃນ​ດ້ານ​ອະ​ວະ​ກາດ​ແລະ​ດ້ານ​ໄຊ​ເບີ້.”

ລັດ​ຖະ​ມົນ​ຕີອອ​ສ​ຕິນ ແລະ​ຄູ່​ຕຳ​ແໜ່ງ​ຝ່າຍ​ຟີ​ລິບ​ປິນ ລັດ​ຖະ​ມົນ​ຕີ​ກາ​ລ​ເວ​ສ ຍັງ​ໄດ້​ຕົກ​ລົງ​ກັນ​ທີ່​ຈະ​ເພີ້ມ​ຄວາມ​ພະ​ຍາ​ຍາມ​ຂຶ້ນ​ເປັນ​ສອງ​ເທົ່າ ເພື່ອ​ເສີມ​ຂະ​ຫຍາຍ​ຄວາ​ມ​ສາ​ມາດ​ໃນ​ການ​ຕ້ານ​ຢັນ ການ​ໂຈມ​ຕີ​ດ້ວຍ​ກຳ​ລັງ​ອາ​ວຸດ ໂດຍ​ການ​ປັບ​ປຸງກອງ​ທັບ​ຂອງ​ສະ​ຫະ​ລັດ​ແລະ​ຂອງ​ຟີ​ລິບ​ປິນ. ພວກ​ຜູ້​ນຳ​ທັງ​ສອງ​ຍັງ​ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ແຜນ​ການ​ທີ່​ຈະຈັດ​ສົ່ງ​ເຣ​ດ້າ ລະ​ບົບ​ອາ​ກາດ​ຍານ​ບໍ່​ມີ​ຄົນ​ຂັບ ເຮືອ​ບິນ​ຂົນ​ສົ່ງ​ທະ​ຫານແລະ​ລະ​ບົບ​ປ້ອງ​ກັນ​ເຂດ​ຊາຍ​ຝັ່ງ​ແລະ​ທາງ​ອາ​ກາດ ໄປ​ໃຫ້ຟີ​ລິບ​ປິນໃນ​ໄລ​ຍະ 5 ຫາ 10 ປີ​ຕໍ່​ໜ້າ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດອອ​ສ​ຕິນ ​ກ່າວ​ວ່າ “ພັນ​ທະ​ມິດ​ຂອງ​ພວກ​ເຮົາ ​ຊຶ່ງ​ໃນ​ທີ່​ສຸດ​ແມ່ນນຳ​ພາ​ໂດຍ​ຄວາມ​ໝັ້ນ​ໝາຍ​ອັນ​ເລິກ​ເຊິ່ງ​ແລະ​ຍືນ​ຍົງ​ຂອງ​ພວກ​ເຮົາ​ຕໍ່​ອິດ​ສະ​ຫຼະ​ພາບ ດັ່ງ​ນັ້ນ​ ພວກ​ເຮົາຈຶ່ງ​ບໍ່​ແມ່ນ​ເປັນ​ພຽງ​ແຕ່​ພັນ​ທະ​ມິດ ພວກ​ເຮົາ​ຍັງ​ເປັນ​ພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ນຳ​ດ້ວຍ. ສະ​ຫະ​ລັດ ​ແລະ​ຟີ​ລິບ​ປິນ ຈຶ່ງ​ມີ​ຄວາມ​ຜູກ​ພັນ​ໂດຍ​ວິ​ໄສ​ທັດ​ຮ່ວມ​ສຳ​ລັບ​ອະ​ນາ​ຄົດ - ຊຶ່ງ​ເປັນ​ວິ​ໄສ​ທັດ​ທີ່​ໄດ້​ຝັງ​ແໜ້ນ​ໃນ​ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ ແລະ​ອິດ​ສະ​ຫຼະ​ພາບ​ທາງ​ທະ​ເລ ແລະ​ກໍ​ໃຫ້​ການ​ເຄົາ​ລົບ​ຕໍ່​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ແລະ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຕ່າງໆ.”

XS
SM
MD
LG