Accessibility links

Breaking News

ສະ​ຫະ​ລັດ ແລະ​ຄິວ​ບາ ເປີດ​ການ​ເຈ​ລະ​ຈາ ກ່ຽວ​ກັບ​ຄົນ​ເຂົ້າ​ເມືອງ ຄືນ​ອີກ


​ຜູ້​ຄົນ​ເຂົ້າ​ແຖວ ຕໍ່​ໜ້າ​ສະ​ຖານ​ທູດ​ສະ​ຫະ​ລັດ ຢູ່​ນະ​ຄອນ​ຫຼວງ​ຮາ​ວາ​ນາ ປະ​ເທດ​ຄິວ​ບາ ເມື່ອ​ວັນ​ທີ 3 ພຶດ​ສະ​ພາ 2022 ຂະ​ນະ​ທີ່​ກົງ​ສຸນ ສ​ຫລ ເລີ້ມ​ອອກວີ​ຊາ ໃຫ້​ແກ່​ພວກ​ຄົນ​ເຂົ້າ​ເມືອງ​ຈຳ​ນວນ​ນຶ່ງ.
​ຜູ້​ຄົນ​ເຂົ້າ​ແຖວ ຕໍ່​ໜ້າ​ສະ​ຖານ​ທູດ​ສະ​ຫະ​ລັດ ຢູ່​ນະ​ຄອນ​ຫຼວງ​ຮາ​ວາ​ນາ ປະ​ເທດ​ຄິວ​ບາ ເມື່ອ​ວັນ​ທີ 3 ພຶດ​ສະ​ພາ 2022 ຂະ​ນະ​ທີ່​ກົງ​ສຸນ ສ​ຫລ ເລີ້ມ​ອອກວີ​ຊາ ໃຫ້​ແກ່​ພວກ​ຄົນ​ເຂົ້າ​ເມືອງ​ຈຳ​ນວນ​ນຶ່ງ.

ນັບເປັນເທື່ອທຳອິດໃນຮອບ 4 ປີ ທີ່ສະຫະລັດ ແລະຄິວບາ ໄດ້ເປີດການເຈລະຈາ ທີ່ວໍຊິງຕັນ ແນໃສ່ເລື້ອງພວກຍົກຍ້າຍຖິ່ນຖານ ແລະການຈັດຕັ້ງປະຕິບັດ ຂໍ້ຕົກລົງດ້ານຄົນເຂົ້າເມືອງ ລະຫວ່າງສະຫະລັດ ກັບຄິວບາ.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ນັບ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 4 ປີ ທີ່​ສະ​ຫະ​ລັດ​ແລະ​ຄິວ​ບາ​ໄດ້​ເປີດ​ການ​ເຈ​ລະ​ຈາ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ແນ​ໃສ່​ເລື້ອງພວກ​ຍົກ​ຍ້າຍ​ຖິ່ນ​ຖານ ແລະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ຂໍ້​ຕົກ​ລົງ​ດ້ານ​ຄົນ​ເຂົ້າ​ເມືອງ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຄິວ​ບາ. ການ​ປະ​ຊຸມ​ດັ່ງ​ກ່າວມີ​ຂຶ້ນ​ໃນ​ທຸກໆ 6 ເດືອນ ຫຼັງ​ຈາກໄດ້​ມີ​ການ​ລົງ​ນາມໃນ​ຂໍ້​ຕົກ​ລົງ​ສອງ​ຝ່າຍ​ເປັນ​ເທື່ອ​ທຳອິດໃນ​ປີ 1984. ການ​ປະ​ຊຸມ​ໄດ້​ຢຸດຊະ​ງັກ​ລົງ ​ຫຼັງຈາກ​ການ​ປະ​ຕິ​ບັດ​ງານ​ຂອງ​ອົງ​ການກວດ​ຄົນ​ເຂົ້າ​ເມືອງ ​ທີ່​ສະ​ຖານ​ທູດສະ​ຫະ​ລັດ​ຢູ່​ນະ​ຄອນ​ຫຼວງ​ຮາ​ວາ​ນາ ໄດ້​ຫຼຸດ​ລົງ ລຸນ​ຫຼັງ​ທີ່​ໄດ້​ເກີດ​ເຫດ​ການ​ຜິດ​ປົກ​ກະ​ຕິ​ທາງ​ດ້ານ​ສຸ​ຂະ​ພາບ ກັບ​ພະ​ນັກ​ງານ​ຈຳ​ນວນ​ນຶ່ງ​ຢູ່​ທີ່ນັ້ນ.

ເມື່ອ​ວັນ​ທ​ທີ 21 ເມ​ສາ​ຜ່ານ​ມາ ຮອງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ສະ​ຫະ​ລັດ ​ຮັບ​ຜິດ​ຊອບ ​ກິດ​ຈະ​ການ​ຊີກ​ໂລກ​ຕາ​ເວັນ​ຕົກ ທ່ານ​ນາງ​ເອ​ເມ​ລີ ເມັນ​ດ​ຣາ​ລາ ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ ຈາກ​ພະ​ແນກ​ການ​ຕ່າງໆຂອງ​ສະ​ຫະ​ລັດ ແລະ​ຮອງ​ລັດ​ຖະ​ມົນ​ຕີ​ ການ​ຕ່າງ​ປະ​ເທດຄິວ​ບາ ທ່ານ​ຄາ​ລົ​ສ ເຟີ​ນານ​ເດ​ສ ເດິ ກາ​ສ​ຊີ​ໂອ ກໍ​ໄດ້​ເປັນ​ຜູນຳ​ພາ​ ຄະ​ນະ​ຜູ້​ແທນ​ຂອງ​ຄິວ​ບາ. ຢູ່ໃນ​ຖະ​ແຫຼງນັ້ນ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດກ່າວ​ວ່າ​ “ຄະ​ນະ​ຜູ້​ແທນ​ຂອງສະ​ຫະ​ລັດ​ໄດ້​ເນັ້ນ​ໜັກ​ ໃສ່​ຂົງ​ເຂດທີ່​ມີ​ການ​ຮ່ວມ​ມື​ກັນ​ຢ່າງ​ສຳ​ເລັດ​ຜົນ​ໃນ​ດ້ານຄົນ​ເຂົ້າ​ເມືອງໃນ​ຂະ​ນະ​ທີ່​ຍັງ​ໄດ້​ກ່າວ​ລະ​ບຸ​ໃຫ້​ເຫັນ​ເຖິງ​ບັນ​ຫາ​ຕ່າງໆ​ທີ່​ເປັນ​ອຸບ​ປະ​ສັກ​ ​ທີ່​ຈະ​ເຮັດ​ຫຼ້ອນ​ເປົ້າ​ໝາຍຂອງ​ຂໍ້​ຕົກ​ລົງ.”

ຊາວ​ຄິວ​ບາ​ທີ່​ຕ້ອງ​ການ​ຢາກ​ເດີນ​ທາງ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ ໃນ​ໄລ​ຍະ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມານີ້ ບໍ່​ວ່າ​ຈະ​ເປັນ​ການ​ເດີ​ນ​ທາງໆ​ທະ​ເລ ແລະ​ທາງ​ພາກ​ພື້ນ​ດິນ​ກໍ​ດີ ແມ່ນ​ມີ​ຈຳ​ນວນ​ເພີ້ມ​ຂຶ້ນ​ຢ່າງ​ສຳ​ຄັນ. ຊາວ​ຄິ​ວາ​ໄດ້​ເດີນ​ທາງ​ອອກ​ຈາກ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ຍ້ອນ​ເຫດ​ຜົນ​ຫຼາຍ​ໆ​ຢ່າງ ແຕ່​ພວກ​ເຮົາ​ຮູ້​ດີ​ວ່າ​ບັນ​ຫາ​ຮ​າກ​ເຫງົ້າ​ໃນ​ການ​ເດີນ​ທາງ​ຂອງ​ພວກ​ຍົກ​ຍ້າຍ​ຖິ່ນ​ແບບ​ຜິດ​ປົກ​ກະ​ຕິ ແມ່ນ​ຮວມ​ທັງ​ການ​ບໍ່​ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ ​ແລະ​ອິດ​ສະ​ຫຼະ​ພາບ​ຂັ້ນ​ພື້ນ​ຖານ ຄວາມ​ໝັ້ນ​ຄົງ​ຂອງ​ປະ​ຊາ​ຊົນ ແລະ​ການ​ບໍ່​ມີ​ໂອ​ກາດ​ທາງ​ດ້ານ​ເສດ​ຖະ​ກິດ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ກ່າວ​ວ່າ ການ​ເປີດ ​ການ​ເຈ​ລະ​ຈາ​ຄືນ​ກ່ຽວ​ກັບ​ເລື້ອງ​ພວກ​ຄົນ​ເຂົ້າ​ເມືອງ ລະ​ຫວ່າງ​ສະ​ຫະ​ລັດ​ແລະ​ປະ​ເທດ​ຄິວ​ບາ ໄດ້​ສະ​ໜອງ “ໂອ​ກາດ​ອັນ​ສຳ​ຄັນ ເພື່ອ​ຫາ​ລື​ກັນ​ກ່ຽວ​ກັບ ການ​ປະ​ຕິ​ບັດ​ງານ​ຂອງ​ແຕ່​ລະ​ຝ່າຍ ໃນ​ຂໍ້​ຕົກ​ລົງ​ດ້ານ​ຄົນ​ເຂົ້າ​ເມືອງ​ແລະ​ຄວາມ ​ໝັ້ນ​ໝາຍ​ຂອງ​ສະ​ຫະ​ລັດ ແລະ​ຄິວ​ບາ ເພື່ອ​ໃຫ້​ມີ​ການ​ຍົກ​ຍ້າຍ​ຖິ່ນ​ຖານ ​ຢ່າງ​ປອດ​ໄພ ຖືກ​ຕ້ອງ​ຕາມ​ກົດ​ໝາຍ ແລະເປັນ​ລະ​ບຽບ​ຮຽບ​ຮ້ອຍ.”

ຮວມ​ຢູ່​ໃນ​ຫົວ​ຂໍ້​ທີ່​ຖືກ​ຍົກ​ຂຶ້ນ​ມາ​ຫາ​ລື​ກັນ​ນັ້ນ ກໍ​ແມ່ນ​ການ​ປະ​ຕິ​ບັດ​ໃຫ້​ສອດ​ຄ່ອງກັບ​ກົດ​ໝາຍ​ຂອງ​ສະ​ຫະ​ລັດ ການ​ຂໍ​ວີ​ຊາໃຫ້ຄົນ​ເຂົ້າ​ເມືອງທັງ​ທາງ​ພາກ​ພື້ນ​ດິນ​ແລະ​ທະເລ ທ່າ​ອຽງ​ກ່ຽວ​ກັບ​ພວກ​ຄົນ​ເຂົ້າ​ເມືອງ ການ​ສົ່ງ​ປະ​ຊາ​ຊົນ​ຂອງ​ຕົນ​ກັບ​ຄືນ​ບ້ານ ແລະ​ໜ້າ​ທີ່​ຕ່າງໆ​ຂອງ​ສະ​ຖານ​ທູດ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດປະ​ກາດ​ວ່າ “ການຊຸກ​ຍູ້ສົ່ງ​ເສີ​ມ​ໃຫ້​ມີການ​ຍົກ​ຍ້າຍ​ຖິ່ນ​ຖານຢ່າງ​ປອດ​ໄພ ຖືກ​ຕ້ອງ​ຕາມ​ກົດ​ໝາຍ ແລະເປັນ​ລະ​ບຽບ​ຮຽບ​ຮ້ອຍ​ ຍັງ​ສືບ​ຕໍ່​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສະ​ຫະ​ລັດ​ແລະ​ຄິວ​ບາແລະ​ສອດ​ຄ​ອ່ງກັບ​ຜົນ​ປະ​ໂຫຍດ​ ຂອງ​ສະ​ຫະ​ລັດ​ ໃນ​ການ​ຊຸກ​ຍູ້​ໃຫ້​ມີ​ການ​ເຕົ້າ​ໂຮມ​ຄອບ​ຄົວ ແລະ​ສົ່ງ​ເສີມ​ໃຫ້​ມີ​ການ​ເຄົາ​ລົບ​ນັບ​ຖື​ສິດ​ທິ​ມະ​ນຸດ ແລະ​ອິ​ດ​ສະ​ຫຼະ​ພາບ​ຂັ້ນ​ພື້ນ​ຖານຢູ່​ໃນ​ຄິວ​ບາ.”

XS
SM
MD
LG