Accessibility links

Breaking News

ບົດບັນນາທິການ: ສະຫະລັດ ຂໍຮຽກຮ້ອງໃຫ້ປ່ອຍ ຜູ້ນຳກຳມະບານ ໃນກຳປູເຈຍ


ທ່ານ​ນາງ​ຊິມ ສີ​ທາ ປະ​ທານ​ກຳ​ມະ​ບານ ສິດ​ທີ​ແຮງ​ງານ ຢູ່​ບໍ​ລິ​ສັດ NagaWorld (LRSU) ພວມ​ກ່າວ​ໃນ​ລະ​ຫວ່າງ​ການ​ນັດ​ຢຸດ​ງານ ຢູ່​ນະ​ຄອນ​ຫູວງ​ພະ​ນົມ​ເປັນ ປະ​ເທດ​ກຳ​ປູ​ເຈຍ. (ແຟ້ມ)
ທ່ານ​ນາງ​ຊິມ ສີ​ທາ ປະ​ທານ​ກຳ​ມະ​ບານ ສິດ​ທີ​ແຮງ​ງານ ຢູ່​ບໍ​ລິ​ສັດ NagaWorld (LRSU) ພວມ​ກ່າວ​ໃນ​ລະ​ຫວ່າງ​ການ​ນັດ​ຢຸດ​ງານ ຢູ່​ນະ​ຄອນ​ຫູວງ​ພະ​ນົມ​ເປັນ ປະ​ເທດ​ກຳ​ປູ​ເຈຍ. (ແຟ້ມ)

ສະຫະລັດຂໍສະແດງຄວາມເປັນຫ່ວງຢ່າງເລິກເຊິ່ງ ກ່ຽວກັບການຈັບກຸມຜູ້ນຳສະຫະພັນກຳມະບານຄົນຄົນສຳຄັນ ໃນກຳປູເຈຍ ເມື່ອໄວໆມານີ້.

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

​ສະ​ຫະ​ລັດ​ຂໍ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ການ​ຈັບ​ກຸມຜູ້​ນຳ​ສ​ະ​ຫ​ະ​ພັນ​ກຳ​ມະ​ບານ​ຄົນຄົນ​ສຳ​ຄັນ ໃນ​ກຳ​ປູ​ເຈຍ ​ເມື່ອໄວໆ​ມານີ້.

ທ່ານນາງ​ຊິ​ມ ສີ​ທາ ຜູ້​ນຳ​ກຳ​ມະ​ບານທີ່​ບ່ອນ​ຫຼິ້ນ​ກາ​ໂຊ​ນິ NagaWorld ໃນ​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ ໄດ້​ຖືກ​ຈັບ​ເມື່ອ​ວັນ​ທີ 26 ພະ​ຈິກ​ຜ່ານ​ມານີ້ ໃນ​ຂະ​ນະ​ທີ່​ທ່ານ​ນາງ ເດີນ​ທາງ​ກັບ​ມາ​ຈາກກອງ​ປະ​ຊຸມ​ສະ​ຫະ​ພັນ​ກຳ​ມະ​ບານ​ສາ​ກົນ ທີ່​ນະ ​ຄອນ​ແມ​ລ​ເບິນ ປະ​ເທດອອ​ສ​ເຕ​ຣ​ເລຍ. ຢູ່​ໃນ​ຖະ​ແຫຼງ​ການ​ທີ່​ນຳ​ອອກ​ເຜີຍແຜ່​ບໍ່ ​ດົນ ຫຼັງ​ຈາກ​ໄດ້​ມີ​ການ​ຈັບ​ກຸມ​ທ່ານ​ນາງ​ແລ້ວ ໂຄ​ສົກ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ ​ສ​ະ​ຫະ​ລັດ ທ່​ານ​ເນດ ໄພ​ຣ​ສ໌ ກ່າວວ່າ “ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່ກຳ​ປູ​ເຈຍ ປ່ອຍ​ທ່ານ​ນາງຊິມ ສີ​ທາ ແລະ​ຍຸ​ຕິ​ການ​ດຳ​ເນີນ​ຄະ​ດີ​ຕໍ່​ຜູ້​ນຳ​ກຳ​ມະ​ບານ ທີ່ໄດ້​ຊົມ​ໃຊ້​ສິດ​ເສ​ລີ​ພາບ​ຂອງ​ພວກ​ເຂົາ​ເຈົ້າ ໃນ​ການ​ຄົບ​ຄ້າ​ສະ​ມາ​ຄົມ ແລະ​ການ​ໂຮມ​ຊຸມ​ນຸມ​ກັນ​ແບບ​ສັນ​ຕິ ຍົກ​ເລີກ​ຂໍ້​ກ່າວ​ຫາ​ຕໍ່​ພວກ​ເຂົາ​ເຈົ້າແລະ​ທຳ​ການ​ເຄື່ອນ​ໄຫວ​ແບບ​ສ້າງ​ສັນ​ເພື່ອ​ແກ້​ໄຂ​ຂໍ້​ຍັດ​ແຍ້ງ.”

ທ່ານ​ນາງ​ຊິມ ສີ​ທາ ໄດ້​ຖືກ​ຈັບ​ເທື່ອ​ທຳ​ອິດ​ໃນ​ເດືອນ​ມັງ​ກອນປີ 2022 ຫຼັງ​ຈາກ​ໄດ້​ນຳ​ພາ​ການ​ເດີນ​ຂະ​ບວນ​ຂອງ​ສະ​ມາ​ຊິ​ກຳ​ມະ​ບານ​ຄັ້ງ​ໃຫຍ່ ຮຽກ​ຮ້ອງ​ໃຫ້​ຈ້າງ​ຄືນ​ບັນ​ດາ​ພະ​ນັກ​ງານ​ NagaWorld ຫຼາຍ​ຮ້ອຍ​ຄົນ ຍ້ອນ​ພວກ​ຄົນ​ງານ​ເຫຼົ່າ​ນີ້

​ມີ​ການກ່າວ​ຫາ​ວ່າ​ຖືກ​ປົດ​ອອກ​ຈາກວຽກ​ແບບ​ບໍ່​ເໝາະ​ສົມ. ເຈົ້າ​ໜ້າ​ທີ່​ໄດ້​ໃຊ້​ວິ​ທີ​ແບບ​ຮຸນ​ແຮງ​ເພື່ອ​ທັບ​ມ້າງ​ການ​ປະ​ທ້ວງ​ແບບ​ສັນ​ຕິຮວມ​ທັງ​ມີ​ລາຍ​ງານ​ວ່າ ຊຸກ​ແລະ​ທຸບ​ຕີ​ພວກ​ເດີນ​ຂະ​ບວນໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ເມື່ອ​ວັນ​ທີ 27 ມິ​ຖຸ​ນາ​ແລະ 11 ສິງ​ຫາ. ນອກນັ້ນ ພວກ​ເຈົ້າ​ໜ້າ​ທີ່​ຍັງ​ຖືກ​ກ່າວ​ຫາ​ວ່າໃຊ້​ກົດ​ໝາຍ​ສາ​ທາ​ລະ​ນະ​ສຸກ​ເພື່ອ​ທັບ​ມ້າງ​ການ​ປະ​ທ້ວງໂດຍ​ບັງ​ຄັບ​ໃຫ້​ພວກ​ຄົນ​ງານ​ທີ່​ນັດ​ຢຸດ​ງານ​ຂຶ້ນ​ໄປ​ເທິງ​ລົດ​ບັດ ແລ້ວ​ຂົນ​ພວກ​ເຂົາ​ເຈົ້າ​ໄປ​ສະ​ຖານ​ທີ່​ກັກ​ບໍ​ລິ​ເວນ ເພື່ອ​ຄຸມຂັງ​ພວກ​ເຂົາ​ເຈົ້າ​ໄວ້​ຢູ່​ທີ່ນັ້ນ​ໃນ​ຕອນ​ກາງ​ຄືນ. ລັດ​ຖະ​ບານ​ກຳ​ປູ​ເຈຍ​ເອີ້ນ​ການນັດ​ຢຸດ​ງານ​ວ່າ “ຜິດ​ກົດ​ໝາຍ” ແລະ​ຟ້ອງ​ທ່ານ​ນາງ​ຊິມ ສີ​ທາ​ ດ້ວ​ຍ​ຂໍ້​ຫາ “​ຍຸ​ແຍ່​ໃຫ້​ກໍ່​ອາ​ຊະ​ຍາ​ກຳ​ຮ້າຍ​ແຮງໂດຍ​ລົບ​ກວນ​ຄວາມ​ເປັນ​ລະ​ບຽບ​ຂອງ​ສັງ​ຄົມ.” ລາຍ​ງານ​ສະ​ບັບ​ຫຼ້າ​ສຸດ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດກ່ຽວ​ກັບ​ການນັບ​ຖື​ສິດທິ​ມະ​ນຸດ​ໃນກຳ​ປູ​ເຈຍ ກ່າວ​ເຖິງ​ຂໍ້​ກ່າວ​ຫານັ້ນ​ວ່າ ເປັນ “ມາດ​ຕະ​ຖານ​ທີ່​ຄຸມ​ເຄືອ ເພື່ອ​ໃຊ້​ສຳ​ລັບ​ກົດ​ຂີ່​ແລະ​ລົງ​ໂທດ​ຕໍ່​ການ​ສະ​ແດງ​ອອກ​ດ້ວຍ​ການ​ປາກ​ເວົ້າ​ແລະ​ບໍ່​ພໍ​ໃຈ​ທາງ​ດ້ານ​ການ​ເມືອງ.”

ທ່ານ​ນາງ​ຊິມ ສີ​ທາ ໄດ້​ຖືກ​ປ່ອຍ​ດ້ວຍ​ການ​ປະ​ກັນ​ໂຕ​ອອກ​ມາ ​ໃນ​ເດື​ອນ​ມີ​ນາ. ລັດ​ຖະ​ບານ​ກຳ​ປູ​ເຈຍ​ກ່າວ​ອ້າງວ່າ ທ່ານ​ນາງ​ໄດ້​ຖືກ​ຈັບ​ຄືນ​ອີກ ຍ້ອນ​ລະ​ເມີດ​ເງື່ອນ​ໄຂການ​ປະ​ກັນ​ໂຕ ໃນ​ການ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ. ທ່ານ​ນາງ​ແລະ​ທະນາ​ຍ​ຄວາມ ໄດ້​ປະ​ຕິ​ເສດ​ວ່າທາງ​ສານ​ບໍ່​ເຄີຍ​ແຈ້ງ​ໃຫ້​ທ່ານ​ນາງ​ສີ​ທາ​ຊາບ​ກ່ຽວ​ກັບ​ຂໍ້​ຈຳ​ກັດ​ຕ່າງໆ.

ທ່ານ​ເນດ ໄພ​ຣ​ສ໌ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດກ່າວ​ວ່າ “ພວກເຮົາ​ຍັງ​ສືບ​ຕໍ່ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ກຳ​ປູ​ເຈຍປະ​ຕິ​ບັດ​ຕາມ​ພັນ​ທະ​ແລະ​ຄວາມໝັ້ນ​ໝາຍ​ຂອງ​ຕົນ ແລະ​ໃຫ້​ການ​ໄກ່​ເກ່ຍ​ເພື່ອ​ຫາ​ທາງ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ​ລະຫວ່າງ​ບໍ​ລິ​ສັດ NagaWorld ແລະ​ສະ​ຫະ​ພັນ​ກຳ​ມະ​ບານ​ທີ່​ຕາງ​ໜ້າ​ໃຫ້​ແກ່​ພວກ​ຄົນ​ງານ​ທີ່​ຖືກ​ປົດ.”

ປະ​ຊ​າ​ຊົນ​ໃນກຳ​ປູ​ເຈຍ ກໍ​ເຊັ່ນ​ດຽວ​ກັນ​ກັບ​ປະ​ຊາ​ຊົນ​ຢູ່​ໃນ​ແຫ່ງ​ອື່ນໆ ຕ້ອງ​ໄດ້​ຮັບອະ​ນຸ​ຍາດ​ໃຫ້​ຊົມ​ໃຊ້​ສິດ​ທິ​ມະ​ນຸດ​ຂອງ​ພວກ​ເຂົາ​ເຈົ້າ ໂດຍ​ປາ​ສະ​ຈາກ​ຄວາມ​ຢ້ານ​ກົວ​ວ່າ​ລັດ​ຖະ​ບານ​ຈະ​ແກ້​ແຄ້ນ​ແ​ລະ​ປາບ​ປາມ​ເຂົາ​ເຈົ້າ.

XS
SM
MD
LG