Accessibility links

Breaking News

ບົດບັນນາທິການ: ສະຫະລັດ ຍັງສືບຕໍ່ແກ້ໄຂບັນຫາ ກັບອີຣ່ານ


​ອີ​ຣ່ານ ກັບ​ສະ​ຫະ​ລັດ
​ອີ​ຣ່ານ ກັບ​ສະ​ຫະ​ລັດ

ລາຍ​ງານ​ປະ​ຈຳ​ປີກ່ຽວ​ກັບ​ໄພ​ຂົ່ມ​ຂູ່ ທີ່​ຊັ່ງ​ຊາ​ໂດຍ​ປະ​ຊາ​ຄົມ​ສືບ​ລັບ ທຳ​ນາຍ​ວ່າ "ອີ​ຣ່ານ​ຍັງ​ຈ​ະ​ເປັນ​ສືບ​ຕໍ່​ເປັນ​ໄພ​ຂົ່ມ​ຂູ່​ຂອງ​ໂລກ ໂດຍ​ມີ​ອິດ​ທິ​ພົນ​ໃນ​ການ​ນຳ​ໃຊ້​ກິດ​ຈະ​ກຳ​ທີ່​ມຸ່ງ​ຮ້າຍ​ຕ່າງໆ ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ"

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ການ​ເປີດ​ເຜີຍເມື່ອ​ໄວໆ​ມານີ້​ກ່ຽວ​ກັບ​ກາ​ນ​ຊັ່ງ​ຊາ​ເບິ່ງ​ໄພ​ຂົ່ມ​ຂູ່​ປະ​ຈຳ​ປີ​ໂດຍ​ປະ​ຊາ​ຄົມ​ສືບ​ລັບ​ຂອງ​ສະ​ຫະ​ລັດ ທຳ​ນາຍ​ວ່າ “ອີ​ຣ່ານ​ຍັງ​ຈະ​ສືບ​ຕໍ່​ເປັນ​ໄພ​ຂົ່ມ​ຂູ່ຂອງ​ໂລກ ​ໂດຍ​ມີ​ອິດ​ທິ​ພົນ​ໃນ​ການ​ນຳ​ໃຊ້​ກິດ​ຈະ​ກຳ ​ທີ່​ມຸ່ງ​ຮ້າຍ​ຕ່າງໆ​ ໃນ​ຂອ​ບ​ເຂດ​ທີ່ກວ້າງ​ຂວາງ​ໄດ້.”

ລາຍ​ງານ ​ໃຫ້​ຂໍ້​ສັງ​ເກດ​ວ່າ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ບັນ​ດາ​ປະ​ເທດ​ພາ​ຄີ ແລະ​ຜົນ​ປະ​ໂຫຍດ​ຕ່າງໆ ​ແມ່ນ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ ຈາກ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ ​ຂອງ​ພວກ​ຕົວ​ແທນ ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ໂດຍ​ອີ​ຣ່ານ ແລະ​ອຳ​ນາດ​ການ​ປົກ​ຄອງ​ອັນ​ຕະ​ພານ​ຊີ​ເຣຍ ຕະ​ຫຼອດ​ທັງ​ຈາກ​ຄວາມ​ເຕັມ​ໃຈ​ທີ່​ມີ​ເພີ້ມ​ຂຶ້ນ​ຂອງ​ອີ​ຣ່ານ ໃນ​ການ​ທີ່​ຈະ​ເຂົ້າ​ພົວ​ພັນ​ຕໍ່​ການ​ໂຈມ​ຕີ​ທາງ​ໄຊ​ເບີ້​ຫຼາຍ​ຂຶ້ນ. ຍີ່ງ​ໄປ​ກວ່ານັ້ນ​ ອີ​ຣ່ານຍັງ​ສືບ​ຕໍ່​ດຳ​ເນີນ​ງານ​ກ່ຽວ​ກັບ​ໂຄງ​ການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ແລະ​ເລີ້ມ​ກິດ​ຈະ​ກຳ​ບາງ​ຢ່າງ​ທາງ​ດ້ານ​ນິວ​ເຄ​ລຍ ນອກ​ເໜືອ​ໄປຈາກ​ຂີດ​ຈຳ​ກັດ ​ທີ່​ກຳ​ນົດ​ໄວ້ ​ໃນ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ. ສະ​ຫະ​ລັດ​ໄດ້​ຖອນ​ໂຕ​ອອກ​ຈາກ​ຂໍ້​ຕົກ​ລົງດັ່ງ​ກ່າວ ຊຶ່ງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ ແຜນ​ການ​ປະ​ຕິ​ບັດ​ງານ​ຮ່ວມ​ຮອບ​ດ້ານ​ຫຼື JCPOA ເມື່ອ​ປີ 2018 ພາຍ​ໃຕ້​ລັດ​ຖະ​ບານ​ຊຸດກ່ອນ.

ໃນ​ຮອບ​ປີ​ທີ່​ຜ່ານ​ມານີ້ ສະ​ຫະ​ລັດ​ໄດ້​ເລີ້ມ​ເປີດ​ການ​ເຈ​ລະ​ຈາ​ທາງ​ອ້ອມ​ກັບ​ອີ​ຣ່ານເພື່ອ​ກັບ​ຄືນ​ໄປ​ສູ່​ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ JCPOA ໂດຍ​ເຕັມ​. ດັ່ງ​ທີ່​ໂຄ​ສົກຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ກ່າວ​ໄວ້​ກໍ​ແມ່ນວ່າ “ທຸກໆ​ການ​ທ້າ​ທາຍ ​ທີ່​ພວກ​ເຮົາ​ປະ​ເຊີນ​ໜ້າ​ຢູ່ ແລະ​ຈະ​ປະ​ເຊີນ​ໜ້າ​ ຈາກ​ອີ​ຣ່ານ ບໍ່​ວ່າ​ຈະ​ເປັນ​ເລື້ອງ​ທີ່​ອີ​ຣ່ານ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ພວກ​ຕົວ​ແທນ ການໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຕໍ່​ກຸ່ມ​ກໍ່​ການ​ຮ້າຍ ໂຄງ​ການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸ​ດ ​ຫຼື ​ບໍ່​ກໍ​ຕາມ ຊຶ່ງ​ທັງ​ໝົດ​ນີ້ຈະ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງ​ຍາກ​ເພີ້ມ​ຂຶ້ນໃນ​ການ​ປະ​ເຊີນ​ໜ້າກັບ​ອີ​ຣ່ານ ຖ້າ​ອີ​ຣ່ານ​ຫາກ​ມີ​ອາ​ວຸດ​ນິວ​ເຄ​ລຍ ​ໄວ້​ຢູ່​ໃນ​ຄວາມ​ຄອບ​ຄອງ. ສິ່ງ​ທຳ​ອິດ​ທີ່​ພວກ​ເຮົາ​ຕ້ອງ​ການ​ຢາກ​ຈະ​ເຮັດ ກໍ​ແມ່ນ​ສົ່ງ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ​ກັບ​ຄືນ​ເຂົ້າ​ໄປຢູ່​ໃນຫີບ ເພື່ອ​ເຮັດ​ໃຫ້​ການທ້າ​ທາຍ​ໝົດ​ໄປ​ຈາກ​ການ​ຕໍ່​ລອງ.”

​ມັນ​ມີ​ຄວາມ​ກ້າວ​ໜ້າ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ໃນ​ເລື້ອງ​ນິວ​ເຄ​ລຍ ແຕ​ພວກ​ເຂົາ​ເຈົ້າ​ໄດ້​ຢຸດ​ເຊົາ​ໃນ​ໄລ​ຍະ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມານີ້ ກ່ຽວ​ກັບ​ຫຼາຍໆ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ. ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໂຄ​ສົກກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ກ່າວ​ວ່າ ສະ​ຫະ​ລັດ​ພວມ​ກະ​ກຽມ ​ທີ່​ຈະ​ກັບ​ຄືນ​ໄປ​ສູ່ ຈັດຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກລົງ JCPOA ໂດຍ​ເຕັມ. ທ່ານ​ປະ​ກາດ​ວ່າ “ພວກ​ເຮົາ​ຍັງ​ໄດ້ກະ​ກຽມທີ່​ຈະຂະຫຍາຍ​ ການ​ພົວ​ພັນ​ທາງ​ດ້ານ​ການ​ທູດ​ໃຫ້​ກວ້າງ​ຂວາງ​ອອກ​ຕື່ມ​ສຳ​ລັບ​ແກ້​ໄຂ​ບັນ​ຫາ​ຂ້າງນອກຂໍ້​ຕົກ​ລົງ JCPOA. “ຖ້າ (ຝ່າຍ​ອີ​ຣ່ານ) ຫາກ​ບໍ່​ຕ້ອງ​ການ​ທີ່​ຈະ​ນຳ​ໃຊ້​ການ​ເຈ​ລະ​ຈາ​ເຫຼົ່າ​ນີ້ເພື່ອ​ແກ້​ໄຂ​ບັນ​ຫາ​ສອງ​ຝ່າຍ​ອື່ນໆ​ແລ້ວ ພວກ​ເຮົາ​ກໍ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ພວກ​ເຮົາ​ສາ​ມາດ​ບັນ​ລຸ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຂໍ້ຕົກ​ລົງ JCPOA ແລະ​ເລີ້ມ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ຄືນ​ໃໝ່​ໂດຍ​ເຕັມ. ມັນ​ເປັນ​ຝ່າຍ​ອີ​ຣ່ານ ​ທີ່​ຕ້ອງ​ການ​ຈະ​ເຮັດ​ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເນດ ໄພ​ຣ​ສ໌ກ່າວ​ຢ້ຳ​ວ່າ ສະ​ຫະ​ລັດ​ກໍ​ໄດ້​ມີ​ການກຽມ​ພ້ອມ​ເທົ່າ​ໆ​ກັນ “ສຳ​ລັບ​ເຫດ​ການ ​ຊຶ່ງ​ຕ່າງ​ຝ່າຍ​ກໍ​ຈະ​ກັບ​ຄືນ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດຂໍ້​ຕົກ​ລົງ JCPOA ແລະ​ເຫດ​ການ​ທີ່​ບໍ່​ມີ​ການ​ກັບ​ຄືນ​ໄປ​ສູ່​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ພວກ​ເຮົາ​ກໍ​ຈະ” ຊຶ່ງ​ທ່ານ​ກ່າວ​ວ່າ “ມັກ​ຢາກ​ຈະ​ໃຫ້​ສິ່ງ​ທີ່​ກ່າວ​ມາ​ໃນ​ຂັ້ນ​ຕົ້ນ: ມີການບັນ​ລຸ​ຂໍ້​ຕົກ​ລົງ JCPOA ແລະ​ສາ​ມາດ​ພິ​ສູດ​ໄດ້ ຊຶ່ງ​ຈະ​ເປັນ​ການ​ຈຳ​ກັດ​ຢ່າງ​ຖາ​ວອນຕໍ່​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ​ຄືນ​ອີກ ບໍ່​ວ່າ​ພວກ​ເຮົາ​ຈະ​ໄປ​ເຖິງ​ທີ່ນັ້ນ​ຫຼື​ບໍ່ ມັນ​ແມ່ນ​ຄຳ​ຖາມ​ສຳ​ລັບ​ອີ​ຣ່ານ.”

XS
SM
MD
LG