Accessibility links

Breaking News

ວັນນັກລົບເກົ່າ ປີ 2022


ແຟ້ມ - ພວກ​ນັກ​ລົບ​ເກົ່າ​ກອ​ງ​ທັບ​ສະ​ຫະ​ລັດ ເຂົ້າ​ຮ່ວມ​ການ​ສ​ວນ​ສະ​ໜາມ​ພາ​ເຮດ ໃນ​ວັນ​ນັບ​ລົບ​ເກົ່າ.
ແຟ້ມ - ພວກ​ນັກ​ລົບ​ເກົ່າ​ກອ​ງ​ທັບ​ສະ​ຫະ​ລັດ ເຂົ້າ​ຮ່ວມ​ການ​ສ​ວນ​ສະ​ໜາມ​ພາ​ເຮດ ໃນ​ວັນ​ນັບ​ລົບ​ເກົ່າ.

ວັນທີ 11 ພະຈິກ ຜູ້ຄົນຢູ່ໃນສະຫະລັດ ພາກັນສະເຫຼີມສະຫຼອງວັນນັກລົບເກົ່າ ເພື່ອເປັນກຽດໃຫ້ແກ່ພວກທະຫານຜ່ານເສິກຂອງກອງທັບສະຫະລັດ.

ວັນ​ທີ 11 ພະ​ຈິກ ຜູ້​ຄົນ​ຢູ່​ໃນ​ສະ​ຫະ​ລັດ ພາ​ກັນ​ສະ​ເຫຼີມ​ສະ​ຫຼອງວັນ​ນັກ​ລົບ​ເກົ່າ ເພື່ອ​ເປັນ​ກຽດ​ໃຫ້​ແກ່​ພວກ​ທະ​ຫານ​ຜ່ານ​ເສິກຂອງກອງ​ທັບ​ສະ​ຫະ​ລັດ. ເຖິງ​ແມ່ນ​ສ່ວນ​ໃຫຍ່​ຂອງວັນ​ພັກ​ລັດ​ຖະ​ບານ​ກາງ​ສະ​ຫະ​ລັດຕົກ​ໃສ່​ມື້​ວັນ​ຈັນ​ທີ່ຢູ່​ໃກ້​ຄຽງສຸດ ກັບ​ວັນ​ພັກແທ້​ຈິງ ​ທີ່​ພວກ​ເຂົາ​ເຈົ້າ​ໃຫ້ກຽດ ແຕ່​ວັນ​ນັກ​ລົບ​ເກົ່າ ​ແມ່ນນຶ່ງ​ໃນ​ຈຳ​ ນວນ​ບໍ່​ເທົ່າ​ໃດ​ວັນ​ພັກທີ່​ຕ້ອງ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ພະ​ຈິກ ທັງ​ນີ້​ກໍ​ຍ້ອນວັນ​ສະ​ຫງົບ​ເສິກ ທີ່​ເລີ້ມ​ມີ​ຜົນ​ບັງ​ຄັບ​ ໃນ​ເວ​ລາ 11 ໂມງຂອງວັນ​ທີ 11 ເດືອນ 11 ປີ 1918 ແລະ​ດັ່ງ​ນັ້ນການ​ສູ້​ລົບ​ກັນ​ຈຶ່ງ​ຍຸ​ຕິ​ລົງ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 1 ແຕ່​ບໍ່​ແມ່ນ ໂຕ​ສົງ​ຄາມ​ເອງ ຊຶ່ງ​ບໍ່​ໄດ້​ເກີດ​ຂຶ້ນ ​ຈົນ​ເທົ່າວັນທີ 28 ພະ​ຈິກ​ປີ 1919 ເວ​ລາ​ສົງ​ຄາມ​ໂລກ​ຄັ້ງ​ທີ 1 ໄດ້​ຍຸ​ຕິ​ລົງ​ຢ່າງ​ເປັນ​ທາງການ​ດ້ວຍ​ການ​ລົງ​ນາມ ​ໃນ​ສົນ​ທິ​ສັນ​ຍາ ຢູ່​ເມືອງ​ແວ​ຊາຍ ປະ​ເທດ​ຝ​ຣັ່ງ. ແຕ່​ແນວ​ໃດ​ກໍ​ຕາມ ປະ​ຊາ​ຊົນ​ພາ​ກັນ​ຖື​ວ່າວັນ​ທີ 11 ພະ​ຈິກ ປີ 1918 ເປັນ​ວັນ​ສິ້ນ​ສຸດ​ບັນ​ຫາ​ຂັດ​ແຍ້ງ.

ນັບ​ເປັນ​ເວ​ລາ 2 ທົ​ດ​ສະ​ວັດ ທີ່ວັນ​ທີ 11 ພະ​ຈິກ ໄດ້​ມີ​ການ​ສະ​ຫຼອງ​ກັນ​ແບບ​ບໍ່ເປັນ​ທາງ​ການ ໃນ​ນາມ​ວັນ​ສະ​ຫງົບ​ເສິກ. ແຕ່​ໃນ​ທີ່​ສຸດ ເມື່ອ​ເດືອນ​ພຶດ​ສະ​ພາ ປີ 1938 ລັດ​ຖະ​ສະ​ພາ​ສະ​ຫະ​ລັດໄດ້​ປະ​ກາດ​ໃຫ້​ວັນ​ດັ່ງ​ກ່າວ ເປັນ​ວັນ​ພັກ​ຂອງ​ລັດຖະ​ບານ​ກາງຢ່າງ​ເປັນ​ທາງ​ການ ຊຶ່ງ​ເປັນ “ມື້​ສຳ​ລັບ​ອຸ​ທິດ​ໃຫ້​ແກ່​ສັນ​ຕິ​ພາບ​ໂລກ ແລະ​ຫຼັງ​ຈາກນັ້ນ​ກໍ​ເພື່ອສະ​ເຫຼີມ​ສະ​ຫຼອງ​ແລະ​ເປັນ​ທີ່​ຮູ້​ກັນ​ໃນ ‘ວັນ​ສະ​ຫງົບ​ເສິກ’” ເພື່ອ​ເປັນ​ກຽດ​ໃຫ້​ແກ່​ພວກ​ນັກ​ລົບ​ເກົ່າ​ຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ 1. ໃນ​ປີ 1954 ປະ​ທາ​ນາ​ທິ​ບໍ​ດີ Dwight Eisenhower ໄດ້​ຂະ​ຫຍາຍ ​ໃຫ້​ວັນ​ພັກ​ດັ່ງ​ກ່າວ​ນີ້ ຈັດ​ຂຶ້ນ​ເພື່ອເປັນ​ກຽດ​ໃຫ້ແກ່ທຸກໆ​ຄົນ ທີ່​ເຄີຍ​ເຂົ້າ​ຮັບ​ໃຊ້​ຢູ່​ໃນ​ເຄື່ອງ​ແບບ ທັງ​ໃນ​ຍາມ​ສົງ​ຄາມ ແລະ​ໃນ​ຍາມ​ສ​ຫງົບ ແລະ​ໃນ​ປີ 1971​ ວັນ​ສະ​ຫງົບ​ເສິກ ໄດ້​ກາຍ​ມາ​ເປັນ​ວັນນັກ​ລົບ​ເກົ່າ ຊຶ່ງ​ເປັນ​ການ​ສະ​ທ້ອນ​ທີ່​ດີ​ຂຶ້ນ​ຕໍ່​ຈິດ​ໃຈ​ຂອງ​ການ​ສະ​ເຫຼີມ​ສະ​ຫຼອງນີ້.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກ່າວ​ວ່າ “ມື້ນີ້ ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ເຄົາ​ລົບ ຕໍ່​ການ​ສະ​ແດງ​ຄວາມ​ກ້າ​ຫານ​ຢ່າງ​ບໍ່​ລົດ​ລະ​ແລະ​ການ​ອຸ​ທິດ​ຕົນ​ທີ່​ໄດ້​ຈຳ​ແນກ​ຜູ້​ທີ່​ໄດ້​ຮັບ​ສົມ​ຍາ​ນາມ​ວ່າ “ນັກ​ລົບ​ເກົ່າ​ອາ​ເມ​ຣິ​ກັນ” ທັງ​ໝົດ.

“ມັນ​ເປັນ​ກຽດ ​ທີ່ມີ​ພຽງ​ແຕ່ຄົນ​ອາ​ເມ​ຣິ​ກັນ​ຈຳ​ນວນ​ນ້ອຍໆ​ເທົ່າ​ນັ້ນ ​ສາ​ມາດອ້າງ​ເອົາ​ໄດ້ແລະ​ນຶ່ງ​ໃນ​ເຄື່ອງ​ໝາຍ​ສຳ​ລັບ​ຜູ້​ທີ່​ສາ​ມາດອ້າງເອົາ​ວ່າ ​ເປັນ​ອ້າຍ​ ແລະ​ເອື້ອຍ​ນ້ອງ​ໄດ້. ມັນ​ເປັນ​ເຄື່ອງ​ໝາຍ​ຂອງ​ຄວາມ​ກ້າ​ຫານ ທີ່​ສ້າງ​ຄວາມ​ປຸ້ມ​ລຸມ​ສາ​ມັກ​ຄີ​ໃນ​ທົ່ວ​ທຸກ​ອາ​ຍຸ ບໍ່​ສຳ​ຄັນ​ວ່າ​ມີ​ພື້ນ​ຖານ​ແບບ​ໃດ ຍ້ອນ​ວ່າກວ່າ​ຈະ​ເປັນ​ນັກ​ລົບ​ເກົ່າ​ໄດ້ນັ້ນ ຈະ​ຕ້ອງ​ໄດ້​ຜ່ານ​ຜ່າ​ ແລະ​ລອດ​ມາ​ໄດ້ ​ຈາກ​ບັນ​ຫາ​ທ້າ​ທາຍຕ່າງໆທີ່​ຊາວ​ອາ​ເມ​ຣິ​ກັນ​ສ່ວນ​ໃຫຍ່​ບໍ່​ເຄີຍ​ຮູ້​ຈັກ​ມາ​ກ່ອນ. ທ່ານ​ໄດ້ຜ່ານພົ້ນການສອບ​ເສັງ ການ​ທົດ​ສອບ​ ຜ່ານ​ໄພ​ອັນ​ຕະ​ລາຍແລະ​ການ​ຖອດ​ຖອນ​ຕ່າງໆ​ດ້ວຍຄວາມ​ກ້າ​ຫານ ປະ​ເຊີນ​ກັບ​ສະ​ພາບ​ການ​ໂຕ​ຈິງທີ່​ເສົ້າ​ໂສກ​ຂອງ​ສົງ​ຄາມ ແລະ​ການ​ເສຍ​ຊີ​ວິດ​ມາ​ແລ້ວ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ.

“ສຳ​ລັບ​ພວກ​ນັກ​ລົບ​ເກົ່າ​ທັງ​ໝົດ​ຂອງ​ພວກ​ເຮົາ ທັງ​ໃນ​ອະ​ດີດ ​ແລະໃນ​ປັດ​ຈຸ​ບັນ ພວກ​ເຮົາ​ຂໍ​ຂອບ​ອົກ​ຂ​ອ​ບ​ໃຈ​ທ່ານ ພວກ​ເຮົາ​ຂໍ​ໃຫ້​ກຽດ​ແກ່​ພວກ​ທ່ານ ແລະ​ພວກເຮົາ​ຈະ​ຈົດ​ຈຳ​ໄວ້​ສະ​ເໝີ​ ໃນ​ສິ່ງ​ທີ່​ພວກ​ທ່ານ​ເຄີຍ​ໄດ້​ກະ​ທຳ​ເພື່ອພວກ​ເຮົາ.”

XS
SM
MD
LG