ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ
ມີຫຼາຍກວ່າ 200 ລ້ານຄົນຢູ່ໃນທົ່ວໂລກ ພວມປະສົບກັບການຂາດແຄນອາຫານຢ່າງຮ້າຍແຮງ ນັ້ນຄືຄຳປະກາດຂອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ທີ່ກອງປະຊຸມສຸດຍອດ ຄວາມໝັ້ນຄົງດ້ານອາຫານຂອງໂລກ ເມື່ອໄວໆມານີ້.
ໃນເດືອນພຶດສະພາຜ່ານມາ ອົງການສະຫະປະຊາຊາດໄດ້ລິເລີ້ມແຜນທີ່ໄປສູ່ຄວາມໝັ້ນຄົງທາງດ້ານອາຫານຂອງໂລກ ຊຶ່ງຮຽກຮ້ອງໃຫ້ບັນດາປະເທດສະ ມາຊິກເອົາມາດຕະການ 7 ຂໍ້ ທີ່ຮວມທັງໃຫ້ສືບຕໍ່ເປີດກວ້າງຕະຫຼາດອາຫານແລະການກະສິກຳ ເພີ້ມການຜະລິດຝຸ່ນວິທະຍາສາດ ແລະລົງທຶນໃນການກະ ສິກຳທີ່ສາມາດປັບໂຕເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ.
ມີຫຼາຍກວ່າ 100 ປະເທດໄດ້ລົງນາມໃນແຜນທີ່ດັ່ງກ່າວ ແລະມີຫຼາຍໆປະເທດໄດ້ເລີ້ມດຳເນີນການ ກ່ຽວກັບຄວາມໝັ້ນໝາຍເຫຼົ່ານັ້ນແລ້ວ. “ການລົງມືແມ່ນມີຄວາມສຳຄັນ” ທ່ານລັດຖະມົນຕີບລິງເກັນໄດ້ປະກາດ “ຍ້ອນວິກິດການໃນປັດຈຸບັນນີ້ ບໍ່ແມ່ນປະເທດໃດນຶ່ງ ຫຼືແມ່ນກະທັງກຸ່ມປະເທດໃດນຶ່ງສາມາດແກ້ໄຂໄດ້ຕາມລຳພັງ.” ທີ່ກອງປະຊຸມ ສະມັດຊາໃຫຍ່ອົງການສະຫະປະຊາຊາດ ປະທານາທິບໍດີໄບເດັນ ໄດ້ປະກາດການຊ່ວຍເຫຼືອໃໝ່ 2 ພັນ 900 ລ້ານໂດລາເພື່ອແກ້ໄຂຄວາມບໍ່ໝັ້ນຄົງທາງດ້ານອາຫານ ສົມທົບໃສ່ 6 ພັນ 900 ລ້ານໂດລາໃນການຊ່ວຍຂອງສະຫະລັດ ເພື່ອສະໜັບສະໜຸນຄວາມໝັ້ນຄົງທາງດ້ານອາຫານຂອງໂລກ ທີ່ໄດ້ໃຫ້ຄວາມໝັ້ນໝາຍໄປແລ້ວໃນປີນີ້.
ແຕ່ບໍ່ແມ່ນທຸກໆປະເທດໄດ້ມີການປະກອບສ່ວນ ນັ້ນຄືການໃຫ້ຂໍ້ສັງເກດຂອງລັດຖະມົນຕີບລິງເກັນ ໂດຍກ່າວວ່າ “ບາງປະເທດທີ່ມີຄວາມສາມາດດຳເນີນການໄດ້ຫຼາຍກວ່ານັ້ນ ແມ່ນຮວມຢູ່ໃນບັນດາ ຜູ້ທີ່ໃຫ້ການສະໜັບສະໜຸນໜ້ອຍທີ່ສຸດ. ນັ້ນແມ່ນຕ້ອງໄດ້ມີການປ່ຽນແປງ. ແລະບໍ່ສຳຄັນວ່າປະເທດໃດກໍຕາມທີ່ໄດ້ດຳເນີນການໃນໄລຍະຜ່ານມາ ທຸກໆປະເທດແມ່ນມີການຮຽກຮ້ອງໃຫ້ດຳເນີນການຫຼາຍຂຶ້ນກວ່າເກົ່າ.”
ທ່ານບລິງເກັນ ກ່າວວ່າ “ອີກຊ່ອງທາງນຶ່ງທີ່ພວກເຮົາສາມາດໃຫ້ການສະໜັບສະໜຸນການບັນເທົາທຸກໄດ້ໃນທັນທີ ກໍຄືຊຸກຍູ້ໃຫ້ມີການຕໍ່ອາຍຸຂໍ້ຕົກລົງທີ່ອົງການສະຫະປະຊາຊາດແລະເທີກີຊ່ວຍໄກ່ເກ່ຍ ລະຫວ່າງຣັດເຊຍແລະຢູເຄຣນ ທີ່ອະນຸຍາດໃຫ້ມີການສົ່ງອອກ ອາຫານປະເທດເມັດ ແລະຜະລິດຕະພັນກະສິກຳຈາກທ່າກຳປັ່ນຕ່າງໆໃນທະເລດຳ.”
ບາດກ້າວທີ່ສອງກໍແມ່ນຊ່ວຍໃຫ້ປະເທດຕ່າງໆ ພັດທະນາຄວາມສາມາດໃນການຜະລິດອາຫານຂອງຕົນ ນັ້ນຄືຄຳເວົ້າ ຂອງ ລັດຖະມົນຕີບລິງເກັນ ຊຶ່ງ ທ່ານກ່າວຕື່ມວ່າ:
“ໃນໄລຍະ 5 ປີຕໍ່ໜ້າ ສະຫະລັດຈະເຮັດວຽກ ຮ່ວມກັນກັບລັດຖະສະພາຂອງພວກເຮົາ ເພື່ອລົງທຶນ 11 ພັນກວ່າລ້ານໂດລາຢູ່ໃນທົ່ວໂລກໃຫ້ກ້າວໄປສູ່ເປົ້າໝາຍນີ້ ໃນການຜະລິດທາງດ້ານກະສິກຳແບບຍືນຍົງ. ໃນເດືອນແລ້ວນີ້ ພວກເຮົາໄດ້ເພີ້ມ 8 ປະເທດພາຄີໃໝ່ ເຂົ້າໃນການລ້ຽງດູສຳລັບອະນາຄົດ. ນີ້ແມ່ນ ໂຄງການສຳຄັນສຸດຂອງພວກເຮົາ ເພື່ອເສີມຂະຫຍາຍ ຕາໜ່າງຄວາມປອດໄພໃນດ້ານສັງຄົມ ເສີມຂະຫຍາຍລະບົບອາຫານ ເພື່ອປັບປຸງສານອາຫານໃຫ້ດີຂຶ້ນ.”
ໃນທີ່ສຸດ ກໍຍັງມີຄວາມຈຳເປັນ ໃນການປະສານງານກັນໃຫ້ດີຂຶ້ນ ລະຫວ່າງລັດ ຖະບານຂອງປະເທດຕ່າງໆ ອົງການຈັດຕັ້ງລະດັບຂົງເຂດ ມູນນິທິ ອົງການຈັດ ຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ເພື່ອໃຫ້ເປັນທີ່ແນ່ໃຈວ່າພວກເຂົາເຈົ້າເຮັດວຽກຮ່ວມກັນ.
ລັດຖະມົນຕີບລິງເກັນ ກ່າວວ່າ “ແຕ່ບາງທີ ສິ່ງສຳຄັນສຸດນອກເໜືອໄປຈາກທີ່ພວກເຮົາໄດ້ກ່າວໄປນັ້ນ ແນ່ນອນກໍແມ່ນໃນສິ່ງທີ່ພວກເຮົາເຮັດ. ສຸຂະພາບສະຖຽນລະພາບແລະຄວາມຢູ່ດີກິນດີຂອງປະຊາຊົນພວກເຮົາ ແມ່ນຂຶ້ນຢູ່ກັບ ຄວາມໝັ້ນຄົງທາງດ້ານອາຫານທີ່ພວກເຮົາສ້າງຂຶ້ນມາຮ່ວມກັນ.”