Accessibility links

Breaking News

ບົດບັນນາທິການ: ສະຫະລັດ ປະນາມການຈັບກຸມ ບັນດານັກເຄື່ອນໄຫວເພື່ອປະຊາທິປະໄຕ ໃນຮົງກົງ


ພະ​ຄາ​ດີ​ນານ​ໂຈ​ເຊັບ ເ​​ຊັນ
ພະ​ຄາ​ດີ​ນານ​ໂຈ​ເຊັບ ເ​​ຊັນ

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ສະ​ຫະ​ລັດ​ຂໍ​ປະ​ນາມ​ຢ່າງ​ແຮງ​ ຕໍ່​ການ​ທີ່ພວກ​ເຈົ້າ​ໜ້າ​ທີ່​ຮົງ​ກົງ ຈັບ​ກຸມ​ພະ​ກາ​ດີ​ນານ ​ໂຈ​ເຊັບ ເຊັນ ອາ​ຍຸ 90 ປີ ອະ​ດີດ​ພະ​ສັງ​ຄະ​ຮາດ​ຮົງ​ກົງ ແລະ​ເປັນ​ຜູ້​ຕ້ອງ​ຕິ​ພັກ​ຄອມ​ມູ​ນິ​ສ​ຈີນ ແລະ​ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ປະ​ຊາ​ທິ​ປະ​ໄຕອີກ 3 ຄົນ ທ່ານ​ນາງ​ມາກ​ກາ​ເຣັດ ອຶງ ນັກ​ກົດ​ໝາຍ​ແລະ​ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ນິ​ຕິ​ບັນ​ຢັດ, ທ່ານຫຸຍ ໂປ-ເ​ຄິງ ​ນັກ​ປາດແລະ​ອະ​ດີດ​ອາ​ຈານ​ສອນ ແລະ​ທ່ານ​ນາງເດ​ນີ​ສ ໂຮ ດາ​ລາ​ແລະ​ກໍ​ເປັນ​ນັກ​ຮ້ອງ.

ບຸກ​ຄົນ​ທັງ 4 ເປັນ​ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້ເປັນ​ຜູ້​ບໍ​ລິ​ຫານກອງ​ທຶນ​ບັນ​ເທົາ​ທຸກ​ດ້ານ​ມະ​ນຸດ​ສະ​ທຳ 612 ຊຶ່ງ​ໃນ​ເວ​ລານີ້​ໄດ້​ຖືກ​ຍຸບ​ໄປ​ແລ້ວ ແລະ​ກອງ​ທຶນນີ້​ໄດ້​ຖືກ​ສ້າງ​ຕັ້ງຂຶ້ນ​ໃນ​ປີ 2019 ເພື່ອ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ການ​ເງິນ​ແລະ​ດ້ານ​ກົດ​ໝາຍ​ຕໍ່​ພວກ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ຢູ່​ໃນ​ຮົງ​ກົງ.

ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ກ່າວ​ຫາ​ຢ່າງ​ບໍ່​ຖືກ​ຕ້ອງ ແລະ​ຖືກ​ຈັບ​ໃນ​ວັນ​ທີ 11 ພຶດ​ສະ​ພາ​ຜ່ານ​ມາ ໃນ​ການ​ສົມ​ຮູ້​ຮ່ວມ​ຄິດ​ກັບ​ກຳ​ລັງ​ຕ່າງ​ປະ​ເທດແລະ​ໃນ​ເວ​ລາ​ຕໍ່​ມາ​ກໍ​ໄດ້​ຖືກ​ປ່ອຍ​ດ້ວຍ​ການ​ປະ​ກັນ​ໂຕ ແຕ່​ອາດ​ຈະ​ຖືກ​ຕັດ​ສິນ​ໂທ​ດ​ຈຳ​ຄຸກ​ຕະ​ຫຼອດ​ຊີວິດ.

ໂຄ​ສົກ​ກະ​ຊວງ​ການ​ປະ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ກ່າວ​ວ່າ “ໃນ​ການ​ຈັບ​ກຸມ​ພວກ​ນັກ​ເຄື່ອນ​ໄຫວ​ອະ​ວຸ​ໂສເຫຼົ່າ​ນີ້ ນັກ​ວິ​ຊາ​ການແລະ​ຜູ້​ນຳ​ທາງ​ສາ​ສະ​ໜາ ພາຍ​ໃຕ້​ອັນ​ທີ່​ເອີ້ນ​ວ່າກົດ​ໝາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ເຈົ້າ​ໜ້າ​ທີ່​ຮົງ​ກົງ​ອີກ​ຄັ້ງ​ນຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ໃຊ້​ທຸກວິ​ທີ​ທາງ​ ເພື່ອ​ປິດປາກ​ປິດ​ສຽງ​ພວກ​ຄັດ​ຄ້ານ​ລັດ​ຖະ​ບານແລະຕັດ​ຮອນ​ສິດ​ທິ​ແລະ​ອິດ​ສະ​ຫຼະ​ພາບໄດ້​ຮັບ​ການ​ປົກ​ປ້ອງນັ້ນ.

​ຮອງໂຄ​ສົກຫຼັກຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ແຄ​ຣີນ ຊັງ​-ປີ​ແອ ຮຽກ​ຮ້ອງ​ໃຫ້ “​ເຈົ້າ​ໜ້າ​ທີ່ ສ​ປ​ ຈີນ ແລະ​ຮົງ​ກົງ ຢຸດ​ເຊົາ​ໃນ​ການ​ແນ​ເປົ້າ​ໝາຍ​ໃສ່​ພວກ​ສະໜັບ​ສະ​ໜຸນ​ຮົງ​ກົງ” ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ “ອິດ​ສະ​ຫຼະ​ພາບ​ໃນ​ການ​ສະ​ແດງຄວາມ​ຄິດ​ຄວາມ​ເຫັນ ​ແມ່ນ​ມີ​ຄວາມ​ສຳ​ຄັນ ​ຕໍ່​ຄວາມ​ອຸ​ດົມ​ຮັ່ງ​ມີ​ຂອງ​ສັງ​ຄົມ​ທີ່​ໝັ້ນ​ຄົງ.”

ໃນ​ຮອບ​ຫຼາຍໆ​ປີ​ທີ່​ຜ່ານ​ມານີ້ ປັກ​ກິ່ງ​ໄດ້ເຂົ້າ​ຄວບ​ຄຸມ​ຮົງ​ກົງເພີ້ມ​ຂຶ້ນ ໂດຍ​ຈັບ​ກຸມ​ຄຸມ​ຂັງ​ພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ທັບ​ມ້າງ​ກຸ່ມ​ສັງ​ຄົມ​ພົນ​ລະເຮືອນ ແລະ​ບັງ​ຄັບ​ໃຫ້​ອົງ​ການ​ສື່ມວ​ນ​ຊົນ​ອິດ​ສະ​ຫຼະ​ຕ້​ອງ​ໄດ້​ອັດ​ກິດ​ຈະ​ການ​ລົງ. ສ​ປ ຈີນ ໄດ້​ລະ​ເມີດ​ອິດ​ສະ​ຫຼະ​ພາບ​ຂັ້ນ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ໃນ​ຮົງ​ກົງ​ຫຼາຍ​ຂຶ້ນ ຊຶ່ງ​ອິ​ດ​ສະ​ຫຼະ​ພາບ​ເຫຼົ່າ​ນີ້ ​ໄດ້​ຮັບ​ການ​ຄ້ຳ​ປະ​ກັນ ໃນ​ຄຳ​ປະ​ກາດ​ຮ່ວມ​ ລະ​ຫວ່າງ​ຈີນ ແລະ​ອັງ​ກິດ ເວ​ລາ​ການ​ຄວບ​ຄຸມ​ຮົງ​ກົງ ໄດ້​ຖືກ​ໂອນ​ຈາກ​ອັງ​ກິດ​ໄປໃຫ້ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໃນ​ປີ 1997.

ການ​ຈັບ​ກຸມ​ໄດ້​ມີ​ຂຶ້ນ​ພຽງ 5 ມື້ ຫຼັງ​ຈາກ​ຜູ້​ສະ​ໝັກ ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ພຽງ​ຄົນ​ດຽວ​ຂອງພັກ​ຄອມ​ມູ​ນິ​ສຈີນສຳ​ລັບ​ຕຳ​ແໜ່ງ​ຫົວ​ໜ້າ​ບໍ​ລິ​ຫານ​ຮົງ​ກົງຄື​ອະ​ດີດ​ຫົວ​ໜ້າ​ຮັກ​ສາ​ຄວາມ​ສະ​ຫງົບ​ ຂອງ​ຮົງ​ກົງ ທ່ານ​ຈອນ ລີ ກາ-ຈິວ ເຂົ້າ​ຮັບ​ຕຳ​ແໜ່ງ.

ຫຼັງ​ຈາກ​ອັນ​ທີ່​ເອີ້ນ​ວ່າ “ການ​ເລືອກ​ຕັ້ງ” ຂອງ​ລາວ​ແລ້ວ ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ກຸ່ມ ຈີ-7 ຊຶ່ງ​ຮວມ​ທັງ​ກາ​ນາ​ດາ ຝ​ຣັ່ງ ເຢຍ​ຣະ​ມັນ ອີ​ຕາ​ລີ ຍີ່ປຸ່ນ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ແລະ ​ສະ​ຫະ​ລັດ ໄດ້​ອອກ​ຖ​ະ​ແຫຼງ​ການ ສະ​ແດງ “ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ຂັ້ນ​ຕອນ​ການ​ເລືອກ​ເອົາ​ຫົວ​ໜ້າ​ບໍ​ລິ​ຫານຂອງ​ຮົງ​ກົງ ອັນ​ເປັນ​ສ່ວນ​ນຶ່ງ​ໃນການ​ໂຈມ​ຕີ ຕໍ່​ການ​ເມືອງ ​ແບບ​ມີ​ຫຼາຍ​ພັກ​ຝ່າຍ​ແລະ​ອິດ​ສະ​ຫຼະ​ພາບ​ຂັ້ນ​ພື້ນ​ຖານ ທີ່ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ. ພວກ​ເຮົາ​ຈະ​ສືບ​ຕໍ່ ​ຮຽກ​ຮ້ອງ​ໃຫ້​ຈີນ” ຊຶ່ງ​ພວກ​ທ່ານ​ປະ​ກາດວ່າ “​ປ​ະ​ຕິ​ບັດ​ຕາມ​ ເພື່ອ​ໃຫ້​ເປັນ​ການ​ສອດ​ຄ່ອງ ກັບ​ຄຳ​ປະ​ກາດ​ຮ່ວມ​ລ​ະ​ຫວ່າງ​ອັງ​ກິດ ແລະ​ຈີນ ແລະ​ພັນ​ທະ​ທາງ​ດ້ານ​ກົດໝາຍ​ອື່ນໆ​ອີກ​ດ້ວຍ.”

XS
SM
MD
LG