Accessibility links

Breaking News

ບົດບັນນາທິການ: ສະຫະລັດ ປະນາມການລະເມີດສິດທິມະນຸດ ໃນລັດຈິນ


ພາບ​ຖ່າຍ​ທາງ​ອາ​ກາດ​ເມື່ອ​ວັນ​ທີ 29 ຕູ​ລາ ສະ​ແດງ​ໃຫ້​ເຫັນ​ ຄວັນ​ກຳ​ລັງ​ພຸ່ງ​ຂຶ້ນ​ຈາກ ທັນ​ແລງ ໃນ​ລັດ​ຈິນ (ຮູບ​ຈາກ AFP)
ພາບ​ຖ່າຍ​ທາງ​ອາ​ກາດ​ເມື່ອ​ວັນ​ທີ 29 ຕູ​ລາ ສະ​ແດງ​ໃຫ້​ເຫັນ​ ຄວັນ​ກຳ​ລັງ​ພຸ່ງ​ຂຶ້ນ​ຈາກ ທັນ​ແລງ ໃນ​ລັດ​ຈິນ (ຮູບ​ຈາກ AFP)

ບົດບັນນາທິການ ທີ່ສະທ້ອນເຖິງນະໂຍບາຍ ຂອງລັດຖະບານສະຫະລັດ

ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ມຽນ​ມາໄດ້​ຈູດ​ເຜົາ​ໝົດທັງ​ບ້ານ ຮວມ​ທັງ​ໂບດ ແລະເຮືອນຊານ​ອີກ​ຫຼາຍ​ຮ້ອຍ​ຫຼັງ ຢູ່​ໃນ​ລັດ​ຈິນ ທີ່​ພວມ​ມີ​ການດີ້ນ​ຮົນ​ຕໍ່​ສູ້. ສະ​ຫະ​ລັດ ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ຍິ່ງ ກ່ຽວ​ກັບ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ເຫລົ່າ​ນີ້ການ​ກໍ່​ໂທດ​ກຳ ແລະ​ການ​ສືບ​ເພີ້ມ​ທະ​ວີ​ໃນ​ການ​ປະ​ຕິ​ບັດ​ງານ​ຂອງ​ກອງ​ທັບ​ມຽນ​ມາ ແລະ​ການ​ກໍ່​ຄວາມ​ຮຸນ​ແຮງ​ຕໍ່​ປະ​ຊາ​ຊົນ​.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ “ປະ​ນາມ​ການ​ກໍ່​ຄວາມ​ໂຫດ​ຮ້າຍ ໂດຍ​ອຳ​ນາດ​ການ​ປົກ​ຄອງ​ມຽນ​ມາ ​ຕໍ່​ປະ​ຊາ​ຊົນ ຕໍ່​ເຮືອນ​ຊານ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ຕໍ່​ສະ​ຖານ​ທີ່​ປະ​ຕິ​ບັດ​ງ​ສາ​ສະ​ໜາ​ກິດ ຊຶ່ງ​ເປັນ​ການ​ບໍ່​ໃຫ້​ຄວາມ​ເຄົາ​ລົບ​ຢ່າງ​ເປີດ​ແປນ ​ຂອງ​ອຳ​ນາດ​ການ​ປົກ​ຄອງ ຕໍ່​ຊີ​ວິດ​ ແລະ​ສະ​ວັດ​ດີ​ພາບ​ຂອງ​ປະ​ຊາ​ຊົນ​ຊາວ​ມຽນ​ມາ.”

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ທ່ານ​ເນດ ໄພ​ຣ​ສ໌ ຮຽກ​ຮ້ອງຕໍ່ປະ​ຊາ​ຄົມ​ນາໆ​ຊາດ “​ຈົ່ງ​ໃຫ້​ລັ​ດ​ຖະ​ບານທະ​ຫານມຽນ​ມາ ເປັນ​ຜູ້​ຮັບ​ຜິດ​ຊອບ ແລະ​ເອົາ​ມາດ​ຕະ​ການ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ມີ​ການຝ່າ​ຝືນ​ແລະ​ລ່ວງ​ລະ​ເມີດສິດ​ທິ​ມະ​ນຸດຢ່າງ​ຮຸນ​ແຮງ​ຮວມ​ທັງການ​ປ້ອງ​ກັນ ​ບໍ່​ໃຫ້​ມີ​ການ​ໂອນ​ອາ​ວຸດ​ໄປ​ໃຫ້​ລັດ​ຖະ​ບານ​ທະ​ຫານ.”

ພວກ​ທະ​ຫານ​ມຽນ​ມາ ໄດ້​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ທີ່​ຖືກ​ເລືອກ​ຂຶ້ນ​ມາ ​ແບບ​ປະ​ຊາ​ທິ​ປະ​ໄຕເມື່ອ​ວັນ​ທີ 1 ກຸມ​ພາ ​ແລະ​ໂຄ່ນ​ລົ້ມ ​ພວກ​ຜູ້​ນຳ​ຂອງ​ລັດ​ຖະ​ບານ​ດັ່ງກ່າວ ຊຶ່ງ​ຫຼາຍໆ​ຄົນ ​ໃນ​ຈຳ​ນວນນັ້ນ ຮວມ​ທັງ​ອະ​ດີດ​ທີ່​ປຶກ​ສາ​ຂອງ​ລັດ​ຖະ​ບານ ທ່ານ​ ນາງ​ອອງ​ຊານ ຊູ​ຈີ ຍັງ​ສືບ​ຕໍ່​ຖືກ​ຄຸມ​ຂັງ​ ມາ​ຈົນ​ຮອດ​ທຸກມື້ນີ້. ນັບ​ຕັ້ງ​ແຕ່ນັ້ນ​ມາ ອຳ​ນາດ​ການ​ປົກ​ຄອງກ​ທະ​ຫານໄດ້​ເລີ້ມທຳ​ການ​ປາ​ບ​ປາມ​ຢ່າງ​ຮຸນ​ແຮງ​ຕໍ່​ປະ​ຊາ​ຊົນ ໂດຍ​ໄດ້​ສັງ​ຫານ​ຫຼາຍກວ່າ 1,200 ຄົນແລະ​ຈັບ​ກຸມ​ອີກ 9,000 ກວ່າ​ຄົນ​ ຮວມທັງ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ພວກ​ນັກ​ເຄື່ອນ​ໄຫວ ນັກ​ຂ່າວ ແລະ​ປະ​ຊາ​ຊົນ​ທີ່​ເປັນຄົນ​ຕ່າງ​ປະ​ເທດ.

​ກອງ​ທັບ​ຂອງ​ມຽນ​ມາ ​ໄດ້​ເພີ້ມ​ທະ​ວີ​ການ​ບຸກ​ໂຈມ​ຕີ​ຢູ່​ໃນ​ຫຼາຍໆ​ເຂດ​ຂອງ​ປະ​ເທດ ຊຶ່ງ​ໄດ້​ພາ​ໃຫ້​ມີ​ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ​ຕ້ອງ​ໄດ້​ຍົກ​ຍ້າຍ​ບ່ອນ​ຢູ່​ອາ​ໄສ​ແລະ​ເກີດ​ວິ​ກິດ​ການ​ທາງ​ດ້ານ​ມະ​ນຸດ​ສະ​ທຳຢ່າງ​ຮ້າຍ​ແຮງ ບວກ​ໃສ່​ກັບ​ການ​ລະບາດ​ຂອງ​ພະ​ຍາດ​ໂຄວິດ-19.

ທ່ານ​ເນດ ໄພ​ຣ​ສ໌ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ “ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ມຽນ​ມາ” ໃນ​ການ​ປະ​ຕິ​ບັດ​ງານທາງ​ທະ​ຫານ​ຢ່າງ​ຂຸ້ນ​ຂ້ຽວ ​ຢູ່​ໃນຫຼາຍໆ​ເຂດ​ຂອງ​ປະ​ເທດ ຮວມ​ທັງ​ລັດ​ຈິນ ແລະເຂດ​ຊາ​ແກັງ.” ທ່ານໄດ້​ຮຽກ​ຮ້ອງ “​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ ຢຸດ​ເຊົາ​ການ​ກໍ່​ຄວາມ​ຮຸນ​ແຮງ​ໃນ​ທັນ​ທີ ປ່ອຍ​ພວກ​ທີ່​ຖືກ​ຈັບ​ກຸມ​ຄຸມ​ຂັງ​ແບບ​ບໍ່​ເປັນ​ທຳ​ທັງ​ໝົດແລະ​ຟື້ນ​ຟູ​ເສັ້ນ​ທາງ​ໄປ​ສູ່​ປະຊາ​ທິ​ປະ​ໄຕ​ແບບ​ທີ່​ຮວມ​ເອົາ​ທຸກ​ພັກ​ຝ່າຍ.”

​ໂຄ​ສົກ​ກະ​ຊວງ​ການ​ຕ່​າງ​ປະ​ເທດ​ເນດ ໄພ​ຣ໌ ກ່າວ​ວ່າ ສະ​ຫະ​ລັດ​ຈະ​ສືບ​ຕໍ່​ຊຸກ​ຍູ້ໃຫ້​ມີ​ການ​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ ​ໃນ​ຄວາມ​ຮຸນ​ແຮງທີ່​ໜ້າ​ຢ້ານ​ກົວ ທີ່​ໄດ້​ກໍ່ແລະ​ຍັງ​ມີ​ຂຶ້ນ​ຢູ່​ຕໍ່​ມາ​ໂດຍ​ອຳ​ນາດ​ການ​ປົກ​ຄອງ ຕໍ່​ປະ​ຊາ​ຊົນ​ຊາວ​ມຽນ​ມາ ແລະທ່ານ​ກ່າວ​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ປະ​ຊາ​ຊົນ​ຊາວ​ມຽນ​ມາແລະ​ພວກ​ທີ່​ພວມ​ເຮັດ​ວຽກ​ໄປ​ສູ່​ການ​ຟື້ນ​ຟູ​ເສັ້ນ​ທາງ​ໄປ​ສູ່​ປະ​ຊາ​ທິ​ປະ​ໄຕ​ແລະການ​ແກ້​ໄຂ​ແບບ​ສັນ​ຕິ​ວິ​ທີ ​ຕໍ່​ວິ​ກິດ​ການ​ດັ່ງ​ກ່າວ.”

XS
SM
MD
LG